ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບູຣຸນດີ ເປີດການເຈລະຈາກັບ ຝ່າຍຄ້ານ


ປະທານາທິບໍດີ ບູຣຸນດີ ທ່ານ Pierre Nkurunziza ກຳລັງສາ ບານໂຕ ເຂົ້າຮັບຕຳແໜ່ງເປັນເທີມທີ່ສາມ
ປະທານາທິບໍດີ ບູຣຸນດີ ທ່ານ Pierre Nkurunziza ກຳລັງສາ ບານໂຕ ເຂົ້າຮັບຕຳແໜ່ງເປັນເທີມທີ່ສາມ

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ Burundi ຄົນ​ໜຶ່ງ ກ່າວ​ວ່າ ລັດຖະບານ​ປະ
ເທດ​ຂອງ​ທ່ານ ມີ​ຄວາມ​ພໍ​ໃຈ​ທີ່​ຈະ​ເລີ້ມສົນທະນາ​ກັບ ຝ່າຍ​
ຄ້ານ ຫລັງ​ຈາກໄດ້​ຮຽກຮ້ອງໃຫ້​ມີ​ການ​ສົນທະນາ​ຈາກ ປະທາ
ນາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ ສະຫະ
​ປະຊາຊາດ.

ທ່ານ Willy Nyamitwe ທີ່​ປຶຶກສາ​ຂັ້ນ​ສູງ​ຂອງ ປະທານາທິບໍ
ດີ Burundi ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກອາ​ຟຣິກາ​ກາງ ​ໃນ​ວັນ
​ຈັນ​ວານ​ນີ້​ວ່າ ການ​ສົນທະນາ ອາດ​ເກີດ​ຂື້ນ​ຢູ່​ໃນ ຫລື​ນອກ
​ປະ​ເທດ. ທ່ານ​ໄດ້​ສະ​ເໜີ​ລາຍ​ລະ​ອຽດອຶ່ນໆຈຳນວນ​ໜຶ່ງ ກ່ຽວ
​ກັບ​ວ່າອາດ​ເກີດເປັນກາ​ນສົນ​ທະນາຕໍ່ໄປກໍ​ເປັນ​ໄປ​ໄດ້​.

ທ່ານ Nyamitwe ກ່າວ​ວ່າ ລັດຖະບານຂອງທ່ານ ​ໄດ້​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດຂຶ້ນ
ເພື່ອໂອ້​ລົ​ມສົນ​ທະນາກັນ.

ທ່ານ​ກ່າວ​ວ່າ “ເບິ່ງຄືສ່າ ປະທານາທິບໍດີ Barack Obama ອ່ານ​ຈິດ​ໃຈ​ຂອງ ບັນດາ​ຜູ້ນຳ
Burundi ໄດ້​. ທ່ານ​ວ່າ ລັດຖະບານ​ ​ໄດ້​ມີ​ມາ​ນານເປັນ​ປາກ​ສຽງ​ຢາກ​ໃຫ້​ມີ​ການ​ສົນທະນາ
​ໂອ້​ລົມ​ກັນ ດັ່ງ​ທີ່ເຊື່ອວ່າ ການ​ແກ້​ໄຂ​ການ​ເມືອງ​ໃດໆຕໍ່ບັນຫາ Burundi ຈະ​ຕ້ອງ​ອອກ​ມາ
ຈາກ​ການ​ສົນທະນາ​ໂອ້​ລົມ​ກັນ.”

ທ່ານ Obama ກ່າວ​ສົ່ງ​ສານຢູ່​ໃນ ວີ​ດີໂອ ຖ່າຍ​ທອດໃນ​ວັນ​ເສົາ​ໃນ ວີ​ໂອ​ເອ ວ່າ ບັນດາ​
ຜູ້ນຳ Burundi ສົມ​ຄວນ​ທີ່​ຈະ​ເຂົ້າ​ຮວມການ​ສົນທະນາ ​ເພື່ອ​ສີ້​ນສຸດວິ​ກິດ​ການ​ເມືອງ​ຂອງ
​ປະ​ເທດ ​ແລະ​ຢຸດ​ເພີ້​ມຄື້ນຟອງ​ຄວາມຮຸນ​ແຮງ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສົນທະນາ ທີ່​
ຈະ​ມີ​ສາ​ກັນ​ເປັນ​ຜູ້​ໄກ່​ເກ່ຍ ​ແລະ​ຈັດຂຶ້ນ​ຢູ່​ນອກ​ປະ​ເທດ. ປະທານາທິບໍດີ​ຍັງ​ກ່າວ​ວ່າ ການ
​ສັງຫານ​ຄົນ​ທີ່ໄຮ້​ດຽງ​ສາ ​ແລະ “​ເກີດ​ຈາກຄວາມ​ກຽດ​ຊັງ” ຈາກ​ບັນດາ​ຜູ້ນຳ Burundi ນັ້ນ
​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ແກ່ ອານາ​ຄົດ​ຂອງ ອາ​ຟຣິກາ​ກາງ.

XS
SM
MD
LG