ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຈະປ່ອຍ ພວກນັກໂທດ ຈິດສໍານຶກ ທັງໝົດ ໄວໆນີ້


ທ່ານ Thein Sein ປະທານາທິບໍດີມຽນມາ
ທ່ານ Thein Sein ປະທານາທິບໍດີມຽນມາ
ທ່ານ Thein Sein ປະທານາທິບໍດີມຽນມາເວົ້າວ່າ ໃນໄວໆນີ້
ລັດຖະບານ ຂອງທ່ານຈະປ່ອຍພວກນັກໂທດຈິດສໍານຶກໝົດ
ທຸກຄົນ ທີ່ຖືກຄຸມຂັງໃນສະໄໝ​ການ​ປົກຄອງຂອງພວກທະ
ຫານທີ່ດໍາເນີນໄປເປັນເວລາຫລາຍທົດສະວັດແລະ ສິ້ນສຸດລົງ
ໃນປີ 2011 ນັ້ນ.

ໃນການກ່າວ​ຄຳ​ປາ​ໄສຕໍ່ປະ​ເທດ​ຊາດ ​ໂດຍ​ທາງວິທະຍຸກະຈາຍສຽງນັ້ນ ທ່ານປະທານາ
ທິບໍດີ ເວົ້າວ່າ ລັດຖະບານຂອງທ່ານ ສ້າງຕັ້ງຄະນະກໍາມະການຄະນະນຶ່ງຂຶ້ນມາເພື່ອທົບ
ທວນຄືນທຸກຄະດີຂອງພວກນັກໂທດການເມືອງ. ທ່ານ ກ່າວວ່າ ຄະນະດັ່ງກ່າວຈະແຍກ
ພວກນັກໂທດທີ່ກໍ່ອາດຊະຍາກໍາຮ້າຍແຮງອອກຈາກພວກທີ່ຕໍ່ຕ້ານລັດຖະບານ ແລະເວົ້າວ່າ
ພວກທີ່ມີຄວາມຜິດໃນການກໍ່ອາດຊະຍາກໍາຮ້າຍແຮງ ຈະຕ້ອງຮັບໃຊ້ໂທດຂອງຕົນຢູ່
ໃນຄຸກ.

ທ່ານບໍ່ໄດ້ກຳນົດ​ວັນ ເວລາ ຂອງການໃຫ້ນີລະໂທດກໍາໃນອະນາຄົດແຕ່ຢ່າງໃດ.

ການຈໍາຄຸກພວກຄັດຄ້ານທາງການເມືອງໂດຍພາລະການແມ່ນເປັນເຄື່ອງໝາຍ
ສໍາຄັນຂອງການປົກຄອງທະຫານໃນມຽນມາ ແລະໄດ້ເຮັດໃຫ້ມີການລົງໂທດ
ທາງດ້ານການເມືອງ ແລະເສດຖະກິດຢ່າງຫລວງຫລາຍ ຊຶ່ງລັດຖະບານຂອງ
ບັນດາປະເທດຕາເວັນຕົກ ໄດ້ເລີ້ມຜ່ອນຜັນໃຫ້ ນັບແຕ່ມີການເລືອກຕັ້ງແບບມີ
ປະຊາທິປະໄຕໃນສອງປີກ່ອນ.

ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ໃນເດືອນແລ້ວນີ້ ໄດ້ກ່າວຍ້ອງຍໍ
ທ່ານ Thein Sein ຊຶ່ງເປັນອະດີດນາຍພົນ ທີ່ໄດ້ໃຊ້ການດໍາລົງຕໍາ ແໜ່ງຂອງທ່ານ
ສອງປີຜ່ານມາ ເຂົ້າໃນການຫລຸດຜ່ອນຄວາມເຄັ່ງຕຶງກັບລັດຖະບານຂອງບັນດາປະ
ເທດຕາເວັນຕົກ ຊຶ່ງສ່ວນນຶ່ງ ໂດຍການສັ່ງໃຫ້ມີການນິລະໂທດກໍາພວກນັກໂທດການ
ເມືອງທີ່ມີຊື່ສຽງຫລາຍຄົນ.
XS
SM
MD
LG