ປະທານາທິບໍດີ Burundi ທ່ານ Pierre Nkurunziza ໄດ້
ກ່າວຂອບໃຈຕໍ່ ກຳລັງຮັກສາຄວາມປອດໄພຂອງທ່ານ ທີ່ໄດ້ຍຸດຕິການເຮັດລັດຖະປະຫານ ຂອງພວກທະຫານ
ເພື່ອໂຄ່ນລົ້ມລັດຖະບານຂອງທ່ານ.
ປະທານາທິບໍດີ Nhurunziza ໄດ້ໃຫ້ຄວາມເຫັນດັ່ງກ່າວ
ຜ່ານທາງວິທະຍຸ ໃນວັນສຸກວານນີ້ ຫລັງຈາກໄດ້ກັບຄືນໄປ
ນະຄອນຫລວງ Bujumbura ໃນຂະບວນລົດ ທີ່ໄດ້ຮັບ
ການຮ້ອງເຊຍຈາກບັນດາຜູ້ສະໜັບສະໜູນຫລາຍພັນຄົນ
ທີ່ພາກັນຢືນລຽນແຖວລໍຖ້າຢູ່ຕາມແຄມຖະໜົນ.
ທ່ານຍັງໄດ້ເຕືອນພວກປະທ້ວງ ໃຫ້ພາກັນຢຸດການປະທ້ວງຂອງເຂົາເຈົ້າຕໍ່ຕ້ານການຕັດ
ສິນໃຈຂອງທ່ານ ທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງເປັນສະໄໝທີສາມ.
ທ່ານ Nhurunziza ກ່າວວ່າ ບັດນີ້ມີສັນຕິພາບຢູ່ໃນປະເທດແລ້ວ ແລະກ່າວອີກວ່າ ພວກ
ທີ່ມັກຄວາມຮຸນແຮງ ຈະບໍ່ສຳເລັດ.
ຄວາມສະຫງົບ ໄດ້ກັບຄືນມາສູ່ນະຄອນຫລວງ ໃນວັນສຸກວານນີ້ຫລັງຈາກສອງມື້ ທີ່ໄດ້
ເກີດຄວາມຮຸນແຮງລະຫວ່າງພວກທະຫານສອງຝ່າຍ. ເຖິງຢ່າງໃດກໍດີບັນດານັກເຄື່ອນ
ໄຫວ ໄດ້ພາກັນຮຽກຮ້ອງໃຫ້ມີການປະທ້ວງຕື່ມອີກເພື່ອຕໍ່ຕ້ານການ ຕັດສິນໃຈຂອງປະ
ທານາທິບໍດີທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງເປັນສະໄໝ ທີສາມ.
ກະຊວງຕ່າງປະເທດສະຫະລັດ ໃນຕອນແລງວັນສຸກວານນີ້ ໄດ້ຮຽກຮ້ອງໃຫ້ທ່ານ Nhu-
runziza ປະນາມແລະຢຸດເຊົາການໃຊ້ຄວາມຮຸນແຮງຂອງຕຳຫຼວດແລະກຳລັງທະຫານ
ບ້ານ Imbonerakure ຊຶ່ງເປັນຊາວໜຸ່ມຂອງພັກລັດຖະບານຕໍ່ພວກທີ່ເຂົ້າຮ່ວມການປະ ທ້ວງຕໍ່ຕ້ານການສະໝັກເອົາຕຳແໜ່ງສະໄໝທີສາມ.” ໂຄສົກກະຊວງຕ່າງປະເທດ ທ່ານ
Jeff Rathke ກ່າວວ່າ “ບັນດາສ່ວນບຸກຄົນທີ່ກະທຳຜິດກົດໝາຍຫຼືຍຸແຍ່ໃຫ້ເກີດຄວາມ
ຮຸນແຮງ ຫຼືການແກ້ແຄ້ນບັນດາຜູ້ທີ່ຄັດຄ້ານ ຕໍ່ການສະໝັກເອົາຕຳແໜ່ງສະໄໝທີສາມ
ນັ້ນຄວນຮັບເອົາຄວາມຮັບຜິດຊອບ.” ທ່ານ Rathke ກ່າວອີກວ່າ ສະຫະລັດກຳລັງເອົາ
ບາດກ້າວເພື່ອຈຳກັດການອອກວິຊ່າ ໃຫ້ແກ່ພວກຮັບຜິດຊອບໃນການກໍ່ຄວາມຮຸນແຮງ.
ໃນຕອນເຊົ້າວັນສຸກວານນີ້ ສະຫະລັດກ່າວວ່າ ທ່ານ Nhurunziza ບໍ່ຄວນທີ່ຈະລົງແຂ່ງ
ຂັນເອົາຕຳແໜ່ງ ເປັນສະໄໝທີສາມ. ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດສະ
ຫະລັດ ທ່ານນາງ Linda Thomas-Greenfield ກ່າວຕໍ່ ວີໂອເອວ່າ ການຕັດສິນໃຈດັ່ງ
ກ່າວ ໄດ້ກໍ່ໃຫ້ເກີດຄວາມບໍ່ທຸ່ນທ່ຽວຢູ່ໃນບູຣຸນດີ.