ເຈົ້າໜ້າທີ່ມຽນມາ ໄດ້ກັກຂັງພະສົງສາສະໜາພຸດອົງນຶ່ງໄວ້ ຫລັງຈາກ ເພິ່ນໄດ້ຖືກປ່ອຍ
ອອກຈາກຄຸກເມື່ອໄວໆມານີ້ໃນຖານເປັນຜູ້ນໍາປະທ້ວງ ຕໍ່ຕ້ານລັດຖະບານໃນປີ 2007.
ບັນດາຜູ້ເຫັນເຫດການ ໄດ້ແຈ້ງໃຫ້ສື່ມວນຊົນຕາເວັນຕົກຊາບວ່າ ໃນຕອນເຊົ້າວັນສຸກ
ນີ້ ພະອາຈານ Shin Gambira ໄດ້ຖືກນໍາຕົວອອກຈາກວັດແຫ່ງນຶ່ງໃນນະຄອນຢ່າງກຸ້ງ
ໂດຍຜູ້ຊາຍຈໍານວນນຶ່ງ ຊຶ່ງເຂົາເຈົ້າໄດ້ປະກາດຕົນເອງວ່າ ເປັນເຈົ້າໜ້າທີ່ລັດຖະບານ
ໃນເຂດ ນະຄອນຢ່າງກຸ້ງ.
ພວກຜູ້ຊາຍຈຸນີ້ ບໍ່ໄດ້ບອກວ່າ ເຂົາເຈົ້າຈະພາພະອາຈານ Gambira ໄປໃສ ແລະດ້ວຍ
ເຫດຜົນອັນໃດ.
ພະອາຈານ Shin Gambira ເຄີຍເປັນຜູ້ນໍາຄົນນຶ່ງໃນອັນທີ່ເອີ້ນວ່າ “ການປະຕິວັດຜ້າ
ເຫລືອງ" ຊຶ່ງໄດ້ນໍາພາພວກພະສົງ ເດີນຂະບວນຕໍ່ ຕ້ານອໍານາດການປົກຄອງຂອງລັດ
ຖະບານທະຫານ ທີ່ກຳອຳນາດຢູ່ໃນເວລານັ້ນ. ການໂຮມຊຸມນຸມປະທ້ວງຄັ້ງໃຫ່ຍ ຂອງ
ພວກພະສົງໄດ້ຖືກເຈົ້າໜ້າທີ່ປາບປາມຢ່າງຮຸນແຮງ ແລະພະອາຈານ Gambari ໄດ້ຖືກ
ຕັດສິນໂທດໃນເວລາຕໍ່ມາໃຫ້ຈຳຄຸກ 68 ປີ ຮ່ວມທັງໃຫ້ເຮັດວຽກໜັກອີກ 12 ປີ.
ມີລາຍງານວ່າ ພະອາຈານ Gambira ຫາກໍເລີ້ມເປີດຫລາຍໆວັດຄືນໃໝ່ ຫລັງຈາກທີ່ໄດ້
ຖືກສັ່ງປິດ ໂດຍອະດີດອໍານາດການປົກຄອງລັດຖະບານທະຫານ ລຸນຫຼັງທີ່ໄດ້ມີການທັບ
ມ້າງປາບປາມການປະທ້ວງ.
ພະອາຈານ Gambari ແມ່ນຜູ້ນຶ່ງໃນຈໍານວນພວກນັກໂທດການເມືອງ 651 ຄົນທີ່ຖືກ
ປ່ອຍຕົວອອກຈາກຄຸກໃນເດືອນແລ້ວນີ້ໂດຍລັດຖະບານພົນລະເຮືອນມຽນມາທີ່ໄດ້ຮັບການ
ໜຸນຫລັງຈາກພວກທະຫານ.
ເບິ່ງວີດີໂອ ກ່ຽວກັບພວກນັກໂທດການເມືອງມຽນມາ