ສື່ມວນຊົນລັດຖະບານມຽນມາ ກ່າວໃນວັນສຸກນີ້ວ່າ ມີການໂຈມຕີກັນໜັກຢູ່ໃນ
ລັດກາຈີນ ທາງພາກເໜືອຂອງປະເທດ ທີ່ເຮັດໃຫ້ພວກກະ ບົດຊົນເຜົ່າຖືກຂ້າ
ຕາຍ 29 ຄົນແລະທະຫານລັດຖະບານສອງຄົນໄດ້ ເສຍຊິວິດໃນອາທິດທີ່
ຜ່ານມານີ້.
ໜັງສືພິມ New Light of Myanmar ທີ່ລັດຖະບານເປັນເຈົ້າຂອງ ກ່າວວ່າ ການ
ປະທະກັນໄດ້ເລີ້ມຂື້ນໃນວັນທີ່ 27 ເດືອນເມສາເວລາກອງທະຫານລັດຖະບານ
ຕອບໂຕ້ຕໍ່ການໂຈມຕີຄ້າຍທະຫານແຫ່ງນຶ່ງ ໂດຍສະມາຊິກກອງທັບເອກກະລາດ
ເຜົ່າກາຈິນຢູ່ຫົວເມືອງຊາຍແດນ ໃນພາກເໜືອຂອງປະເທດ.
ລາຍງານຂ່າວກ່າວວ່າ ສະມາຊິກກອງທັບເອກກະລາດຄົນນຶ່ງໄດ້ຖືກຈັບໄດ້ ແລະ
ກໍາລັງທະຫານລັດຖະບານກໍາລັງ “ຕາມລ່າ” ສະມາຊິກ ຂອງກຸ່ມທີ່ພວມພາກັນ
ຫລົບໜີໄປນັ້ນ.
ທ່ານ Lanan ໂຄສົກຂອງອົງການເອກກະລາດກາຈິນ ໃຫ້ການຢືນຢັນກ່ຽວກັບ
ການສູ້ລົບດັ່ງກ່າວຕໍ່ວີີໂອເອພະແນກພາສາມຽນມາ. ທ່ານ ເວົ້າວ່າ ໃນຂະນະທີ່
ພວກເຮົາບໍ່ໄດ້ກະປະມານໃຫ້ຊາບກ່ຽວກັບໂຕເລກຂອງພວກທີ່ບາດເຈັບລົ້ມຕາຍ
ກໍດີ ແຕ່ທັງສອງຝ່າຍຕ່າງກໍໄດ້ຮັບການ ສູນເສຍໃນການສູ້ລົບທີ່ວ່ານີ້. ນອກນັ້ນ
ທ່ານຍັງເວົ້າວ່າ ທະຫານລັດຖະບານໄດ້ເຄື່ອນກຳລັງໃກ້ເຂົ້າໄປຫາກອງບັນຊາການ
ໃຫຍ່ຂອງອົງການ ເອກກະລາດກາຈິນ ໃນບໍລິເວນຊາຍແດນມຽນມາຕິດກັບຈີນ.
ຢ່າງໜ້ອຍ 60,000 ຄົນບໍ່ມີບ່ອນພັກພາອາໄສ ຕັ້ງແຕ່ເດືອນມິຖຸນາ ປີ 2011 ເປັນ
ຕົ້ນມາ ເວລາການສູ້ລົບໄດ້ເກີດຂື້ນລະຫວ່າງທະຫານ ລັດຖະບານແລະພວກກະບົດ
ກາຈີນ ຊຶ່ງເຮັດໃຫ້ການຢຸດຍິງມາເປັນເວລາ 17 ປີນັ້ນ ໄດ້ສີ້ນສຸດລົງ.