ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີສິ່ງແວດລ້ອມຂອງປະເທດ ບູຣຸນດີ ຖືກຍິງ ເສຍຊີວິດ


ປະຊາຊົນ ບູຣຸນດີ ຈາກທົ່ວ ສະຫະລັດ​ ແລະ ການາດາ ພ້ອມກັບພວກຜູ້ສະໜັບສະໜູນ ປະທ້ວງຢູ່ນອກສຳນັກ
ງານໃຫຍ່ອົງການສະຫະປະຊາຊາດ, ຮຽກຮ້ອງໃຫ້ ສິ້ນສຸດຄວາມໂຫດຮ້າຍປ່າເຖື່ອນ ແລະ ການລະເມີດ
ສິດທິມະນຸດທີ່ມີຢ່າງແຜ່ກວ້າງໃນ ບູຣຸນດີ ພາຍໃຕ້ລັດ
ຖະບານຂອງປະທານາທິບດີ ທ່ານ Pierre Nkurunziza.
ປະຊາຊົນ ບູຣຸນດີ ຈາກທົ່ວ ສະຫະລັດ​ ແລະ ການາດາ ພ້ອມກັບພວກຜູ້ສະໜັບສະໜູນ ປະທ້ວງຢູ່ນອກສຳນັກ ງານໃຫຍ່ອົງການສະຫະປະຊາຊາດ, ຮຽກຮ້ອງໃຫ້ ສິ້ນສຸດຄວາມໂຫດຮ້າຍປ່າເຖື່ອນ ແລະ ການລະເມີດ ສິດທິມະນຸດທີ່ມີຢ່າງແຜ່ກວ້າງໃນ ບູຣຸນດີ ພາຍໃຕ້ລັດ ຖະບານຂອງປະທານາທິບດີ ທ່ານ Pierre Nkurunziza.

ຕຳຫຼວດໃນປະເທດ ບູຣຸນດີ ກ່າວວ່າ ລັດຖະມົນຕີສິ່ງແວດລ້ອມຂອງປະເທດຖືກຍິງເສຍ ຊີວິດ ໃນນະຄອນຫຼວງຕອນເຊົ້າຂອງວັນອາທິດມື້ນີ້.

ໂຄສົກຕຳຫຼວດທ່ານ Pierre Nkurikiye ກ່າວໃນ Twitter ວ່າ ທ່ານ Emmanuel Niyonduru ອາຍຸ 54 ປີຖືກຂ້າຕາຍໃນຂະນະທີ່ກຳລັງເດີນທາງກັບບ້ານໃນນະຄອນ ຫຼວງ Bujumbura.

ການຖືກຍິງນີ້ ແມ່ນຄັ້ງທຳອິດຂອງເຈົ້າໜ້າທີ່ອາວຸໂສລັດຖະບານ ນັບຕັ້ງແຕ່ປະເທດ ບູຣຸນດີ ໄດ້ຕົກຢູ່ໃນຄວາມບໍ່ສະຫງົບດ້ານການເມືອງເກືອບສອງປີທີ່ຜ່ານມາ ກ່ຽວກັບ ການສະເໜີຊື່ດຳລົງຕຳແໜ່ງສະໄໝທີສາມຂອງປະທານາທິບໍດີ Pierre Nkurunziza.

ກຸ່ມສິດທິມະນຸດໄດ້ເຕືອນວ່າ ປະເທດນ້ອຍໆໃນ ອາຟຣິກາ ນີ້ກຳລັງມີການສ່ຽງຕໍ່ການຂ້າ ລ້າງເຜົ່າພັນ, ແລະ ໄດ້ຮຽກຮ້ອງໃຫ້ນານາຊາດດຳເນີນການຢ່າງໃດຢ່າງໜຶ່ງ. ເມື່ອບໍ່ດົນ ມານີ້ພວກເຂົາເຈົ້າໄດ້ເປີດເຜີຍລາຍງານສະບັບໜຶ່ງ ທີ່ໄດ້ບັນທຶກການລ່ວງລະເມີດຢ່າງ ກວ້າງຂວາງພາຍໃຕ້ລັດຖະບານຂອງທ່ານ Nkurunziza.

ລາຍງານສະບັບດັ່ງກ່າວໄດ້ອະທິບາຍເຖິງການເຂັ່ນຂ້າ, ທໍລະມານ, ຂົ່ມຂືນ ແລະ ຫາຍ ສາບສູນໃນ ບູຣຸນດີ ນັບຕັ້ງແຕ່ການປະທ້ວງທີ່ມີຊື່ສຽງ ເພື່ອຄັດຄ້ານການສະເໜີຊື່ດຳລົງ ຕຳແໜ່ງຂອງປະທານາທິບໍດີໄດ້ເກີດຂຶ້ນໃນປີ 2015.

ນອກນັ້ນ ລາຍງານນີ້ ຍັງກ່າວວ່າ ປະຊາຊົນຫຼາຍກວ່າ 1,000 ຄົນໄດ້ເສຍຊີວິດ, ຫຼາຍ ຮ້ອຍຄົນຫາຍສາບສູນ ແລະ ຫຼາຍພັນຄົນຖືກຈັບກຸມ ຫຼື ຫຼົບໜີອອກຈາກປະເທດ. ພວກ ເຂົາເຈົ້າກ່າວວ່າ ການລ່ວງລະເມີດຫຼາຍຄັ້ງຖືກກະທຳໂດຍພວກທະຫານບ້ານຊາວໜຸ່ມ ແລະ ກອງກຳລັງຮັກສາຄວາມປອດໄພລັດຖະບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG