ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະບົບເກັບພາສີຂອງມຽນມ້າ ບໍ່ມີຄວາມໂປ່ງໃສ


ລະບົບເກັບພາສີຂອງມຽນມ້າ ບໍ່ມີຄວາມໂປ່ງໃສ
ລະບົບເກັບພາສີຂອງມຽນມ້າ ບໍ່ມີຄວາມໂປ່ງໃສ

ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ວ່າ​ດ້ວຍ​ລະບົບ​ພາສີ​ຂອງ​ມຽນມ້າ​ກ່າວ​ວ່າ ມັນ​ຂາດ​ຄວາມ​​ໂປ່​ງ​ໃສ​ແລະ​ຄວາມ​ຮັບຜິດຊອບ ​ແລະ​ພາສີຫລາຍ ​ຢ່າງ​ແມ່ນ​ເສຍ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ ທີ່ສໍ້​ລາດ​ບັງ​ຫລວງ. ພວກ​ນັກ​ເຄື່ອນ​ໄຫວ​​ເພື່ອປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ລະບົບ​​ເກັບ​ພາສີ​ໂດຍ​ພະລະການ ​​ແມ່ນ​ເປັນ​ການ​ເພີ່ມ​ຂັ້ນ​ຕອນ​ອີກ​ຂັ້ນ​ນຶ່ງ ຕໍ່​ພາລະ​ແບກ​ຫາບ​ດ້ານ​ເສດຖະກິດ​ ແລະ​ການລະ​ເມີດ​ສິດທິ​ມະນຸດ ທີ່ປະຊາຊົນມຽນມ້າຫລາຍ​ຄົນຕ້ອງ​ໄດ້​ທົນ​ຮັບ​ເອົານັ້ນ.

ຕາ​ໜ່າ​ງນຶ່ງຂອງ​ບັນດາອົງການ​ປົກ​ປ້ອງ​ສິດທິ​ມະນຸດ​ ​ກ່າວ​ວ່າ ກອງທັບມຽນມ້າ​ໄດ້​ຫັນປ່ຽນລະບົບ​ເກັບ​ພາສີ​ຂອງ​ຕົນ ໃຫ້ເປັນ​ການ​ຂູ່​ເຂັນ​ຫລື​ຍັກ​ຍອກເອົາ​ເງິນແລະ​ເປັນ​ເຄື່ອງມື ໃນການ​ປາບ​ປາມປະຊາຊົນ.

ລາຍ​ງານ​ສະບັບໃໝ່​ ທີ່ຕາໜ່າງດັ່ງກ່າວນໍາ​ອອກເປີດ​ເຜີຍ​ອອກ​ຢູ່ບາງກອກ ​ເວົ້າ​ວ່າ ລັດຖະບານ​ແລະ​ກອງທັບ​ທໍາ​ການ​ເກັບ​ພາສີ​ໂດຍ​ພະລະການ​ໃນ​ຮູບຂອງ​ເງິນສົດ ທີ່​ດິນ ສິນຄ້າຕ່າງໆແລະ​ແຮງ​ງານ.

ລາຍ​ງານ​ສະບັບ​ນີ້​ແມ່ນ​ອີງ​ໃສ່​ການ​ສໍາພາດ​ກັບ​ປະຊາຊົນ ຈໍານວນຫລາຍກວ່າ 340 ຄົນ​ໃນ​ໄລຍະ 2 ປີຜ່ານມາ​.

ນອກ​ນັ້ນ​ ປະຊາຊົນ​ຍັງ​ຖືກ​ບັງຄບ​ໃຫ້​ເສຍ​ຄ່າ​ທໍານຽມ​ຕ່າງໆ​ໂດຍ​ພະລະການ​ທີ່​ດ່ານ​ກວດກາ​ແຫ່ງ​ຕ່າງໆ​ແລະ​ຖືກ​ບັງຄັບ​ໃຫ້​ບໍລິຈາກເງິນ​ສໍາລັບ​ງານ​ບຸນຕ່າງໆສໍາລັບຄ່າ​ກໍ່ສ້າງ​ໂຮງຮຽນ​ ພ້ອມ​ທັງ​ເສຍ​ຄ່າ​ລົງທະບຽນ​ແລະ​ອຸບປະກອນ​ໃຊ້​ໃນ​ໂຮງຮຽນ​ນໍາ.

ທ່ານ​ນາງ Alison Vicary ນັກ​ເສດຖະສາດ​ປະ​ຈໍາ​ກຸ່ມ​ສິ້ງ​ຊອມ​ເບິ່ງການ​ເສດຖະກິດ​ຂອງ​ມຽນມ້າ​ ທີ່​ມະຫາວິທະຍາ​ໄລ Macquarie ກ່າວວ່າ:

ທ່ານນາງ Alison Vicary ຈາກມະຫາວິທະຍາໄລ Macquarie University
ທ່ານນາງ Alison Vicary ຈາກມະຫາວິທະຍາໄລ Macquarie University

"ລະບົບ​ການ​ເກັບ​ພາສີ​ທີ່​ວ່າ​ນີ້ ແມ່ນເປັນການ​ກົດ​ຂີ່​ແລະ​ບໍ່​ຖືກຕ້ອງ​ຕາມ​ກົດ ໝາຍ​. ​ພວກ​ກົມ​ກອງ​ເກັບ​ພາສີ​ຕ່າງໆ ນັ້ນ ​ໄດ້​ມີ​ການ​ພົວພັນ​ຢ່າງ​ແຂງ​ຂັນ​ນໍາ​ການຂູດ​ຮີດ ຄວບ​ຄຸມແລະ​ປາບ​ປາມ​ປະຊາຊົນ​ ​ແລະພາສີ​ທີ່ເກັບໄດ້​ໃນ​ພາກ​ໂຕ​ຈິງ​ໃນ​ລະດັບ​ທ້ອງ​ຖິ່ນ​ນັ້ນ ສ່ວນ​ໃຫຍ່​ແມ່ນຈະ​ເປັນ​ລາຍ​ຮັບ​ຂອງ​ພວກ​ເຈົ້າ​ໜ້າ​ ທີ່​ທ້ອງ​ຖິ່ນ ເເທ​ນທີ່​ຈະເປັນຂອງ​ລັດຖະ ບານ​ກາງ."

ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ບັນດາ​ອົງການ​ຕ່າງໆ​ທີ່ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ກອງທັບ​ ໄດ້​ພາກັນ​ຂູ່​ເຂັນ​ເອົາ​ເງິນ​ຈາກ​ປະຊາຄົມ​ຕ່າງໆ​ ລ່ວງ​ໜ້າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ ຈະ​ມີ​ຂຶ້ນໃນ​ວັນ​ທີ 7 ພະຈິກ​ປີ​ນີ້.

ທ່ານ​ນາງ Vicary ກ່າວ​ວ່າ ລະ​ບົບພາສີ​ທີ່​ເອົາ​ຮັດ​ເອົາ​ປຽບ​ປະຊາຊົນ​ທີ່​ວ່າ​ນີ້ ​ໄດ້ເຮັດ​ໃຫ້ ການ​ເສດຖະກິດ​ຂອງ​ມຽນມ້າ​ຊຸດ​ໂຊມ​ລົງ ​ແລະທ່ານ​ນາງ​ກ່າວ​ຕື່ມວ່າ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ​ຫລາຍ​ຫລັງ​ຈາກ​ການເລືອກ​ ຕັ້ງ​ໃນ​ມຽນມ້າ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ ສຸດ​ໃນ​ເອ​ເຊຍ​ນັ້ນ.

ໃນ​ດ້ານທ່ານນາງ Cheery Zahau ຜູ້​ປະສານ​ງານ​ດ້ານ​ສິດທິ​ມະນຸດ​ປະ​ຈໍາ​ສະຖາບັນ​ການ​ສຶກສາ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ມຽນມ້າ ກໍກ່າວ​ວ່າ ລະບົບພາສີທີ່​ຂາດ​ຄວາມ​ຮັບຜິດຊອບ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ມີ​ຄວາມ​ລໍາບາກ​ຍາກ​ແຄ້ນຫລາຍຂຶ້ນ​ ສໍາລັບ​ປະຊາຊົນ​ສ່ວນໃຫຍ່ ຊຶ່ງ​ນາງ​ກ່າວ​ຊີ້​ແຈງ​ວ່າ :

ທ່ານນາງ Cheery Zahau, ຜູ້ປະສານງານດ້ານ ສິດທິມະນຸດ ປະຈໍາສະຖາບັນສຶກສາກ່ຽວກັບ ສິດທິມະນຸດຂອງມຽນມາ.
ທ່ານນາງ Cheery Zahau, ຜູ້ປະສານງານດ້ານ ສິດທິມະນຸດ ປະຈໍາສະຖາບັນສຶກສາກ່ຽວກັບ ສິດທິມະນຸດຂອງມຽນມາ.

"ມັນ​ໄດ້​ເພີ່ມບັນຫາ​ຕໍ່ການ​ຢູ່​ລອດໃນ​ຂັ້ນ​ພື້ນຖານຂອງ​ປະຊາຊົນ​ມຽນມາ ຄື​ເຂົາ​ ເຈົ້າບໍ່​ສາມາດທ້ອນ​ຫອມເງິນ​ໄດ້ເລີ​ຍ ​ແລະ​ໃນ​ຫລາຍໆກໍລະນີ ​ພວກ​ເຂົາ​ເຈົ້າ ຮອດບໍ່ສາມາດທີ່​ຈະ​ສົ່ງ​ເສຍ​ລູກ​ໆ ເຂົ້າ ໂຮງຮຽນ​ດ້ວຍ​ຊ້ຳ. ພວກ​ເຂົາ​ເຈົ້າບໍ່​ມີ​ເງິນ​ພໍ​ທີ່​ຈະ​ຈ່າຍ​ຄ່າ​ໂຮງໝໍ, ຈ່າຍ​ຄ່າ​ຮັກສາ​ພະຍາບານອີກ​ຕໍ່​ໄປ​ແລ້ວ. ດັ່ງ​ນັ້ນ​ ຈຶ່ງ​ວ່າ ມັນ​ເຮັດ​ໃຫ້​ລະບົບສະ​ຫວັດ​ດີ​ການ​ສັງຄົມ ທັງ​ໝົດ ພັງ​ລົງ​ສໍາລັບປະຊາຊົນ​ມຽນມາ​ ແລະ​ມັນໄດ້​ການ​ມາ​ເປັນ​ພາລະແບກ​ຫາບ ສໍາລັບເຂົາ​ເຈົ້າ."


ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ລະບົບ​ພາສີ​ນີ້​ໄດ້ຂັດຂວາງ​ບໍ່​ໃຫ້ປະຊາຊົນສ່ວນໃຫຍ່ຂອງ​ມຽນມ້າ​ ມີສິດໄດ້​ຊົມ​ໃຊ້​ມາດຕະຖານການ​ຄອງ​ຊີບ ການ​ຮັກສາ​ສຸກຂະພາບ ການ​ພັກ​ອາ​ໄສ​ໃນ​ບ້ານ​ເຮືອນ ການ​ມີ​ເຂົ້າປາ​ອາຫານ​ແລະ​ການ​ສຶກສາ ທີ່ພຽງພໍ​ ແລະເຂົາ​ເຈົ້າສົມຄວນຈະ​ໄດ້​ຮັບ​ນັ້ນ.

ລາຍ​ງານ​ສະບັບ​ນີ້​ກ່າວ​ຕື່ມ​ວ່າ ພວກ​ບໍລິຈາກເງິນ​ແລະໃຫ້ການ​ຊ່ວຍ​ເຫລືອນາໆ​ຊາດ ​ເຊ່ນ​ພວກທະນາຄານ​ພັດທະນາຕ່າງໆນັ້ນ ​ຄວນ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່ມຽນມ້າ​ ກໍ​ຕໍ່​ເມື່ອ​ມາດຕະຖານ​ການ​ປົກຄອງ​ແລະ​ການ​ປົກ​ປ້ອງ​ສິດທິມະນຸດໃນ​ມຽນມ້າ ໄດ້​ຮັບ​ການ​ປັບປຸງ​ໃຫ້ ​ດີ​ຂຶ້ນແລ້ວເທົ່າ​ນັ້ນ.

XS
SM
MD
LG