ບັນດານັກເຄື່ອນໄຫວດ້ານສິດທິມະນຸດຊີເຣຍແລະຄະນະ
ສັງເກດການທີ່ເປັນອິດສະຫລະກ່າວວ່າ ພວກລົດເມຫຼາຍ
ຄັນ ໄດ້ເລີ້ມຍົກຍ້າຍ ເອົາພວກນັກຕໍ່ສູ້ຝ່າຍຕໍ່ຕ້ານລັດຖະ
ບານອອກຈາກໃຈກາງເມືອງ Homs ທີ່ຖືກປິດລ້ອມນັ້ນ.
ພວກນັກເຄື່ອນໄຫວດ້ານສິດທິມະນຸດຊີເຣຍ ກ່າວວ່າ
ການຍົກຍ້າຍໃນວັນພຸດມື້ນີ້ແມ່ນຮວມທັງພວກພົນລະ
ເຮືອນແລະພວກນັກຕໍ່ສູ້ປະສົມກັນ. ເມືອງດັ່ງກ່າວ ຊຶ່ງ
ເທື່ອນຶ່ງເຄີຍເອີ້ນວ່າ “ ນະຄອນຫຼວງຂອງການປະຕິ
ວັດ” ຕໍ່ຕ້ານປະທານາທິບໍດີ Bashar al-Assad ແຫ່ງ
ຊີເຣຍນັ້ນ ບັດນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງກຳລັງຝ່າຍລັດຖະບານແລ້ວ.
ໃນຂະນະດຽວກັນ ພວກຕໍ່ຕ້ານໃນພາກເໜືອຂອງປະເທດອະນຸຍາດໃຫ້ສົ່ງການຊ່ອຍ
ເຫຼືອເຂົ້າໄປໃນສອງຫົວເມືອງທີ່ພວກເຂົາປິດລ້ອມຢູ່ນັ້ນ.
ການປະຕິບັດງານດັ່ງກ່າວແມ່ນພາກສ່ວນນຶ່ງຂອງຂໍ້ຕົກລົງກັນລະຫວ່າງພວກຕໍ່ຕ້ານ
ແລະພວກກຳລັງຝ່າຍລັດຖະບານທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Bashar al-Assad.
ພວກຕໍ່ຕ້ານໃນເຂດໃຈກາງເມືອງ Homs ໄດ້ຕົກລົງຍອມຈຳນົນຂົງເຂດດັ່ງກ່າວເພື່ອ ແລກປ່ຽນກັບການຖືກຍົກຍ້າຍຢ່າງປອດໄພໄປຍັງຂົງເຂດອື່ນໆທີ່ຢູ່ພາຍໃຕ້ການຄວບ
ຄຸມຂອງພວກຝ່າຍຕໍ່ຕ້ານໃນພາກເໜືອຂອງແຂວງ Homs ນັ້ນ.