ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

17 ຄົນເສຍຊີວິດ ໃນອຸບັດເຫດ ລົດເມໂດຍສານ ຕົກພູ ໃນເນປາລ


ແຜນທີ່ ປະເທດເນປາລ
ແຜນທີ່ ປະເທດເນປາລ

ລົດ​ເມ​ໂດຍສານ ທີ່​ບັນຈຸ​ຜູ້​ໂດຍສານ​ເກີນ​ກຳນົດ ​ໄດ້ເຈືອກອອກ​
ຈາກ​ທາງ​ແຄມ​ພູ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ເນ​ປາລ ​
ເມື່ອ​ຕອນ​ເດິກ​ ຂອງ​ວັນ​ອາທິດ​ວານ​ນີ້ ​ແລະ​ຕົກລົງ​ໄປ​ຕາມ​ຈ້າຍ​ພູ
6 ຮ້ອຍ​ແມັດ ເຮັດ​ໃຫ້ ຢ່າງ​ນ້ອຍ 17 ຄົນ​ເສຍ​ຊີວິດ ​ແລະ ອີກ 50
ຄົນ ​ໄດ້​ຮັບ​ບາດ​ເຈັບ.

ບັນດາພະນັກງານ​ກູ້​ໄພ ​ໄດ້​ດຶງ​ເອົາ 14 ສົບອອກ​ມາ​ໄດ້ ​ໃນ​ຂະນະ
​ທີ່​ອີກ 3 ຄົນ ​ໄປ​ເສຍ​ຊີວິດ​ຢູ່ໂຮງໝໍ. ມີຜູ້​ໂດຍສານ​ທັງ​ໝົດ 67 ຄົນ
ຢູ່​ໃນ​ລົດ​ເມ ຊຶ່ງ​ມີບ່ອນ​ນັ່ງ​ພຽງ 38 ​ບ່ອນເທົ່າ​ນັ້ນ.

ຕຳຫລວດກ່າວ​ວ່າ ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ທັງ​ໝົດ ​ໄດ້​ຖືກ​ນຳ​ສົ່ງ​ໄປ​ຍັງ​ໂຮງໝໍ​ແຫ່ງຕ່າງໆ​ແລ້ວ.

ລົດ​ເມຄັນ​ດັ່ງກ່າວ ກຳລັງ​ແລ່ນໄປຕາມ​ທາງ​ແຄບໆ ທີ່​ຄົດ​ລ້ຽວ​ໄປຕາມ​ແຄມ​ພູ ​ໃນລະຫວ່າງ ຕອນ​ຄ່ຳ​ຄືນ ໃນ​ເວ​ລາທີ່ເກີດອຸບັດ​ເຫດ​ ປະມານ 400 ກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນຫລວງ ກັດ​ມັນ​ດູ​ ໄປ​ທາງ​ທິດຕາ​ເວັນ​ຕົກ.

ອຸບັດ​ເຫດ​ບົນ​ທ້ອງ​ຖະໜົນ ​ໄດ້​ເພີ້​ມຂຶ້ນ ເມື່ອ​ບໍ່​ດົນ​ຜ່ານ​ມາ ​ໃນທົ່ວປະ​ເທດ​ເນ​ປາລ. ອຸບັດ​ເຫດ​ ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ ​ແມ່ນ​ມີ​ສາເຫດມາ​ຈາກ ​ສະພາບ​ທາງ​ທີ່​ບໍ່​ດີ ລົດ​ທີ່​ເກົ່າ​ແກ່ ​ແລະ ຄວາມ​ເລີ່ນ​ເລີ້​ປະໝາດ​ຂອງຄົນ​ຂັບ​.

XS
SM
MD
LG