Burundi ໄດ້ປິດມະຫາວິທະຍາໄລຂອງຕົນ ຢ່າງບໍ່ຄາດຄິດມາ
ກ່ອນ ທ່າມກາງການປະທ້ວງທາງການເມືອງ ຕໍ່ການປະກາດ
ແຕ່ງຕັ້ງໃຫ້ປະທານາທິບໍດີ Pierre Nkurunziza ສະມັກລົງ
ແຂ່ງຂັນອີກຕື່ມເປັນສະໄມທີ 3.
ລາຍງານຫຼາຍສະບັບລະບຸວ່າ ມະຫາວິທະຍາໄລ Bujumbura
ໄດ້ປິດປະຕູລົງໃນວັນພະຫັດມື້ນີ້ ແລະສົ່ງພວກນັກສຶກສາທີ່ອາ
ໄສ ຢູ່ໃນຫໍພັກມະຫາວິທະຍາໄລ ໃຫ້ກັບຄືນບ້ານ.
ມີຢ່າງໜ້ອຍ 5 ຄົນ ໄດ້ເສຍຊີວິດ ໃນການປະທ້ວງ ທີ່ໄດ້ລະເບີດ
ຂຶ້ນ ຫຼັງຈາກການປະກາດແຕ່ງຕັ້ງ ທີ່ເປັນບັນຫາໂຕ້ແຍ້ງ
ໃນວັນເສົາຜ່ານມານີ້ ໃນຂະນະທີ່ພວກຕຳຫຼວດໄດ້ປະທະກັບພວກປະທ້ວງຈຳນວນ
ຫຼາຍຮ້ອຍຄົນ ທີ່ໄດ້ພາກັນລົງສູ່ທ້ອງຖະໜົນບໍ່ເທົ່າໃດມື້ຕໍ່ມາ ນັບຈາກນັ້ນ.
ພວກຕຳໜິຕິຕຽນຕໍ່ການປະກາດແຕ່ງຕັ້ງ ກ່າວວ່າ ການທີ່ຈະໃຫ້ປະທານາທີບໍດີຜູ້ຊຶ່ງ
ກຳຕຳ ແໜ່ງຢູ່ລົງສະໝັກອີກຕື່ມສະໄມນຶ່ງ ເປັນຄັ້ງທີ 3 ນັ້ນ ແມ່ນບໍ່ມີໃນລັດຖະທຳມະນູນ.
ທ່ານ Djinit ໄດ້ກ່າວໃນວັນອັງຄານຜ່ານມານີ້ວ່າ ເລຂາທິການໃຫຍ່ອົງການສະຫະປະຊາ
ຊາດໄດ້ປະກາດ ວ່າທ່ານຈະສົ່ງທູດພິເສດປະຈຳເຂດທະເລສາບໃຫຍ່ ໄປຍັງ Burundi ເພື່ອເປີດການເຈລະຈາກັບປະທານາທິບໍດີ ແລະບັນດາເຈົ້າໜ້າທີ່ລັດຖະບານອື່ນໆແລະພວກຜູ້ນຳພັກການເມືອງອື່ນໆນຳ.
ເລຂາທິການອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພໃຊ້ ຄວາມຢັບຢັ້ງ ແລະຂໍໃຫ້ທຸກພັກຝ່າຍບໍ່ກະທຳການຮຸນແຮງ ແລະຫຼີກເວັ້ນການກ່າວໂຈມຕີ ກັນ.