ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບູຣຸນດີ ໄປລົງ ປະຊາມະຕິ ເພື່ອຕໍ່ເວລາ ໃນການກຳອຳນາດ ຂອງປະທານາທິບໍ


ປະທານາທິບໍດີປີແອ ແອັນກູຣຸນຊີຊາ ປ່ອນບັດ ໃນການລົງ
ປະຊາມະຕິ ທີ່ໂຮງຮຽນ ເດີ ບຸຍເຢ (School Ecofo de Buye) ໃນເມືອງ ວູມບາ (Mwumba) ແຂວງ ໂງຊີ (Ngozi) ໃນພາກເໜືອຂອງບຸຣຸນດີ ວັນທີ 17 ພຶດສະພາ 2018.
ປະທານາທິບໍດີປີແອ ແອັນກູຣຸນຊີຊາ ປ່ອນບັດ ໃນການລົງ ປະຊາມະຕິ ທີ່ໂຮງຮຽນ ເດີ ບຸຍເຢ (School Ecofo de Buye) ໃນເມືອງ ວູມບາ (Mwumba) ແຂວງ ໂງຊີ (Ngozi) ໃນພາກເໜືອຂອງບຸຣຸນດີ ວັນທີ 17 ພຶດສະພາ 2018.

ຜູ້ມີສິດປ່ອນບັດຫຼາຍພັນຄົນ ໃນປະເທດບູຣຸນດີ ຊຶ່ງຕັ້ງຢູ່ໃນພາກຕາເວັນອອກ
ຂອງທະວີບອາຟຣິກາ ພາກັນໄປໃຊ້ສິດໃຊ້ສຽງຂອງພວກເຂົາເຈົ້າ ໃນການລົງ
ປະຊາມະຕິ ທີ່ອາດຈະຍືດເວລາ ໃນການກຳອຳນາດຂອງປະທານາທິບໍດີປີແອ
ແອັນກູຣຸນຊີຊາ ອອກໄປຈົນຮອດປີ 2034.

ຜູ້ຄົນຈຳນວນຫຼວງຫຼາຍໄດ້ພາກັນເຂົ້າແຖວທີ່ຍາວຢຽດ ຢູ່ນອກໜ່ວຍປ່ອນບັດ
ຕ່າງໆ ທີ່ນະຄອນຫຼວງບູຈຸມບູຣາແລະຢູ່ທົ່ວປະເທດ ເພື່ອປ່ອນບັດໃນການລົງ
ປະຊາມະຕິ.

ສະໄໝການດຳລົງຕຳແໜ່ງໃນປັດຈຸບັນນີ້ແມ່ນ 5 ປີ ແຕ່ບົດແກ້ໄຂລັດຖະທຳ
ມະນູນ ຈະໃຫ້ປະທານາທິບໍດີຮັບໜ້າທີ່ເປັນເວລາ 7 ປີ. ລັດຖະທຳມະນູນໄດ້
ຈຳກັດການຕຳລົງຕຳແໜ່ງ 2 ສະໄໝ ແຕ່ກໍມີການໂຕ້ແຍ້ງວ່າການປ່ຽນແປງ
ນັ້ນຈະເປັນການເລີ້ມຕົ້ນໃໝ່ສຳລັບປະທານາທິບໍດີແອັນກູຣຸນຊີຊາ ຊຶ່ງທ່ານຈະ
ສາມາດລົງສະໝັກໄດ້ອີກ 2 ເທື່ອ.

ທ່ານແອັນກູຣຸນຊີຊາ ທີ່ໄດ້ເຂົ້າກຳຕຳແໜ່ງ ມາແຕ່ປີ 2005 ໄດ້ຖືກເລືອກໃຫ້
ເຂົ້າຮັບຕຳແໜ່ງ ເປັນສະໄໝທີ 3 ໃນປີ 2015 ຊຶ່ງໄດ້ລະເມີດຕໍ່ຂໍ້ຈຳກັດ 2
ສະໄໝ ທີ່ກຳນົດໄວ້ຢູ່ໃນຂໍ້ຕົກລົງສັນຕິພາບ ທີ່ບັນລຸກັນໃນປີ 2000 ຊຶ່ງເຮັດ
ໃຫ້ສົງຄາມກາງເມືອງທີ່ຍືດຍາວແລະນອງເລືອດໃນປະເທດດັ່ງກ່າວສິ້ນສຸດລົງ.
ຢ່າງໜ້ອຍ ມີ 1,200 ຄົນ ເສຍຊີວິດ ນັບແຕ່ນັ້ນມາ ແລະມີຊາວບູຣຸນດີຫຼາຍ
ກວ່າ 400,000 ຄົນຕ້ອງໄດ້ຫລົບໜີອອກຈາກປະເທດ.

ອົງການສື່ສານແລະຄົມມະນາຄົມແຫ່ງຊາດ ຂອງບູຣຸນດີ ໄດ້ອອກຄຳສັ່ງຫ້າມ
ບໍ່ໃຫ້ວີໂອເອ ແລະບີບີຊີ​ ອອກອາກາດ ເປັນເວລາ 6 ເດືອນ ໃນຕົ້ນເດືອນນີ້
ໂດຍກ່າວຫາອົງການຂ່າວທັງ 2 ວ່າ ລະເມີດກົດໝາຍຄຸ້ມຄອງສື່ມວນຊົນແລະ
ພົວພັນກັບການປະຕິບັດທີ່ຜິດຫລັກຈັນຍາບັນ. ນອກນັ້ນ ບູຣຸນດີຍັງໄດ້ເຕືອນ
ວິທະຍຸຝຣັ່ງສາກົນໂດຍກ່າວຫາວິທະຍຸດັ່ງກ່າວວ່າ ລາຍງານຂ່າວທີ່ບໍ່ຖືກຕ້ອງ
ກ່ຽວກັບຄວາມເປັນໄປໄດ້ທີ່ຈະມີການແກ້ແຄ້ນ ຕໍ່ພວກທີ່ຮຽກຮ້ອງໃຫ້ອອກສຽງ
ຄັດຄ້ານ ໃນການລົງປະຊາມະຕິດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Burundi Politics
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG