ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບູຣຸນດີ ຫ້າມບໍ່ໃຫ້ ວີໂອເອ ແລະ ບີບີຊີ ອອກອາກາດ ກ່ອນ ລົງປະຊາມະຕິ


ປະທານາທິບໍດີ ປີແອ ກູຣຸນຊີຊາ ແຫ່ງບູຣຸນດີ ໄປຮອດ ການສວນສະໜາມ ໃນວັນເອກກະລາດ ທີ່ນະຄອນຫຼວງ ບູຈຸມບູຣາ.
ປະທານາທິບໍດີ ປີແອ ກູຣຸນຊີຊາ ແຫ່ງບູຣຸນດີ ໄປຮອດ ການສວນສະໜາມ ໃນວັນເອກກະລາດ ທີ່ນະຄອນຫຼວງ ບູຈຸມບູຣາ.

ປະເທດບູຣຸນດີ ໄດ້ປະກາດຫ້າມ ບໍ່ໃຫ້ວີໂອເອ ແລະບີບີຊີ ອອກອາກາດເປັນເວລາ 6
ເດືອນ 2 ອາທິດ ກ່ອນມີການປ່ອນບັດ ລົງປະຊາມະຕິ ກ່ຽວກັບຂໍ້ສະເໜີ ເພື່ອໃຫ້ດັດ ແປງລັດຖະທຳມະນູນ ຮວມທັງປ່ຽນແປງການຈຳກັດໃນການເຂົ້າຮັບຕຳແໜ່ງຂອງປະ
ທານາທິບໍດີ.

ການຫ້າມດັ່ງກ່າວໄດ້ປະກາດໃນວັນສຸກວານນີ້ ໂດຍສະພາສື່ສານຄົມມະນາຄົມແຫ່ງ
ຊາດຂອງບູຣຸນດີ ຊຶ່ງໄດ້ກ່າວຫາວີໂອເອ ແລະບີບີຊີ ຂອງອັງກິດວ່າ ລະເມີດກົດໝາຍ
ຄຸ້ມຄອງສື່ມວນຊົນ ແລະພົວພັນໃນການປະຕິບັດ ທີ່ຜິດຈັນຍາບັນ. ຖະແຫຼງການກ່າວ
ວ່າ ການຫ້າມຈະເລີ້ມໃນວັນຈັນຈະມານີ້.

ນອກນັ້ນ ສະພາດັ່ງກ່າວຍັງໄດ້ອອກຄຳເຕືອນຕໍ່ວິທະຍຸຝຣັ່ງສາກົນ ໂດຍກ່າວຫາວ່າ
ລາຍງານຂ່າວທີ່ບໍ່ຖືກຕ້ອງກ່ຽວກັບຄວາມເປັນໄປໄດ້ໃນການແກ້ແຄ້ນຕໍ່ພວກທີ່ຮຽກ
ຮ້ອງ ໃຫ້ລົງຄະແນນສຽງ “ບໍ່ເຫັນພ້ອມ” ກັບການລົງປະຊາມະຕິທີ່ຈະມີຂຶ້ນ.

ໃນຖະແຫຼງການທີ່ອອກໃນວັນສຸກວານນີ້ ຜູ້ອຳນວຍການອີໂອເອ ທ່ານນາງອາແມນ
ດາ ເບນແນັດ ໄດ້ປະນາມການເອົາມາດຕະການຂອງສະພາດັ່ງກ່າວ.

ທ່ານນາງເບນແນັດເວົ້າວ່າ “ພວກເຮົາຮູ້ສຶກຕື່ນຕົກໃຈແລະບໍ່ພໍໃຈ ຕໍ່ການເອົາບາດ
ກ້າວໃນມື້ນີ້ ໂດຍສະພາສື່ສານຄົມມະນາຄົມ ຂອງບູຣຸນດີ ທີ່ໄດ້ຫ້າມ ບໍ່ໃຫ້ວີໂອເອ ອອກອາກາດລາຍການຂ່າວຂໍ້ມູນຕ່າງໆ. ຜູ້ຮັບຟັງລາຍການຂອງວີໂອເອແມ່ນກາງ
ຕໍ່ວີໂອເອ ໃນການສະໜອງ ການເກັບກຳຂ່າວ ແລະເຫດການຕ່າງໆ ໃນປັດຈຸບັນນີ້ ແບບມີຄວາມຈິງ ບໍ່ເຂົ້າຂ້າງອອກຂາ ແລະຍຸຕິທຳ ດັ່ງນັ້ນ ການຫ້າມດັ່ງກ່າວ ຈຶ່ງກີດ
ກັນບໍ່ໃຫ້ປະຊາຊົນ ຊາວບູຣຸນດີ ໄດ້ຮັບຂ່າວທີ່ໜ້າເຊື່ອຖືໃນໄລຍະທີ່ມີຄວາມຫຼໍ່ແຫຼມ ສຳຄັນຢູ່ໃນປະເທດນັ້ນ.”

ທ່ານນາງກ່າວຕື່ມວ່າ “ນີ້ໄດ້ເຮັດໃຫ້ມີຄວາມເສົ້າເສຍໃຈເພີ້ມຕື່ມຍ້ອນມີຂຶ້ນພຽງມື້
ດຽວເທົ່ານັ້ນ ຫຼັງຈາກວັນອິດສະຫຼະພາບ ດ້ານການຂ່າວ ຂອງໂລກ ຊຶ່ງເປັນວັນທີ່ ມີການຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆ ຍົກເລີກ ບໍ່ແມ່ນວາງຂໍ້ຈຳກັດ
ໃໝ່ ຕໍ່ສື່ມວນຊົນ.”

ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ຕົນຮູ້ສຶກ “ເສຍໃຈ” ໃນ
ການເອົາບາດກ້າວ ຂອງບູຣຸນດີ ແລະໄດ້ສະແດງ ຄວາມເປັນຫ່ວງ ໄປຍັງລັດຖະ
ບານປະເທດດັ່ງກ່າວ. ລາຍການຂອງວີໂອເອ ຍັງຈະສືບຕໍ່ຊອກຟັງໄດ້ ໃນພາສາ
ກີຣຸນດີ ແລະກິນຢາວານດາ ໂດຍຜ່ານວິທະຍຸຄື້ນສັ້ນ ຫຼືອິນເຕີແນັດ ແລະສະຖາ
ນີແອັຟແອັມ ທີ່ຕັ້ງຢູ່ໃນປະເທດເພື່ອນບ້ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG