ພວກຄົນເຂົ້າເມືອງເກືອບ 160,000 ຄົນຈາກມຽນມາ ໄດ້ເຂົ້າມາໃນສະຫະລັດ ໃນໄລຍະ 10 ປີທີ່ຜ່ານມານີ້. ຫຼາຍພັນຄົນພາກັນຕັ້ງຖິ່ນຖານຢູ່ອ້ອມແອ້ມເຂດອ່າວຂອງນະຄອນ San Francisco ບ່ອນທີ່ Mike O’Sullivan ລາຍງານວ່າ ເຂົາເຈົ້າກຳລັງມອງເຫັນວ່າປະເທດຊາດບ້ານເມືອງຂອງເຂົາເຈົ້າ ພວມເອົາບາດກ້າວໄປສູ່ການປະຕິຮູບປະຊາທິປະໄຕ ໃນຂະນະທີ່ເຂົາເຈົ້າກຳລັງຄຸ່ນຄິດ ກ່ຽວກັບການຊົມໃຊ້ປະຊາທິປະໄຕໃນການເລືອກຕັ້ງປີນີ້ ຢູ່ໃນປະເທດທີ່ໄດ້ຮັບເອົາເຂົາເຈົ້າເຂົ້າມາອາໄສຢູ່ ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຫ້ອງຮຽນເພື່ອຕຽມເສັງເອົາສັນຊາດອາເມຣິກັນ ໃກ້ກັບນະຄອນ San Francisco ໄດ້ຊີ້ບອກໃຫ້ເຫັນຄວາມແຕກຕ່າງກັບມຽນມາ ຫລັງຈາກຫ້າທົດສະວັດພາຍໃຕ້ການປົກຄອງ ຂອງທະຫານ.
ນາງ Kyin Than ຄົນເຂົ້າເມືອງຊາວມຽນມາກ່າວວ່າ “ມີຫລາຍໆຢ່າງບໍ່ມີສິດເສລີພາບ ເພາະສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຊອກສະແຫວງຫາສິດເສລີພາບ ແລະໄດ້ມາປະເທດນີ້.”
ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ເປັນທີ່ນິຍົມຊົມຊອບແກ່ບັນດາຄົນເຂົ້າເມືອງເຫລົ່ານີ້ ຜູ້ທີ່ຍັງຈົດຈຳໄດ້ວ່າ ທ່ານນາງໃຫ້ການສະໜັບສະໜູນຕໍ່ຜູ້ນຳຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ຊຶ່ງປັດຈຸບັນນີ້ ເປັນທີ່ປຶກສາຂອງປະເທດດັ່ງກ່າວ.
ທ່ານ Htet Wint ສະມາຊິກຂອງອົງການ “ປະຊາຄົມນຶ່ງດຽວມຽນມາ” ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນຈະເປັນປະໂຫຍດທີ່ສຸດ ທີ່ມີປະທານາທິບໍດີອາເມຣິກັນ ທີ່ຮູ້ຈັກກ່ຽວ ກັບມຽນມ້າແທ້ໆ.”
ການເຂົ້າຮ່ວມຊົມບຸນຮູບເງົາເປັນອີກທາງນຶ່ງ ທີ່ພວກຄົນເຂົ້າເມືອງເຫລົ່ານີ້ໄດ້ມີໂອກາດໂອ້ລົມກັນກ່ຽວກັບເລື້ອງບ້ານເກີດເມືອງນອນ ແລະຮຽນຮູ້ກ່ຽວກັບການເຄື່ອນໄຫວທາງ ດ້ານການເມືອງຈາກບັນດາຜູ້ທີ່ໄປຢ້ຽມຢາມເຊັ່ນວ່ານັກສະແດງ ແລະຜູ້ອຳນວຍການສະແດງ ຊຶ່ງວຽກງານຂອງເຂົາເຈົ້າ ໄດ້ຖືກກີດກັ້ນ ມາເປັນເວລາຫລາຍໆປີ ຈາກການກວດ ກາຂອງພວກທະຫານ.
ທ່ານ Kyaw Thu ນັກສະແດງ ແລະຜູ້ກຳກັບການສະແດງກ່າວວ່າ "ບັດນີ້ພວກເຮົາໄດ້ ມີລັດຖະບານໃໝ່. ມີຫລາຍຄົນທີ່ຍັງຕິດຕໍ່ກັບພວກທະຫານຢູ່ໃນລະບອບເກົ່າ ແລະພວກເຮົາຕ້ອງໄດ້ຈັດການກັບກົດລະບຽບ ແລະກົດໝາຍ ຕ່າງໆ ແບບຍຸຕິທຳ ແລະປາດສະຈາກການເຂົ້າຂ້າງອອກຂາ.”
ໃນຂະນະທີ່ເຂົາເຈົ້າຢາກໃຫ້ມີການປ່ຽນແປງຕື່ມຂຶ້ນຢູ່ໃນປະເທດຊາດບ້ານເກີດເມືອງ ນອນຂອງພວກເຂົາເຈົ້ານັ້ນ ເຂົາເຈົ້າກັບມອງເຫັນວ່າການເລືອກຕັ້ງທີ່ຈະມີຂຶ້ນຢູ່ໃນສະຫະລັດນີ້ ທັງດ້ວຍຄວາມຫວັງ ແລະຄວາມຢ້ານກົວ.
ແລະໄດ້ນຳເອົາສິ່ງນັ້ນ ມາສູ່່ການເມືອງຂອງສະຫະລັດ.
ນາງ Phyu Phyu Hlaing ຄົນເຂົ້າເມືອງຈາກມຽນມ້າ ກ່າວວ່າ “ຂ້າພະເຂົ້າສະໜັບສະ ໜູນທ່ານນາງ Hillary ເພາະວ່າ ການໜີມາຈາກປະເທດຄືດັ່ງມຽນມ້າ ຂ້າພະເຈົ້າເຊື່ອ
ວ່າ ທ່ານ Donald Trump ເຮັດໃຫ້ຂ້າພະເຈົ້າ ຫວນຄິດເຖິງວິທີການ ຂອງພວກທະ ຫານ. ຂ້າພະເຈົ້າບໍ່ຕ້ອງການກັບຄືນໄປຢູ່ບ່ອນນັ້ນອີກ ນາງເວົ້າພ້ອມດ້ວຍສຽງຫົວອອກມາ.”
ປະຊາຄົມມຽນມ້າບໍ່ແມ່ນກຸ່ມປ່ອນບັດທີ່ໃຫຍ່ ແລະບໍ່ມີທ່າທາງວ່າຈະປ່ຽນແປງ ການເລືອກຕັ້ງໄດ້. ເຖິງຢ່າງໃດກໍດີ ປະຊາຄົມດັ່ງກ່າວແມ່ນໄດ້ມີການພົວພັນ ຢ່າງຕັ້ງໜ້າ ເຂົ້າໃນຊີວິດ ແລະການເມືອງຂອງຊາວອາເມຣິກັນ.