ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກນາຍພົນ ທີ່ຊ່ວຍ ເຮັດລັດຖະປະຫານ ຢູ່ ບູຣຸນດີ ຖືກຈັບ


ພວກເຈົ້າໜ້າທີ່ຕຳຫລວດ ພາກັນແລ່ນຢູ່ຕາມຖະໜົນ.
ພວກເຈົ້າໜ້າທີ່ຕຳຫລວດ ພາກັນແລ່ນຢູ່ຕາມຖະໜົນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນປະ​ເທດ Burundi ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ
​ສາມ​ຄົນ ທີ່​ພົວພັນ​ກັບ ການ​ພະຍາຍາມ​ເຮັດລັດຖະປະຫານ​
ເພື່ອໂຄ່ນລົ້ມປະ​ທາ​ນາ​ທິບໍດີ Pierre Nkurunziza ​ໃນ​ວັນ​ພຸດ
​ທີ່​ຜ່ານ​ມາ.

ຜູ້​ຊ່ວຍປະທານາທິບໍດີ ຄົນ​ໜຶ່ງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ສຸກ
​ມື້​ນີ້​ວ່າ ສາມ​ຄົນ​ທີ່​ຖືກ​ຈັບແມ່ນເປັນນາຍພົນ ທີ່ຊ່ວຍຈັດແຈງໃນ​
ການ​ພະຍາຍາມ​ເພື່ອເຮັດ ລັດຖະປະຫານ ​ແຕ່​ຜູ້ນຳລັດຖະປະ
ຫານ ນາຍພົນ Godefroid Niyombare ບໍ່​ໄດ້​ຢູ່ໃນຈຳນວນ
ພວກທີ່ຖືກຈັບ.

ປະທານາທິບໍດີ Nhurunziza ຄາດວ່າ​ ຈະ​ຖະ​ແຫລ​ງຕໍ່ປະ​ເທດ​ຊາດ ​ໃນ​ວັນ​ສຸກ​ມື້​ນີ້.

ຖະໜົນ​ຫົນ​ທາງ​ໃນນະຄອນຫລວງ Bajumbura ມີ​ລາຍ​ງານ​ວ່າ ງຽບສະຫງົບ​ໃນ​ວັນ​ສຸກ
​ມື້​ນີ້ ຫລັງ​ຈາກ​ສອງ​ມື້ທີ່ໄດ້ເກີດ​ຄວາມ​ຮຸນ​ແຮງ ລະຫວ່າງພັກຝ່າຍທີ່ ເປັນ​ປໍ​ລະ​ປັກ.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ ​ໄດ້​ຢືນ​ຢັນຜ່ານ​ທາງ Twitter ວ່າ ທ່ານ​ທ່ານໄດ້
​ເດີນທາງກັບ​ຄືນ​ເຂົ້າ​ໄປໃນ Burundi ແລ້ວ ຫລັງ​ຈາກ​ຫລາຍ​ຊົ່ວ​ໂມງ ບໍ່ໄດ້ມີການແຈ້ງ
ໃຫ້ຊາບກ່ຽວກັບ​ທີ່ຢູ່​ຂອງ​ທ່ານ. ປະທານາທິບໍດີ Nhurunziza ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ
​ຂົງ​ເຂດ​ຢູ່ Tanzania ​ເວລາມີການພະຍາຍາມເຮັດລັດ ຖະປະຫານເກີດຂຶ້ນ ​ໃນ​ວັນ​ພຸດ
​ທີ່​ຜ່ານ​ມາ.

​ໃນ​ຕອນ​ແລງ​ວັນ​ພະຫັດວານນີ້ ບັນດາ​ຜູ້ນຳລັດຖະປະຫານ ​ຍອມຮັບວ່າ ຄວາມ​ພະຍາ
ຍາມ​ຂອງ​ເຂົາ​ເຈົ້າ ​ໄດ້ປະສົບກັບລົ້ມ​ແຫລວ. ຮອງ​ຜູ້ນຳໃນການກໍ່ລັດຖະປະຫານ
ນາ​ຍພົນ Cyrille Ndayirukiye ກ່າວ​ວ່າ ຂະບວນການ​ຂອງ​ທ່ານບໍ່ສາມາດຕ້ານຢັນ
ກັບກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່ປະທານາທິບໍດີ.

Burundi
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG