ປະທານາທິບໍດີ ມຽນມາ ອອກເດີນທາງມາຢ້ຽມຢາມສະຫະລັດ
ໃນວັນຈັນມື້ນີ້ ໃນຂະນະດຽວກັນກັບທີ່ ຜູ້ນໍາຝ່າຍຄ້ານມຽນມາ
ທ່ານນາງ Aung San Suu Kyi ກໍາລັງທ່ອງທ່ຽວສະຫະລັດ ຢູ່ນັ້ນ.
ທ່ານ Thien Sein ຈະໄປກ່າວຄໍາປາໄສທີ່ ກອງປະຊຸມສະມັດຊາໃຫຍ່ຂອງ ອົງການສະຫະປະຊາດ ແລະຈະເນັ້ນໜັກເຖິງການປະ
ຕິຮູບທີ່ກໍາລັງດໍາເນີນໄປ ຢູ່ໃນປະເທດຂອງທ່ານ ທີ່ໄດ້ຢູ່ໂດດ
ດ່ຽວ ມາເປັນເວລານານນັ້ນ.
ອະດີດນາຍພົນທ່ານນີ້ ມີຄວາມຫວັງວ່າ ຈະເກ້ຍກ່ອມໃຫ້ວໍຊິງຕັນ ຍົກເລີກການລົງໂທດຕໍ່ມຽນມາ ຊຶ່ງແຕ່ກ່ອນເອີ້ນວ່າ ພະມ້າ ຫລື Burma ນັ້ນ.
ທ່ານນາງ Aung San Suu Kyi ຜູ້ໄດ້ຮັບລາງວັນຂະແໜງສັນຕິພາບ ກໍໄດ້ຮຽກຮ້ອງກ່ຽວກັບເລື້ອງດັ່ງກ່າວນີ້ເຊ່ນດຽວກັນ ໃນຂະນະທີ່ທ່ານນາງ ເຄື່ອນໄຫວຢ້ຽມຢາມ ສະຫະລັດ.
ທ່ານນາງ ໄດ້ກ່າວຕໍ່ ວີໂອເອ ວ່າ ທ່ານນາງ “ຮູ້ສຶກເປັນບຸນຄຸນຢ່າງທີ່ສຸດ” ສໍາລັບສິ່ງທີ່ລັດຖະ
ສະພາສະຫະລັດ ໄດ້ເຮັດມາເປັນເວລາຫລາຍປີ ເພື່ອສະໜັບສະໜຸນ ຂະບວນການເພື່ອປະຊາທິປະໄຕຂອງທ່ານນາງ ແຕ່ວ່າ ບັດນີ້ ປະຊາຊົນມຽນມາ ຕ້ອງໄດ້ພະຍາຍາມເຮັດເອົາເອງແລ້ວ. ທ່ານນາງ ກ່າວວ່າ ມັນເຖິງເວລາແລ້ວ ທີ່ປະຊາຊົນມຽນມາຈະຕ້ອງເປັນຜູ້ຮັບຜິດ
ຊອບ ການຫັນປ່ຽນໄປສູ່ປະຊາທິປະໄຕໃນປະເທດຂອງເຂົາເຈົ້າເອງ.