ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບູຣຸນດີ ປະຕິເສດ ບໍ່ຮັບເອົາ ການສົ່ງກຳລັງ ຮັກສາສັນຕິພາບ ຂອງສະຫະພາບອາຟຣິກາ


ພວກຜູ້ຕ້ອງສົງໄສ ເປັນນັກຕໍ່ສູ້ ຖືກນຳໄປແຫ່ໃຫ້ບັນດາສື່ມວນຊົນເຫັນ ໂດຍເຈົ້າໜ້າທີ່ຕຳຫຼວດ ຢູ່ໃກ້ໆ ກັບກອງອາວຸດທີ່ຢຶດເອົາມາໄດ້ ຈຳນວນໜຶ່ງ ຫຼັງຈາກເກີດການປະທະກັນ ຢູ່ໃນນະຄອນຫຼວງ Bujumbura ຂອງປະເທດບູຣຸນດີ, ວັນທີ 12 ທັນວາ 2015.
ພວກຜູ້ຕ້ອງສົງໄສ ເປັນນັກຕໍ່ສູ້ ຖືກນຳໄປແຫ່ໃຫ້ບັນດາສື່ມວນຊົນເຫັນ ໂດຍເຈົ້າໜ້າທີ່ຕຳຫຼວດ ຢູ່ໃກ້ໆ ກັບກອງອາວຸດທີ່ຢຶດເອົາມາໄດ້ ຈຳນວນໜຶ່ງ ຫຼັງຈາກເກີດການປະທະກັນ ຢູ່ໃນນະຄອນຫຼວງ Bujumbura ຂອງປະເທດບູຣຸນດີ, ວັນທີ 12 ທັນວາ 2015.

ສະຫະພາບອາຟຣິກາ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ຕົນ
ຈະສົ່ງ ໜ່ວຍຮັກສາສັນຕິພາບ ທີ່ມີສະມາຊິກຈຳນວນ 5,000
ຄົນ ໄປຍັງປະເທດບູຣຸນດີ ທ່າມກາງຄວາມຢ້ານກົວວ່າ ປະເທດ
ດັ່ງກ່າວ ຈະຖອຍຫຼັງກັບຄືນ​ໄປສູ່ສົງຄາມກາງເມືອງອີກ ແຕ່
ບູຣຸນດີ ໄດ້ປະຕິເສດ ທີ່ຈະຮັບເອົາກຳລັງຮັກສາສັນຕິພາບນັ້ນ.

ສະພາຄວາມໝັ້ນຄົງແຫ່ງຊາດຂອງບູຣຸນດີ ປະກອບດ້ວຍປະທາ
ນາທິບໍດີ Pierre Nkurunziza ແລະ ບັນດາຄະນະລັດຖະບານ
ຂອງທ່ານທັງ ໝົດ ໄດ້ປະຕິເສດຕໍ່ຂໍ້ສະເໜີການສົ່ງກຳລັງຂອງ​
ສະຫະ​ພາບອາຟຣິກາເມື່ອວັນອັງຄານວານນີ້. ມື້ໜຶ່ງກ່ອນໜ້ານີ້
ສະພາບູຣຸນດີ ໄດ້ກ່າວວ່າ ຕົນພິຈາລະນາວ່າ ການສົ່ງກຳລັງເຂົ້າ
ປະເທດນັ້ນ ແມ່ນເປັນການຮຸກຮານ.

ລັດຖະມົນຕີຕ່າງປະເທດບູຣຸນດີ ທ່ານ Alain Nyamitwe ໄດ້ຕຳໜິຕິຕຽນ ສະຫະພາບ
ອາຟຣິກາ ທີ່ບໍ່ໄດ້ປຶກສາຫາລື ກັບລັດຖະບານຂອງທ່ານ ກ່ອນທີ່ຈະຕັດສິນໃຈ ສົ່ງກຳລັງ
ຮັກສາສັນຕິພາບ ​ໄປ​ປະ​ເທດ​ຂອງ​ທ່ານ.

ທ່ານ Nyamitwe ເວົ້າວ່າ “ການຕັດສິນໃຈ ຂອງສະພາສັນຕິພາບ ແລະຄວາມໝັ້ນຄົງ
ມີຂໍ້ກຳນົດອັນໜຶ່ງ ທີ່ໃຫ້ລັດຖະບານຂອງສາທາລະນະລັດ ບູຣຸນດີ ມີຄຳເຫັນ ກ່ຽວ​ກັບ
ການສົ່ງທະຫານເຫຼົ່ານັ້ນ ໄປປະຈຳການ. ໃນຄວາມເປັນຈິງແລ້ວ ການຕັດສິນ ໃນໂຕ
ມັນເອງນັ້ນ ກໍແມ່ນວ່າ ລັດຖະບານຂອງສາທາລະນະລັດ ບູຣຸນດີ ແມ່ນຕ້ອງທຳຕາມ
ສະຫະພາບອາຟຣິກາ ແຕ່ມັນບໍ່ໄດ້ເກີດຂຶ້ນເຊັ່ນນັ້ນເລີຍ ແລະ ພວກເຮົາມີຄວາມເສຍ
ໃຈຫຼາຍ ເພາະວ່າ ມັນກົງກັນຂ້າມ ກັບການທຳງານດ້ານການທູດທີ່ດີ.”

ຮອງປະທານ ຄະນະກຳມະທິການສະຫະພາບອາຟຣິກາ ທ່ານ Erastus Mwencha
ໄດ້ກ່າວຕໍ່ວີໂອເອ ເມື່ອວັນອັງຄານວານນີ້ວ່າ ສະພາສັນຕິພາບ ແລະຄວາມໝັ້ນຄົງ ຂອງ
ສະຫະພາບອາຟຣິກາ ໄດ້ຮັບຟັງຄຳເຫັນຂອງລັດຖະບານບູຣຸນດີ ກ່ອນໜ້າສະພາ ໄດ້ບັນ
ລຸການຕັດສິນໃຈ ທີ່​ຈະສົ່ງທະຫານໄປປະຈຳການ.

​ແຕ່ທ່ານ Nyamitwe ກ່າວ​ວ່າ ​ເຖິງ​ແມ່ນ​ໃນ​ຄວາມ​ຈິງແລ້ວ ບູຣຸນດີ​ເປັນປະທານ ຂອງສະ
ພາສັນຕິພາບ ແລະຄວາມໝັ້ນຄົງ ຂອງສະຫະພາບອາຟຣິກາ ສຳລັບ​ເດືອນທັນວາ ​ແຕ່​ກໍ​ບໍ່​
ໄດ້​ມີ​ການ​ປຶກສາ​ຫາລື​ກັບ ບູຣຸນດີເລີຍ.

XS
SM
MD
LG