ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສົງ ຫົວຮຸນແຮງຈັດ ຢູ່ມຽນມາ ກໍາລັງຖືກຕໍາໜິ ຫຼາຍຂຶ້ນນັບມື້ (ວີດິໂອ)


ວັດສາສະໜາມຸສລິມແຫ່ງນຶ່ງ ຢູ່ເມືອງ Meikhtila ຖືກເຜົາ ໃນວັນທີ 21 ມີນາ 2013.
ວັດສາສະໜາມຸສລິມແຫ່ງນຶ່ງ ຢູ່ເມືອງ Meikhtila ຖືກເຜົາ ໃນວັນທີ 21 ມີນາ 2013.
ບັນດາຄູບາຫົວຮຸນແຮງຈັດຢູ່ມຽນມາແມ່ນກໍາລັງນັບມື້ຖືກຕໍາ
ນິຫຼາຍ ຂຶ້ນວ່າ ບໍ່ຍຶດໝັ້ນຕໍ່ອຸດົມການສູງສຸດຂອງສາສະໜາ ໃນການບໍ່ໃຊ້ຄວາມຮຸນແຮງ ແລະເຜີຍແຜ່ຄວາມຄຽດຊັງ
ພ້ອມທັງຄວາມຢ້ານກົວ ຕໍ່ຊາວມຸສລິມທີ່ເປັນຊົນກຸ່ມນ້ອຍ.
ການປຸກລະດົມຂອງຊາວມຽນມາ ແມ່ນໄດ້ກາຍເປັນຈຸດສົນໃຈ ຂອງບັນດາຜູ້ນໍາຊາວພຸດ ຢູ່ໃນຕ່າງປະເທດ ຊຶ່ງລວມທັງອົງດາ
ໄລ ລາມະ ຜູ້ນໍາທາງດ້ານຈິດໃຈ ຂອງຊາວທິເບດ. ຜູ້ສື່ຂ່າວວີ
ໂອເອ Daniel Schearf ມີລາຍງານເລື້ອງນີ້ ຈາກບາງກອກ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ລິງໂດຍກົງ

ຢູ່ໃນມຽນມາມີຊາວພຸດປະກອບເປັນປະມານ 90 ເປີເຊັນ ແລະຊາວມຸສລິມ 4 ເປີເຊັນ.
ການນັບຖືສາສະໜາຄຣິສ ແມ່ນກວມເອົາອີກ 5 ເປີເຊັນຂອງພົນລະເມືອງທັງໝົດ.

ແຕ່ວ່າ ຄູບາ ອູວີເຊຕະ (U Wi Sate Ta) ທີ່ຄົນມັກເອີ້ນເພິ່ນວ່າ ຄູບາ ອູວີຣາທຸທີ່ມີຫົວ
ຮຸນແຮງຈັດ ຈະເຮັດໃຫ້ທຸກຄົນເຊື່ອກັນວ່າ ພວກມຸສລິມແມ່ນເປັນໄພຂົ່ມຂູ່ຕໍ່ມຽນມາ ແລະສາສະໜາພຸດ.

ໃນການໃຫ້ສໍາພາດທາງໂທລະສັບກັບວີໂອເອ ຄູບາອູວີຣາທຸເວົ້າວ່າ ປະຊາຄົມມຸສລິມ
ແມ່ນຂະຫຍາຍຕົວຢ່າງວ່ອງໄວ ໂດຍຜ່ານການເຂົ້າເມືອງທີ່ຜິດກົດໝາຍ ແລະການບັງ
ຄັບຊາວພຸດໃຫ້ປ່ຽນໄປນັບຖືສາສະໜາອິສລາມ.

ຄູບາອູວີຣາທຸ ເວົ້າວ່າ “ຊາວມຸສລິມແມ່ນບໍ່ເຄີຍຍິນດີ ທີ່ຈະເຮັດວຽກໃຫ້ປະຊາຊົນ
ທີ່ເປັນຊົນເຜົ່າອື່ນໄດ້ຮັບປະໂຫຍດ. ຖ້າຊາວມຸສລິມຫາກເຂັ້ມແຂງຂຶ້ນໄປ
ເລື້ອຍໆ, ແລະຖ້າຫາກວ່າ ມີຜູ້ນຶ່ງກາຍເປັນປະທານາທິບໍດີ ສາສະໜາຂອງ
ປະເທດພວກເຮົາ ຈະຖືກທໍາລາຍ ເຊັ່ນດຽວກັນກັບຢູ່ອິນເດຍ. ສະນັ້ນພວກ
ເຮົາຈຶ່ງເປັນຫ່ວງກ່ຽວກັບເລື້ອງນີ້.”


ຕັ້ງແຕ່ປີ 2001 ເປັນຕົ້ນມາ, ຄູບາອູວີຣາທຸໄດ້ເຕືອນ ກ່ຽວກັບຄວາມຄິດແບບລົມໆແລ້ງໆ
ທີ່ວ່າຊາວມຸສລິມຈະຍຶດເອົາປະເທດ ດ້ວຍການປຸກລະດົມໝາຍເລກ “969” ຊຶ່ງເປັນການ
ອ້າງອິງເຖິງຄວາມເຊື່ອຖືຂອງຊາວພຸດ. ເພິ່ນຖືກຈັບຂັງຄຸກໃນປີ 2003 ຍ້ອນໄດ້ຍຸຍົງໃຫ້
ມີການກໍ່ຄວາມວຸ້ນວາຍຕ້ານຊາວມຸສລິມທີ່ຮ້າຍແຮງ ແຕ່ວ່າ ຕໍ່ມາກໍໄດ້ຖືກປ່ອຍຕົວໃຫ້
ເປັນອິດສະລະ ໃນປີ 2012 ຊຶ່ງເປັນສ່ວນນຶ່ງຂອງການນີລະໂທດກໍາລວມ.

ຄູບາອູວີຣາທຸໄດ້ຟື້ນຟູການປຸກລະດົມ 969 ຄືນຢ່າງໄວວາ ລຸນຫລັງທີ່ເກີດການປະທະ
ກັນລະຫວ່າງຊາວພຸດກັບຊາວມຸສລິມໃນລັດຣາໄຄນ໌ ທາງພາກຕາເວັນຕົກຂອງປະເທດ
ທີ່ໄດ້ສັງຫານ 200 ຄົນ ແລະເຮັດໃຫ້ 120 ພັນຄົນ ຕ້ອງອົບພະຍົບຫຼົບໜີໄປຈາກບ່ອນ
ຢູ່ອາໄສຂອງຕົນ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດເວົ້າວ່າ ບັນດາຄູບາທັງຫລາຍ ພ້ອມທັງເຈົ້າໜ້າທີ່
ຮັກສາຄວາມປອດໄພເປັນຜູ້ຍຸແຍ່ໃຫ້ມີການກວດລ້າງຊົນຊາດຊົນເຜົ່າຢູ່ໃນລັດຣາໄຄນ໌ ຊຶ່ງເປັນການກ່າວຫາທີ່ພວກເຂົາເຈົ້າໄດ້ປະຕິເສດ. ນັບແຕ່ນັ້ນມາການກໍ່ຄວາມວຸ້ນວາຍ
ໄດ້ແຜ່ລາມໄປຫາພາກກາງຂອງມຽນມາ ບ່ອນທີ່ກຸ່ມຊາວພຸດໄດ້ພາກັນໂຈມຕີຊາວມຸສ
ລິມ ຊຶ່ງພາໃຫ້ 44 ຄົນເສຍຊີວິດ ລວມທັງເດັກນ້ອຍນໍາ.
ອົງດາໄລ ລາມະ
ອົງດາໄລ ລາມະ

