ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຂ່າວ ມຽນມາ ຮຽກຮ້ອງ ໃຫ້ລັດຖະບານ ປ່ອຍ ເພື່ອນຮ່ວມງານ ທີ່ຖືກຈັບ


ບັນດານັກຂ່າວມຽນມາ ເດີນປະທ້ວງ ເພື່ອສິດເສຣີ ສື່ມວນຊົນ
ບັນດານັກຂ່າວມຽນມາ ເດີນປະທ້ວງ ເພື່ອສິດເສຣີ ສື່ມວນຊົນ
ນັກ​ຂ່າວ​ມຽນມາຫຼາຍ​ສິບ​ຄົນ​ ພາກັນ​ປະ​ທ້ວງ ຮຽກຮ້ອງ​ໃຫ້​ປ່ອຍ
​ເພື່ອນ​ຮ່ວມ​ງານເຂົາ​ເຈົ້າ​ຄົນ​ນຶ່ງ ທີ່​ຖືກ​ຕັດສິນ​ລົງ​ໂທດໃຫ້​ຕິດຄຸກ
​ສາມ​ເດືອນ.

ບັນດາ​ນັກ​ຂ່າວ​ແລະ​ນັກ​ເຄຶ່ອນ​ໄຫວພາກັນ​ຖື​ປ້າຍ​ທີ່ກ່າວ​ວ່າ “ສິດ
ທິ​ເລື່ອງ​ຂໍ້​ມູນຂ່າວສານແມ່ນ​ຊີວິດ​ຂອງປະຊາທິປະ​ໄຕ” ໃນ​ຂະນະ
​ທີ່​ເຂົາ​ເຈົ້າ​ພາກັນ​ເດີນ​ຂະ​ບວນຢູ່​ໃນ​ເຂດ​ໃຈກາງນະຄອນ​ຢ່າງ​ກຸ້​ງ ​
ໃນ​ວັນ​ອັງຄານ​ມື້​ນີ້.

​ເຂົາ​ເຈົ້າ​ໄດ້​ປະ​ທ້ວງ ການຕັດສິນ​ລົງ​ໂທດ ນາງ Ma Khine ນັກ
​ຂ່າວ​ຄົນ​ນຶ່ງ ທີ່​ພວມ​ຂຽນ​ເລື່ອງ ກ່ຽວ​ກັບ ​ການ​ສໍ້​ລາດ​ບັງ​ຫຼວງ ​ເວ
ລານາງ​ໄດ້​ຖືກ​ຈັບ​ຢູ່ທີ່​ລັດ Kayah ທາງພາກ​ຕາ​ເວັນ​ອອກຂອງ​ມຽນມາ.

ນາງ​ໄດ້​ຖືກ​ລົງ​ໂທດ​ ໃນ​ເດືອນ​ແລ້ວ​ນີ້ ​ໃນ​ຖານລັກ​ເຂົ້າ​ໄປ ​ໃຊ້​ຄໍາ​ເວົ້າ​ທີ່​ຫຍາບ​ຄາຍ ​ແລະ​
ທໍາລາຍ​ຊື່​ສຽງ ຫລັງ​ຈາກ​ໄດ້​ສໍາພາດ​ທະນາຍຄວາມຄົນ​ນຶ່ງ​ກ່ຽວ​ກັບ​ເລື້ອງທີ່​ນາງ​ຂຽນ.

ນາຍ​ຈ້າງ​ຂອງ​ນາງຄື​ບໍລິສັດ the Eleven Media Group ​ແລະ​ບັນດາ​ກຸ່ມສິດທິນາໆ​ຊາດ
ສົງ​ໄສ​ວ່າ ຂໍ້​ຫາທີ່ນີ້ມີ​ຈຸດປະສົງ​ທາງການ​ເມືອງ.

ນັບ​ຕັ້ງ​ແຕ່ ການ​ປົກຄອງ​ໂດຍ​ກົງ​ຂອງ​ທະຫານ​ໃນມຽນມາ ທີ່​ຮູ້​ກັນ​ອີກ​ວ່າ ພະມ້າ​ນັ້ນ ໄດ້​ສີ້​ນ ສຸດ​ລົງ​ໃນປີ 2011 ​ລັດຖະບານ​ພົນລະ​ເຮືອນພຽງ​ໃນ​ນາມກໍ​ໄດ້​ສະ​ເໜີ​ການ​ປະຕິ​ຮູບ​ສື່ມວນ ຊົນ​ຫຼາຍ​ຢ່າງ ຮວມ​ທັງ​ການ​ຜ່ອນຜັນ​ກວດກາຂ່າວ ​ແລະ​ປ່ອຍ​ບັນດາ​ນັກ​ຂ່າວ​ ທີ່​ຖືກ​ກັກ​ຂັງ ຈຳນວນ​ນຶ່ງ.

​ແຕ່​ກຸ່ມ​ສິດທິ​ສື່​ມວນ​ຊົນ ນັກ​ຂ່າວ​ທີ່​ບໍ່​ມີ​ພົມ​ແດນກ່າວ​ວ່າ ມຽນມາຍັງ​ຕິດ​ອັນດັບທີ 151 ຂອງ ຈຳນວນ​ທັງ​ໝົດ 179 ປະ​ເທດ ​ໃນ​ດັດຊະນີເສຣີພາບ​ ດ້ານ​ການ​ຂ່າວ. ກຸ່ມ​ດັ່ງກ່າວ ​ໄດ້​ຮຽກ
ຮ້ອງ​ໃຫ້ມຽນມາ​ທົບ​ທວນເບິ່ງຄະດີ​ຂອງນາງ Ma ຄືນອີກ.
XS
SM
MD
LG