ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ລະເບີດແຕກ ຢູ່ເທິງລົດບັສ ໃນປະເທດ ປາກິສຖານ ເຮັດໃຫ້ 15 ຄົນ ເສຍຊີວິດ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ປາກິສຖານ ກວດກາ ລົດບັສ ຫຼັງຈາກລະເບີດໄດ້ແຕກໃສ່ ໃນເມືອງ Peshawar, ປະເທດ ປາກິສຖານ. 16 ມີນາ, 2016.

ລະເບີດໄດ້ແຕກໃສ່ລົດ​ເມຄັນໜຶ່ງ ທີ່ເຕັມໄປດ້ວຍຜູ້ໂດຍສານ ໃນ ພາກຕາເວັນຕົກສຽງເໜືອຂອງປະເທດ ປາກິສຖານ ໃນວັນພຸດມື້ນີ້ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ຄົນອື່ນໆໄດ້ຮັບ ບາດເຈັບຢ່າງໜ້ອຍ 30 ຄົນ.

ຜູ້ເຄາະຮ້າຍສ່ວນໃຫຍ່ແມ່ນພະນັກງານລັດຖະບານ, ອີງຕາມເຈົ້າ ໜ້າທີ່ແຂວງໃນເມືອງ Peshawar, ເຊິ່ງເປັນສະຖານທີ່ຂອງ​ເຫດ ລະເບີດທີ່ຮຸນແຮງ.

ໃນການສືບສວນສອບສວນເບື້ອງຕົ້ນຂອງຕຳຫຼວດໄດ້ສະຫຼຸບວ່າ ວັດຖຸລະເບີດ ໄດ້ຖືກເຊື່ອງໄວ້ຢູ່ໃຕ້ບ່ອນນັ່ງໃນລົດເມ ແລະ ອຸປະ ກອນຕັ້ງເວລາແມ່ນໄດ້ຖືກໃຊ້ເພື່ອ​ກຳນົດ​ການ​ແຕກ​ຂອງລະເບີດ.

ລາຍ​ງານຂ່າວໂທລະພາບໄດ້ສະແດງໃຫ້ເຫັນວ່າ ລະເບີດທີ່ຮຸນ ແຮງນັ້ນ ໄດ້ທຳລາຍລົດເມໂດຍສິ້ນເຊີງ.

ການວາງລະເບີດຄັ້ງນີ້ ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບ ແຕ່ວ່າບັນດາເຈົ້າໜ້າທີ່ສົງໄສວ່າ ພວກຕາລີບານແມ່ນຢູ່ເບື້ອງຫຼັງ ຂອງຄວາມຮຸນແຮງໃນຄັ້ງນີ້. ກຸ່ມຕໍ່ຕ້ານລັດຖະບານດັ່ງກ່າວ ໄດ້ອ້າງ ເອົາຄວາມຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ດ້ວຍລະເບີດສະຫຼະຊີບ ໃນສັບປະດາທີ່ຜ່ານມາ ໃນບໍລິເວນທີ່ຕັ້ງຂອງສານໃນ ເມືອງ Shabqadar, ໃກ້ກັບເມືອງ Peshawar. ການໂຈມຕີດັ່ງກ່າວໄດ້ສັງຫານປະຊາຊົນ 17 ຄົນ ແລະ ຄົນອື່ນໆໄດ້ຮັບບາດເຈັບອີກ 36 ຄົນ.

ພວກ ຕາລີບານ ໃນປະເທດ ປາກິສຖານ ໄດ້ເຮັດສົງຄາມຕໍ່ຕ້ານ ລັດຖະບານດົນກວ່າໜຶ່ງທົດ ສະວັດແລ້ວ, ເຮັດໃຫ້ປະຊາຊົນ ປາກິສຖານ ເສຍຊີວິດຫຼາຍກວ່າສິບພັນຄົນ.

ການລະເບີດລົດ​ເມໄດ້ເກີດຂຶ້ນໜຶ່ງ​ມື້ຫຼັງຈາກຜູ້​ບັນຊາ​ການ​ທະຫານບົກ ປາກິສຖານ, ນາຍພົນ Raheel Sharif, ໄດ້ອະນຸມັດການປະຫານ ຊີວິດຜູ້ຊາຍ 13 ຄົນທີ່ພົວພັນກັບກຸ່ມຫົວຮຸນແຮງ ທີ່ໄດ້ຖືກຕັດສິນລົງ ໂທດໂດຍສານທະຫານ ກ່ຽວ​ກັບ ບົດບາດຂອງພວກເຂົາເຈົ້າໃນການປະ ຕິບັດການກໍ່ການຮ້າຍເມື່ອບໍ່ດົນມານີ້ໃນທົ່ວປະເທດ.

Pakistan Bombing
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG