ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. George W. Bush ​ແລະ​ພັນ​ລະ​ຍາ ​ຢ້ຽມຢາມ ​ອາ​ຟຣິກາ (ວີດີໂອ)


ອະດີດປະທານາທີບໍດີ George W. Bush ​ເດີນທາງໄປເຖິງນະຄອນຫລວງ Lusaka
ຂອ​ງປະ​ເທດ Zambia ໃນວັນເສົາຜ່ານມານີ້.

ທ່ານ Bush ມີ​ກໍານົດຢ້ຽມຢາມ Zambia ແລະ Botswana ໃນອາທິດນີ້ ເພື່ອສົງເສີ່ມ
​ໂຄງການ​ລິ​ເລິ່ມດ້ານ​ສຸຂະພາບ​ອານາ​ໄມ​ ຂອງມູນນິທິຂອງທ່ານ ເພື່ອປັບປຸງການ
ປ້ອງກັນ​ແລະການປິ່ນປົວ​ໂຣກມະເຮງປາກມົດລູກ ໃນອາຟຣິກາ.

Zambia ເປັນປະທດນຶ່ງທີ່ມີອັດຕາຂອງການເປັນໂຣກມະເຮງດັ່ງກ່າວສູງທີ່ສຸດ
ໃນໂລກ ຊຶ່ງສາ​ເຫດສ່ວນນຶ່ງກໍແມ່ນ​ເປັນ​ຍ້ອນວ່າ ຫຼາຍໆຄົນທີ່ເປັນໂຮກດັ່ງກ່າວນີ້
ແມ່ນຍັງຕິດເຊື້ອ HIV ນໍາອີກ ​ແລະ​ມີ​ລະບົບ​ພູມ​ຕ້ານທານ​ທີ່​ອ່ອນ​ແອລົງ.

​ອະດີດປະທານາທີບໍດີ Bush ຊຶ່ງ​ມີ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ Laura Bush
ຕິດຕາມ​ໄປນໍາ​ນັ້ນ ໄດ້​ຮັບ​ການ​ຕ້ອນຮັບ​ຢູ່​ສະໜາມ​ບິນ ​ໂດຍຮອງປະທານາທີບໍດີ
ຂອງ Zambia ທ່ານ Guy Scott.

​ໃນລະຫວ່າງທີ່​ເປັນປະທານາ​ທິບໍ​ດີ​ນັ້ນ ທ່ານ Bush ດ້ວຍການ​ສະໜັບສະໜຸນ​ຈາກ
​ທັງ​ສອງ​ພັກ​ການ​ເມືອງ​ໃນລັດຖະສະພາສະຫະລັດ ໄດ້ລິ່​ເລີ່​ມໂຄງການຕໍ່​ຕ້າ​ນໂຣກ
AIDS ມູນ​ຄ່າ​ຫຼາຍໆ​ພັນລ້ານ​ໂດ​ລາ ທີ່​ໄດ້​ສະໜອງ​ຢາ​ຕໍ່ຕ້ານ​ກັບ​ການກັບ​ຄືນ​ມາ​ອີກ​
ຂອງ​ໂຣກ​ເອດ​ສ໌ ໃຫ້ແກ່ຊາວອາຟຣິກາ ທີ່ຕິດເຊື້ອ HIV ນັ້ນ ​ທີ່​ໄດ້​ຊ່ວຍ​ຊີວິດ​ເຂົາ​ເຈົ້າ​ໄວ້
ຫລາຍລ້ານ​ຄົນ.

XS
SM
MD
LG