ຜູ້ຊາຍຈີນ ສອງຄົນ ທີ່ເຮັດວຽກຢູ່ບໍ່ທອງແດງ ທີ່ເປັນບັນ
ຫາໂຕ້ແຍ້ງ ຢູ່ພາກກາງຂອງມຽນມາ ໄດ້ຖືກປ່ອຍໂຕໃນ
ຕອນແລງວັນຈັນວານນີ້ ນຶ່ງມື້ຫລັງຈາກໄດ້ຖືກພວກນັກ
ເຄຶ່ອນໄຫວ ຈັບໂຕໄປ.
ທ່ານ Cao Desheng ໂຄສົກບໍລິສັດບໍ່ທອງແດງ Wan-
bao ຂອງຈີນ ກ່າວວ່າ ທັງສອງໄດ້ກັບຄືນມາ ໃນຕອນ
ແລງວັນຈັນທັງໆທີ່ບໍ່ໄດ້ມີການຕົກລົງກັນແຕ່ຢ່າງໃດກັບພວກທີ່ຈັບເຂົາເຈົ້າທັງສອງໄປ.
ທ່ານ Cao ເວົ້າວ່າ “ພວກເຮົາບໍ່ໄດ້ຮັບເອົາການຮຽກຮ້ອງ
ຂອງເຂົາ ທ່ານຮູ້ບໍ່ວ່າ ຄຳຮຽກຮ້ອງຂອງເຂົາບໍ່ມີເຫດຜົນເລີຍ. ເພາະສະນັ້ນ ພວກເຮົາ
ບໍ່ຮັບຮູ້ຄຳຮຽກຮ້ອງຂອງເຂົາ. ແຕ່ວ່າ ພວກເຮົາຂອບໃຈ ບັນດາເຈົ້າໜ້າທີ່ ລັດຖະບານ
ຜູ້ທີ່ໄດ້ພະຍາຍາມຢ່າງສຸດຂີດ ເພື່ອຄໍ້າປະກັນການປ່ອຍໂຕເຂົາເຈົ້າ ແລະໃນທີ່ສຸດ
ເພື່ອນຮ່ວມງານຊາວຈີນສອງຄົນຂອງພວກເຮົາ ກໍໄດ້ຖືກປ່ອຍໂຕ.
ແຕ່ວ່າ ທ່ານ Ma Sandar ນັກເຄື່ອນໄຫວທ້ອງຖິ່ນຄົນນຶ່ງ ທີ່ໄດ້ພົວພັນກັບການເຈລະ
ຈາຕໍ່ລອງ ລະຫວ່າງບັນດາເຈົ້າໜ້າທີ່ ແລະພວກລັກພາໂຕກ່າວ ຕໍ່ ວີໂອເອ ພະແນກ
ພາສາມຽນມາ ວ່າ ການຕົກລົງໄດ້ບັນລຸກັນໄປແລ້ວ.
ບໍ່ທອງແດງ ໄດ້ເປັນຈຸດສູນກາງຂອງບັນຫາຂັດແຍ້ງທີ່ມີມາເປັນເວລາດົນນານ ແລະ
ບາງຄັ້ງກໍເກີດຄວາມຮຸນແຮງ ກ່ຽວກັບສິດທິໃນເລື່ອງທີ່ດິນ.