ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊົນກຸ່ມນ້ອຍ ມຽນມາ ຈະຮ່ວມກັນ ເຈລະຈາ ຢຸດຍິງ ກັບ ລັດຖະບານ


ນາຍພົນ Mutu Say Poe (ຂວາ) ປະທານ ອົງການ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ​ເຜົ່າ​ກະ​ຈິນ (KIO)
ນາຍພົນ Mutu Say Poe (ຂວາ) ປະທານ ອົງການ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ​ເຜົ່າ​ກະ​ຈິນ (KIO)
ພວກ​ຊົນ​ກຸ່ມ​ນ້ອຍ​ມຽນມາ ​ໄດ້​ສີ້​ນສຸດ​ກອງ​ປະຊຸ​ມຄັ້ງ​ສໍາຄັນ ຢູ່​ທີ່
​ເມືອງ Laiza ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ດ້ວຍ​ການໃຫ້​ຄໍາ​ໝັ້ນ
​ສັນຍາທີ່​ຈະພ້ອມພຽງ​ກັນເຈລະຈາ​ຢຸດ​ຍິງກັບລັດຖະບານ.

ກອງ​ປະຊຸມເປັນ​ເວລາສາມ​ມື້ ທີ່ປະກອບ​ດ້ວຍ​ຜູ້ຕາງໜ້າ​ຈາກ
17 ຊົນ​ເຜົ່າ ໄດ້​ຈັດ​ຂື້ນ​ຢູ່ກອງ​ບັນຊາ​ການ​ຂອງ ອົງການ​ເພື່ອ​
ຄວາມ​ເປັນ​ເອກ​ກະລາດ​ເຜົ່າ​ກະ​ຈິນ (KIO) ຊຶ່ງ​ເປັນ​ການຈັດ​ຕັ້ງ
ດ້ານ​ການ​ເມືອງ ​ຂອງ​ກຸ່ມ​ກະບົດ​ເຜົ່າກາ​ຈິນທີ່​ສຳຄັນສຸດ.

ບັນດາ​ຜູ້ຕາງໜ້າ​ຈາກ​ເຜົ່າ​ຕ່າງໆ ຈະພາກັນ​ເຂົ້າ​ຮ່ວມ​ເຈລະຈາ​ຢຸດ​ຍິງກັບລັດຖະ ບານ ​ໃນອາທິດ​ໜ້າ​ນີ້. ລັດຖະບານ​ແຫ່ງ​ຊາດຂອງ​ມຽນມາ ບໍ່​ໄດ້​ຖືກ​ເຊີນ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມຂອງ​ບັນດາຊົນ​ເຜົ່າ​ໃນ​ຄັ້ງນີ້ກ່າວ​ວ່າ ຕົນ​ຫວັງ​ວ່າ​ຈະ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງໃນ​ທົ່ວ​ປະ​ເທດ ປະມານ​ໃນ​ເດືອນ​ທັນວາ​ຈະ​ມາ​ເຖິງ​ນີ້.

ທ່ານ Khun Okkar ​ເລຂາ​ທິການຂອງ​ກຸ່ມສະພາ​ສະຫະພັນແນວ​ໂຮມ​ຊົນ​ຊາດ ກຸ່ມ​ນ້ອຍ ກ່າວ​ຕໍ່ວີ​ໂອ​ເອວ່າ ມະຕິ​ຂອງ​ກອງ​ປະຊຸມ​ຮຽກ​ຮ້ອງ​ໃຫ້​ທຳ​ການ​ຕົກລົງ​ທີ່ ອາດ​ມີ​ຂຶ້ນກັບ​ລັດຖະບານ ​ເພື່ອ​ນຳ​ມາ​ໃຊ້​ແທນ​ຂໍ້​ຕົກລົງລະຫວ່າງ​ກຸ່ມ​ຕ່າງໆ​ແລະ​ລັດຖະບານ​ແຫ່ງ​ຊາດ.

ບັນດາ​ເຜົ່າ​ກຸ່ມ​ນ້ອຍຕ່າງໆ​ຂອງ​ມຽນມາ ​ໄດ້​ພາກັນ​ສູ້​ລົບ​ກັບ​ລັດຖະບານແຫ່ງ​ຊາດ ມາ​ເປັນ​ເວລາ​ຫລາຍ​ສິບ​ປີ ​ແລະ​ໄດ້​ບັນລຸ​ການ​ຢຸດ​ຍິງ​ທີ່​ບໍ່​ເປັນ​ທາງ​ການ ກັບ​ກອງທັບ ໃນ​ບໍ່​ເທົ່າ​ໃດ​ປີ​ທີ່ຜ່ານມາ​ນີ້.
XS
SM
MD
LG