ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອຂ້າມຟາກກຣິສ ທີ່ຖືກໄຟໄໝ້ ກຳລັງຖືກແກ່ ໄປທ່າເຮືອ ອີຕາລີ


ຮູບພາບໄຟໄໝ້ເຮືອຂ້າມຟາກກຣິສ ນຳອອກເຜີຍແຜ່ ໂດຍກອງທັບເຮືອອີຕາລີ ທີ່ກຳລັງຖືກແກ່ເຂົ້າຝັ່ງ.
ຮູບພາບໄຟໄໝ້ເຮືອຂ້າມຟາກກຣິສ ນຳອອກເຜີຍແຜ່ ໂດຍກອງທັບເຮືອອີຕາລີ ທີ່ກຳລັງຖືກແກ່ເຂົ້າຝັ່ງ.

ເຮືອ​ຂົນ​ສົ່ງ​ລົດ​ຂ້າມ​ຟາກ ທີ່​ຖືກ​ໄຟ​ໄໝ້ ​ເສຍຫາຍຢ່າງ​ຮ້າຍ​
ແຮງ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາຢູ່​ນອກ​ຝັ່ງ​ທະ​ເລຂອງກ​ຣິສກຳ​
ລັງ​ຖືກ​ແກ່​ໄປອີ​ຕາ​ລີເພື່ອທຳ​ການ​ກວດ ກາ.

​ເຮືອ​ດັ່ງ​ກ່າວ​ຄາດ​ວ່າ ຈະ​ໄປ​ເຖິງທ່າ​ເຮືອ​ Brindisi ຢູ່ພາກ​
ໃຕ້​ອີ​ຕາ​ລີ ​ໃນ​ວັນ​ສຸກ​ມື້​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ ວາງ​ແຜນທີ່ຈະ
|ຊອກ​ຫາຊາກ​ສົບຢູ່​ໃນ​ເຮືອແລະ​ຮ່ອງ​ຮອຍ ຕ່າງໆກ່ຽວກັບ
ວ່າ​ ແມ່ນ​ຫຍັງເປັນສາ​ເຫດ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ເຮືອ.

ຢ່າງ​ໜ້ອຍ 11 ຄົນ​ໄດ້​ເສຍ​ຊີວິດ ​ເວລາ​ເຮືອຂ້າມ​ຟາກ
Norman Atlantic ຖືກ​ໄຟ​ໄໝ້ ​ໃນຂະນະ​ທີ່​ເດີນທາງ​ຈາກ
ກຣິສ​ໄປ​ສູ່ ອີ​ຕາ​ລີ.

ກຣິສ ​ແລະ​ອີ​ຕາ​ລີ ​ໄດ້ນຳ​ອອກ​ເຜີຍ​ແຜ່ໂຕເລກຜູ້ຫາຍສາບສູນທີ່ແຕກ​ຕ່າງ​ກັນຢ່າງ​
ຫລວງຫລາຍ. ກຣິສກ່າວ​ວ່າ ມີຜູ້ຫາຍສາບສູນ 18 ຄົນ ​ໃນ​ຂະນະ​ທີ່ ອີ​ຕາ​ລີ ກ່າວ​ວ່າ ມີ
​ເຖິງ 98 ຄົນ. ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ມີ​ຈັກ​ຄົນແທ້​ຢູ່​ໃນ​ເຮືອລຳດັ່ງກ່າວນີ້. ຫລາຍ
​ກວ່າ 470 ຄົນ ​ໄດ້​ຖືກ​ຊ່ອຍອອກມາ ເວລາເຮືອ ເກີດໄຟໄໝ້.

ກັບຕັນ​ເຮືອຂ້າມ​ຟາກ ທ່ານ Argilio Giacomazzi ​ໄດ້​ໃຫ້ຄວາມເຫັນ ​ເປັນ​ເທື່ອ​ທຳ​ອິດ​
ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍກ່າວ​ວ່າ “ພວກ​ເຮົາ​ປະ ຕິບັດ​ງານຢ່າງ​ສຸດ​ຂີດ
​ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກພະ​ເຈົ້າ. ພວກ​ເຮົາ​ໄດ້​ປະຕິ ບັດ​ຢ່າງດີ​ທີ່ີສຸດແລ້ວ.”

ITALY FERRY VO
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG