ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບູຣຸນດີ ປະຕິເສດ ບໍ່ຍອມຮັບເອົາ ກຳລັງ​ຮັກສາ ສັນຕິພາບ ​ຂອງສະຫະພາບ ອາຟຣິກາ


ທ່ານນາງ Samantha Power ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາດ ແລະປະທານາທິບໍດ ບູຣຸນດີ ທ່ານ Pierre Nkurunziza.
ທ່ານນາງ Samantha Power ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາດ ແລະປະທານາທິບໍດ ບູຣຸນດີ ທ່ານ Pierre Nkurunziza.

ປະທານາທິບໍດີບູຣຸນດີ ຍັງ​ຄົງຢືນ​ຢັດໃນ​ວັນ​ສຸກ​ວານ​ນີ້ ​ໃນ​ການ
​ປະຕິ​ເສດ​ຂອງ​ທ່ານ ຕໍ່​ຂໍ້​ສະ​ເໜີ​ຂອງ​ສະຫະພາບ​ອາ​ຟຣິກາ ​ທີ່
​ຈະ​ສົ່ງກຳລັງ​ຮັກສາສັນຕິພາບ ​ໄປຊ່ອຍ​ຟື້ນຟູ​ຄວາມ​ສະຫງົບ​ຢູ່
​ໃນ​ປະ​ເ​ທດຂອງ​ທ່ານ.

ປະທານາທິບໍດີ Pierre Nkurunziza ກ່າວ​ຕໍ່​ຄະນະ​ຜູ້​ແທນ​ຂອງ
​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ດ ທີ່ໄປຢ້ຽ​ມຢາມວ່າ
“ປະຊາຊົນ​ໄດ້​ຕັດ​ສິນ​ໃຈ​ຜ່ານ​ສະພາແຫ່ງ​ຊາດ. ທ່ານ​ກ່າວ​ຕໍ່​ໄປ​ອີກ​
ວ່າ ສະຫະພາບ​ອາ​ຟຣິກາ “ຕ້ອງ​ນັບຖື ບູຣຸນດີ ​ໃນ​ນາມປະ​ເທດ
​ສະມາ​ຊິກ​ ​ແລະ​ພວກ​ເຮົາ​ຕ້ອງ​ປຶ​ກສາຫາລື​ກັນ” ກ່ຽວ​ກັບ​ເລື້ອງ​ນີ້.

ໃນເດືອນ​ແລ້ວ​ນີ້ ສະຫະພາບ​ອາ​ຟຣິກາ ​ໄດ້​ປະກາດ​ວ່າ ​ຈະ​ສົ່ງ ກຳລັງ ​“ປ້ອງ​ກັນ​ແລະ​ຄຸ້ມ​
ຄອງ” 5,000 ຄົນ ​ໄປບູຣຸນດີ ​ເປັນເວລາຫົກ​ເດືອນ ຫລັງ​ຈາ​ກ​ໄດ້ ​ເກີດ​ຄວາມ​ຮຸນ​ແຮງ​ທີ່​
ພົວພັນ​ກັບການເລືອກ​ຕັ້ງ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 439 ຄົນ ນັບ​ແຕ່​ເດືອນ​ເມສາ
​ເປັນຕົ້ນມາ ​ແລະ​ເຮັດ​ໃຫ້ຫລາຍ​ກວ່າ 220,000 ຄົນ​ຫລົບໜີ​ອອກຈາກປະ​ເທດ.

ສະຖານ​ນະ​ການ​ໃນບູຣຸນດີ ຄາດ​ວ່າ ​ຈະ​ເຫັນ​ຫົວຂໍ້​ສຳຄັນ ​ເວລາ​ບັນດາ​ຜູ້ນຳ​ປະ​ເທດ​ຂອງ
ອາ​ຟຣິກາພົບ​ປະກັນໃນອາທິດ​ໜ້າຢູ່ທີ່​ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີໃນ ນະຄອນ Addis Ababa.

ບັນດາ​ຜູ້​ສັງ​ເກດ​ການ​ຢ້ານ​ວ່າ ຄວາມ​ຮຸນ​ແຮງທີ່​ໄດ້​ເກີດ​ຂື້ນ ຍ້ອນ​ອັນທີ່ຫລາຍ​ໆ ຄົນ​ເຫັນ
ວ່າ ​ເປັນ​ການ​ເລືອກ​ຕັ້ງບໍ່​ຖືກຕ້ອງຕາ​ມ​ກົດໝາຍ ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ ​ເປັນ​ສະ​ໄໝທີ​ສາມ
ຂອງທ່ານ Nhurunziza ທີ່​ອາດ​ຈະພາ​ ໃຫ້​ເກີດ​ສົງຄາມ​ກາງ​ເມືອງອີກລະຫວ່າງຊົນ​ເຜົ່າ
Tutsis ​ແລະ​ເຜົ່າ Hutus ຄ້າຍຄື​ກັນ​ກັບ​ເຫດ ການ​ທີ່​ໄດ້​ເກີດ​ຂື້ນ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ
ໃນປີ 1993 ຫາ ປີ 2005.

ທ່ານ Nkurunziza ​ໄດ້​ປະຕິ​ເສດຕໍ່​ຄວາມ​ເປັນ​ຫ່ວງ​ຂອງ​ສາກົນວ່າ ການ​ຂ້າ​ລ້າງ​ເຜົ່າ​ພັນ
ທີ່ຄ້າຍ​ຄື​ກັບ ​ທີ່​ເກີ​ດຂື້ນຢູ່​ປະ​ເທດ Rwanda ​ໃນ​ປີ 1994 ນັ້ນອາດ​ເກີດ​ຂື້​ນຢູ່ໃນບູຣຸນດີ.

ທ່ານໄດ້ກ່າວ​ເຖິງການ​ສັງຫານ​ໝູ່ ​ໃນລະຫວ່າງສົງຄາມ​ກາງ​ເມື​ອງ​ໃນ​ປະ​ເທດ​ຂອງ​ທ່ານ​
ວ່າ “ຂ້າພະ​ເຈົ້າ ຢູ່​ທີ່ນີ້​ເພື່ອ​ຄໍ້າປະກັນ​ວ່າ ຈະ​ບໍ່​ມີ​ການ​ຂ້າລ້າງ​ເຜົ່າພັນ​ເກີດ​ຂື້ນ​ອີກ ຢູ່​ໃນ
ບູຣຸນດີ.”

UN Burundi
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG