ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ​ມຽນມາ​ ນີລະໂທດກໍາ ​​ໃຫ້​ແກ່ນັກ​ໂທດ ຫຼາຍ​ກ່ວາ 500 ຄົນ


ແຜນທີ່ມຽນມາ
ແຜນທີ່ມຽນມາ
ລັດຖະບານ​ຂອງ​ມຽນມາ​ໄດ້ອະ​ໄພ​ຍະ​ໂທດໃຫ້​ແກ່ນັກ​ໂທດ ຫຼາຍ​ກ່ວາ 500 ຄົນ ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງມີ​ຮວມທັງ​ພວກ​ນັກໂທດທາງ​ການ​ເມືອງ ​ແລະຊາວ​ຕ່າງ​ຊາດ​ນໍາ.

ຄໍາ​ປະກາດຂອງ​ທາງ​ການ ​ເອີ້ນ​ການ​ເຄື່ອນ​ໄຫວ​ນີ້​ວ່າ ​ເປັນ​ຄວາມ
​ພະຍາຍາມ​ເພື່ອ “​ນໍາເອົາຄວາມ​ສະ​ງົບສຸກແລະ​ສັນຕິພາບອັນ​
ຖາວອນ” ມາສູ່​ບ້ານ​ເມືອງ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ​ມີ​ຂຶ້ນນຶ່ງ​ອາ
ທິດ ກ່ອນ​ການອອກ​ເດີນທາງຂອງ​ປະທານາທິບໍດີ Thein Sein
ມາ​ຍັງສະຫະ​ລັດ​ ​ເພື່ອເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່
​ຂອງສະຫະປະຊາຊາດ.

​ແລະ​ກໍ​ມີ​ຂຶ້ນໃນ​ມື້​ດຽວ​ກັນ​ກັບທີ່​ອົງການສິ້ງ​ຊອມ​ສິດທິ​ມະນຸດ
HumanRights Watch ທີ່​ມີ​ສໍານັກງານ​ຢູ່​ທີ່​ສະຫະລັດ​ ​ໄດ້​ຕໍາ​ນິ
ຕິ​ຕຽນ​ມຽນມາ ທີ່​ຍັງ​ບໍ່​ຍອມ​ປ່ອຍພວກ​ນັກ​ໂທດ​ການ​ເມືອງທັງ​ໝົດ ທີ່​ຍັງ​ເຫຼືອ​ຢູ່​ນັ້ນ ຊໍ້າ​ຍັງ​ໄດ້​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ຕໍ່​ພວກ​ທີ່​ຖືກປ່ອຍ​ເປັນ​ອິດສະ​ລະແລ້ວນັ້ນນໍາ.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ​ໃນ​ຈໍ​ານວນທີ່ຖືກ​ປ່ອຍ​ນັ້ນ ມີພວກ​ນັກໂທດ​ການ​ເມືອງ ​ຈັກ​ຄົນ? ​ແຕ່​ວ່າ ທ່ານ Thein Sein ​ໄດ້​ເອົາ​ເລື້ອງ​ການ​ປ່ອຍ​ພວກ​ນັກໂທດ​ການ​ເມືອງນີ້ ​ເປັນ​ຈຸດ​ສໍາຄັນ​ຂອງ​ນະ​ໂຍບາຍປະຕິ​ຮູບຂອງທ່ານ.

ພັກ​ຝ່າຍ​ຄ້ານທີ່​ນິຍົມ​ປະຊາທິປະ​ໄຕຂອງ​ມຽນມາ ຄາດຄະ​ເນ​ວ່າ ​ມີພວກ​ນັກ​ໂທດການ​ເມືອງ ປະມານ 300 ທີ່ຍັງ​ຖືກຄຸກຢູ່.​ ແຕ່ວ່າພວກ​ນັກ​ເຄື່ອນໄຫວຢືນຢັນ​ວ່າ ມີ​ຫລາຍ​ກ່ວາ​ນັ້ນ ຢ່າງ​ນ້ອຍ 100 ຄົນ ຂຶ້ນ​ໄປ.
XS
SM
MD
LG