ເປັນທີ່ຄາດກັນວ່າ ທ່ານ Pierre Nkurunziza ຈະເຂົ້າກຳ
ຕຳແໜ່ງເປັນປະທານາທິບໍດີບາຣຸນດີ ສະໄໝ ທີ 3 ໃນຂະນະທີ່
ພວກມີສິດເລືອກຕັ້ງ ໄດ້ໄປປ່ອນບັດ ໃນວັນອັງຄານມື້ນີ້ ທີ່ພວກ
ຝ່າຍຄ້ານພາກັບບອຍຄອ໊ດຫລືບໍ່ເຂົ້າຮ່ວມ.
ການເລືອກຕັ້ງຍັງດຳເນີນຕໍ່ໄປ ເຖິງແມ່ນວ່າໄດ້ມີການປະທ້ວງ
ຂອງພວກຕໍ່ຕ້ານລັດຖະບານມາເປັນເວລາຫຼາຍເດືອນ ແລະການ
ຮຽກຮ້ອງຈາກປະຊາຄົມນາໆຊາດ ໃຫ້ປະທານາທິບໍດີລົງຈາກ
ອຳນາດ ກໍຕາມ.
ພວກຕິຕຽນກ່າວວ່າ ທ່ານ Nkurunziza ບໍ່ຄວນມີສິດໃນການ
ເຂົ້າຮັບຕຳແໜ່ງຕື່ມອີກສະໄໝນຶ່ງ ແຕ່ວ່າ ສານລັດຖະທຳມະນູນຂອງບຸຣຸນດີ ໄດ້ຕັດສິນວ່າ ທ່ານມີສິດ ເພາະວ່າ ທ່ານເປັນຜູ້ຖືກເລືອກໂດຍຄະນະລັດຖະສະພາ ແລະນັ້ນບໍ່ແມ່ນການເລືອກທົ່ວໄປ ໃນການ ເຂົ້າຮັບຕຳແໜ່ງສະໄໝທີ 1 ຂອງທ່ານ.
ການປະທ້ວງໄດ້ພາໃຫ້ເກີດຄວາມຮຸນແຮງ ຊຶ່ງຮວມທັງເຫດການທີ່ເກີດຂຶ້ນໃນຕອນແລງວັນຈັນວານນີ້ ທີ່ເມືອງຫຼວງ Bujumbura ບ່ອນທີ່ໄດ້ຍິນສຽງລະເບີດ ແລະສຽງປືນດັງຂຶ້ນນັ້ນ. ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຮັບຜິດຊອບ “ໃຫ້ຄ້ຳປະກັນເລື້ອງຄວາມປອດໄພ ໃນລະຫວ່າງການເລືອກຕັ້ງນັ້ນ.” ແລະໃຫ້ທຸກພັກຝ່າຍໃນບຸຣຸນດີເລີ້ມການເຈລະຈາກັນ.
ຄະນະທີ່ປຶກສາອົງການສະຫະປະຊາຊາດກຳລັງຕິດຕາມສິ້ງຊອມເບິ່ງການເລືອກຕັ້ງໃນວັນອັງຄານ ມື້ນີ້ ຊຶ່ງຮວມທັງຜູ້ມີສິດປ່ອນບັດ 3 ລ້ານ 8 ແສນຄົນ.
ການເລືອກຕັ້ງປະທານາທິບໍດີ ມີຂຶ້ນຫລັງຈາກການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນເດືອນແລ້ວນີ້ ທີ່ພັກທ່ານ Nkurunziza ໄດ້ຮັບໄຊຊະນະຢ່າງງ່າຍດາຍ. ຝ່າຍຄ້ານແມ່ນ ບໍ່ຍອມເຂົ້າຮ່ວມໃນການປ່ອນບັດ ຊຶ່ງຖືກຕຳນິຕິຕຽນຈານາໆຊາດວ່າ ບໍ່ເປັນການອິດສະລະ
ຫຼືບໍ່ຍຸຕິທຳ.