ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກການທູດ ສຫລ ປະຈຳ ມົສກູ ທີ່ຖືກຂັບໄລ່ ພາກັນເດີນທາງ ອອກຈາກຣັດເຊຍ


ລົດເມຫຼາຍຄັນ ເຊື່ອວ່າ ບັນທຸກນັກການທູດ ທີ່ຖືກຂັບໄລ່ ອອກຈາກຣັດເຊຍ ກຳລັງແລ່ນອອກຈາກ ສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 5 ເມສາ 2018.
ລົດເມຫຼາຍຄັນ ເຊື່ອວ່າ ບັນທຸກນັກການທູດ ທີ່ຖືກຂັບໄລ່ ອອກຈາກຣັດເຊຍ ກຳລັງແລ່ນອອກຈາກ ສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 5 ເມສາ 2018.

ນັກການທູດສະຫະລັດ ສິບກວ່າຄົນ ແລະຄອບຄົວຂອງພວກເຂົາເຈົ້າ ໄດ້ເດີນທາງ
ອອກຈາກ ສະຖານທູດຂອງສະຫະລັດ ປະຈຳນະຄອນຫຼວງມົສກູ ໃນວັນພະຫັດມື້ນີ້
ໃນການຕອບໂຕ້ ຂັບໄລ່ບັນດານັກການທູດ ລະຫວ່າງ ສະຫະລັດ ແລະ ຣັດເຊຍ
ຫຼັງຈາກເຫດການຂອງການວາງສານພິດ ຕໍ່ອະດີດສາຍລັບຂອງ ຣັດເຊຍ ຢູ່ໃນອັງກິດ
ທີ່ລັດຖະບານຣັດເຊຍ ຖືກຖິ້ມໂທດໃສ່ນັ້ນ.

ລົດເມ 3 ຄັນ ເຫັນແລ່ນອອກໄປຈາກບໍລິເວນສະຖານທູດ ສະຫະລັດ ແລະມຸ້ງໜ້າໄປ
ໃນທິດທາງຂອງສະໜາມບິນ ຫຼັງຈາກທີ່ມົສກູ ກຳນົດໃຫ້ ວັນພະຫັດມື້ນີ້ ເປັນເສັ້ນຕາຍ
ສຳລັບບັນດານັກການທູດ ໃຫ້ອອກໄປຈາກປະເທດ.

ໄດ້ມີການຂັບໄລ່ນັກການທູດຊຶ່ງກັນແລະກັນ ຢ່າງສົນລະວົນ ນັບຕັ້ງແຕ່ມີການວາງ
ສານພິດໃສ່ ທ່ານເຊີຣເກ ສກຣິບປາລ ແລະ ລູກສາວຂອງທ່ານ ໃນວັນທີ 4 ມີນາ
ຜ່ານມານີ້ ເຊິ່ງອັງກິດ ກ່າວວ່າ ເປັນການວາງສານພິດທຳລາຍລະບົບປະສາດ ຂອງ
ພວກທະຫານ ທີ່ໄດ້ຜະລິດຂຶ້ນມາໂດຍສະຫະພາບໂຊຫວຽດ.

ອະດີດສາຍລັບທີ່ເຮັດວຽກໃຫ້ສອງຝ່າຍ ຜູ້ທີ່ໄດ້ໂຕນໜີໄປອັງກິດ ແລະລູກສາວ ນາງ
ຢູເລຍ ໄດ້ຖືກພົບເຫັນນອນສະຫລົບຢູ່ຕັ່ງມ້າ ໃນສວນສາທາລະນະແຫ່ງນຶ່ງ ທີ່ເມືອງ
ໂຊລສເບີຣີ ຂອງອັງກິດ. ລອນດອນ ໄດ້ກ່າວວ່າ ມັນເປັນ “ໄປໄດ້ສູງ” ວ່າ ມົສກູເປັນ
ຜູ້ຢູ່ເບື້ອງຫລັງ ຂອງການລອບສັງຫານດັ່ງກ່າວ ເຊິ່ງເປັນການກ່າວຫາທີ່ວັງເຄຣມລິນ
ໄດ້ປະຕິເສດຢ່າງແຂງຂັນ.

ສາຍສຳພັນ ລະຫວ່າງ ຣັດເຊຍ ແລະປະເທດຕາເວັນຕົກ ໄດ້ຕົກຕ່ຳລົງ ນັບຕັ້ງແຕ່
ນັ້ນມາ. ນັກການທູດຣັດເຊຍ ຫຼາຍກວ່າ 150 ຄົນ ໄດ້ຖືກສັ່ງໃຫ້ອອກໄປຈາກ
ສະຫະລັດ ບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ ບັນດາປະເທດສະມາຊິກ
ຂອງອົງການ NATO ແລະ ປະເທດອື່ນໆ ໂດຍຖືວ່າເປັນການລົງໂທດ ອັນເປັນການ
ເຄື່ອນໄຫວ ທີ່ໄດ້ຖືກຕອບໂຕຄືນໂດຍຣັດເຊຍ.

Russia US Diplomats
please wait
Embed

No media source currently available

0:00 0:00:43 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG