ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດບູຣຸນດີ ກ່າວວ່າ ການສະມັກເປັນ ປະທານາທິບໍດີ ເປັນຄຳຖາມ ລັດຖະທຳມະນູນ


ການເມືອງ ໃນບູຣຸນດີ
please wait

No media source currently available

0:00 0:03:09 0:00

​ການ​ກະກຽມ​ກຳລັງດຳ​ເນີນຢູ່ ສຳຫລັບ​ເລືອກ​ຕັ້ງ​ປະທານາທິບໍດີ
​ໃນ​ເດືອນ​ມິຖຸນາ ທີ່​ປະ​ເທດ Burundi ທ່າ​ມກາງທີ່ມີ​ຄຳ​ຖາມ​ວ່າ
ປະທານາທິບໍດີ Pierre Nkurunziza ຄວນ​ຈະລົງ​ສະມັກ​ເປັນ​
ສະ​ໄໝ​ທີ​ສາມຫຼືບໍ່.

ຫວ່າງ​ມໍ່ໆ​ມາ​ນີ້ ຫລາ​ຍພັນ​ຄົນ​ໄດ້​ເຂົ້າຮ່ວມການ​ເດີນ​ຂະ​ບວນ ທີ່​
ສະໜັບສະໜູນ​ໂດຍລັດຖະບານ ​ໃນ​ນະຄອນຫລວງ Bujumbura
ຂອງ Burundi ​ໃນ​ຂະນະ​ທີ່​ປະ​ເທດ​ຕຽມ​ການ​ເລືອກ​ຕັ້ງ​ ປະທານາ
ທິບໍດີ ​ໃນ​ທ້າຍ​ປີ​ນີ້.

​ເຖິງ​ແມ່ນ​ວ່າ ປະທານາທິບໍດີ Nhurunziza ຍັງ​ບໍ່​ທັນ​ໄດ້​ປະກາດ
ການ​ສະມັກ​ຂອງ​ທ່ານບັນດາ​ກຸ່ມສັງຄົມ​ພົນລະ​ເຮືອນ​ຈຳນວນ​ນຶ່ງ ກ່າວ​ວ່າ ຖ້າ​ຫາກ​ທ່ານ​
ໄດ້​ຮັບໄຊຊະນະ​ອີກ ນີ້ຈະ​ເປັນສະ​ໄໝທີ​ສາມ​ທີ່​ຜິດ​ກົດໝາຍ. ຄວາ​ມສັບສົນ​ມີ​ຢູ່​ວ່າ ​ສະ​ໄໝທຳ​ອິດ​ຂອງ​ທ່ານ​ນັ້ນຄວນ​ນັບ​ເອົາ​ຫລື​ບໍ່ ​ເພາະວ່າ​ເວລາ​ນັ້ນ ທ່ານ​ໄດ້​ຖືກ​ເລືອກ​ຈາກ​ສະພາ ​ແທນທີ່​ແມ່ນການ​ເລືອກ​ຕັ້ງ​ໂດຍ​ກົງ​ພາຍ​ໃຕ້​ລັດຖະທຳ​ມະນູນ.

​ແຕ່​ຮອງ​ລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະ​ເທດສະຫະລັດ ທ່ານ David Gilmour
ກ່າວ​ວ່່າ ບໍ່​ກ່ຽວ​ວ່າ ລັດຖະທຳ​ມະນູນກ່າວ​ວ່າ​ຢ່າ​ງ​ໃດ ຂໍ້ຕົກລົງສັນ​ຕິ ພາບ Arusha ຍັງ​
ສືບຕໍ່ເປັນ​ອົງ​ປະ​ກອບທີ່ສຳຄັນ​ຂອງ​ສະຖຽນລະພາບ ທີ່ຍັງມີ ຢູ່ຕໍ່ມາຂອງປະ​ເທດ. ຂໍ້​ຕົກ
ລົງດັ່ງກ່າວ ​ພຽງ​ແຕ່​ອະນຸຍາດ​ໃຫ້ເປັນປະທານາທິບໍ ດີໄດ້​ສອງ​ສະ​ໄໝ​ເທົ່ານັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເອກ​ອັກຄະ​ລັດຖະທູດ Burundi ປະຈຳ​ນະຄອນຫລວງວໍ​ຊິງ​ຕັນ ທ່ານ
Ernest Ndabashinze ກ່ວວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ ສົມ​ຄວນ​ທີ່​ຈະປະຕິບັດ
​ຕາມ ລັດຖະທຳ​ມະນູນ​ຂອງ Burundi.

​ໃນ​ການ​ສົນທະນາ​ຫວ່າງ​ມໍ່ໆ​ມາ​ນີ້ ກ່ຽວ​ກັບ​ການກະກຽມ​ເລືອກ​ຕັ້ງນັ້ນ. ຮອງ​ລັດຖະມົນ
​ຕີຊ່ອຍວ່າການກະຊວງການຕ່າງປະ​ເທດສະຫະລັດ ທ່ານ Gilmour ກ່າວ​ວ່າ ວໍ​ຊິງຕັນ
ມີ​ຄວາມ​ໝາຍ​ໝັ້ນ​ຕໍ່ຄວາມທຸ່ນທ່ຽງ​ແລະ​ສັງ​ຄົມປະຊາທິປະ​ໄຕ​ ​ໃນ Burundi. ທ່ານກ່າວ​
ວ່າ ໄດ້ມີການອະນຸມັດ 13 ລ້ານ​ໂດ​ລາ ຕໍ່​ຄວາ​ມພະຍາຍາມ​ດັ່ງກ່າວ ​ແຕ່​ກໍຍັງ​ມີ​ສາ​ເຫດ​
ທີ່ພາໃຫ້​ເປັນ​ຫ່ວງຢູ່ ​ເພາະວ່າ ການ​ຈັບ​ກຸມ​ບັນດາ​ນັກ​ຂ່າວ ສະມາຊິກພັກ​ຝ່າຍ​ຄ້ານຈຳ
ນວນ​ນຶ່ງ ​ແລະ​ບຸກຄົນອື່ນໆອີກ ​ທີ່​ໄດ້ກ່າວ​ໂຈມຕີທ່າທີ​ຂອງ​ລັດຖະບານນັ້ນ.

XS
SM
MD
LG