ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ Boko Haram ລັກພາໂຕຜູ້ຄົນ ຫຼາຍສິບຄົນ ທີ່ Cameroon


ບັນດາ​ເຈົ້າ​ໜ້າ​ທີ່ Cameroon ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
Boko Haram ​ໄດ້​ລັກພາ​ໂຕ​ປະຊາຊົນ​ຢ່າງ​ໜ້ອຍ 60 ຄົນ
ຮວມທັງ​ພວກ​ເດັກນ້ອຍ​ນຳ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ການ​ບຸກ
​ໂຈມ​ຕີ​ຂ້າມ​ຊາຍ​ແດນຈາກ​ໄນ​ຈີ​ເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ຫຼາຍ​ຄົນ​ພະຍາຍາມ​ຢຸດ​
ພວກ​ຫົວ​ຮຸນ​ແຮງ ​ໄດ້​ຖືກ​ຂ້າ​ຕາຍ ​ແລະ​ບ້ານ​ເຮືອນປະມານ
80 ຫຼັງ​ຖືກ​ເຜົາ​ໄໝ້​ລົງ​ຈຳ​ດິນ.

ທ່ານ Issa Tchiroma Bakary ລັດຖະມົນຕີ​ຖະ​ແຫຼ​ງຂ່າວ
Cameroon ​ເອີ້ນ​ພວກ​ລັກພາ​ໂຕ​ນັ້ນ​ວ່າ ປ່າ​ເຖື່ອນ ​ແລະ
​ໄຮ້​ໂຕ​ບົດ​ກົດໝາຍ ​ແລະ​ກ່າວ​ຕື່ມ​ວ່າ ບໍ່​ມີ​ຫຍັງ​ທີ່​ຈະ​ຢຸດ​ພວກເຂົາ​ໃນ​ການ​ເຂັ່ນຂ້າ​ນີ້​ໄດ້.

nigeriaviolence19january15
please wait

No media source currently available

0:00 0:00:58 0:00

XS
SM
MD
LG