ໃນວັນອັງຄານແລ້ວນີ້ ອົງດາໄລ ລາມະ ຜູ້ນໍາສາສະໜາ ພຸດຂອງທິເບດໄດ້ຖະແຫລງບໍ່ເຫັນດ້ວຍ ກັບການກໍ່ຄວາມ
ຮຸນແຮງ ທີ່ນໍາພາໂດຍຊາວພຸດໃນມຽນມາ. ພະອົງກ່າວຕໍ່
ນັກສຶກສາທີ່ມະຫາວິທະຍາໄລລັດ Maryland ວ່າ ມັນເປັນ
ເລື້ອງໜ້າເສົ້າໃຈຫລາຍ ແລະທ່ານພາວະນາອຸທິດບຸນກຸສົນ
ໄປໃຫ້ ພວກທີ່ມີຄວາມຄິດບໍ່ດີຕໍ່ຊາວມຸສລິມ ໃຫ້ຫວນຄິດ
ຫາພະພຸດທະເຈົ້າ.

ອົງດາໄລ ລາມະກ່າວວ່າ: “ຈົ່ງໃຫ້ຄວາມເຄົາລົບຕໍ່ທຸກ
ສາສະໜາ ແລະໃຫ້ນັບຖືພວກທີ່ບໍ່ຖືສາສະໜາ ແລະບໍ່ໃຫ້ຄິດວ່າ ສາສະໜາ
ນີ້ດີກວ່າ ສາສະໜານັ້ນ ແຕ່ກົງກັນຂ້າມ ໃຫ້ມີຄວາມເຄົາລົບຕໍ່ທຸກສາສະໜາ
ແລະກໍໃຫ້ນັບຖືພວກບໍ່ຖືສາສະໜາ ອີກດ້ວຍ.”


ອົງດາໄລ ລາມະ ເຖິງແມ່ນວ່າໄດ້ຮັບຄວາມເຄົາລົບນັບຖືໃນລະດັບສາກົນກໍຕາມ ແຕ່ກໍ
ເປັນຜູ້ນຳຂອງສາສະໜາພຸດ ນິກາຍມະຫາຍານຂອງທິເບດ ຊຶ່ງບໍ່ມີສິດອໍານາດໃດໆຕໍ່
ນິກາຍເຖຣະວາດຂອງມຽນມາ ຊຶ່ງເປັນສາຍນຶ່ງອີກຕ່າງຫາກ ຂອງສາສະໜາພຸດ.

ຄູບາອູວີຣາທຸ ແລະຄູບາອົງອື່ນໆທີ່ມີຄວາມຄິດຄ້າຍກັນ ຍັງຮຽກຮ້ອງໃຫ້ເກືອດຫ້າມບໍ່
ໃຫ້ຊາວມຸສລິມເປັນເຈົ້າຂອງທຸລະກິດຫ້າງຮ້ານຕ່າງໆ ໂດຍໃຊ້ປ້າຍ 969 ເພື່ອຊີ້ບອກ
ວ່າ ຮ້ານໃດເປັນຮ້ານຂອງຊາວພຸດ. ແຕ່ເພິ່ນກໍປະຕິເສດວ່າ ການປຸກລະດົມບໍ່ໄດ້ຊຸກຍູ້
ໃຫ້ມີຄວາມເຄັ່ງຕຶງທາງສາສະໜາ.

ຄູບາທີ່ທິເບດພາກັນໄຫວ້ພະພຸດທະຮູບ
ຄູບາທີ່ທິເບດພາກັນໄຫວ້ພະພຸດທະຮູບ

ຄູບາອູວີຣາທຸ ເວົ້າວ່າ ທຸກລັດທີ່ມີກຸ່ມ 969 ອາໄສຢູ່ແມ່ນ
ມີຄວາມສະຫງົບສຸກດີ. ສະນັ້ນ ຄວນຈະມີການສ້າງຕັ້ງກຸ່ມ
969 ຢູ່ໃນແຕ່ລະລັດຂອງມຽນມາ ເພື່ອໃຫ້ມີຄວາມສະຫງົບ
ສຸກ. ເພິ່ນຍັງເວົ້າອີກວ່າ ເມື່ອໃດກໍຕາມທີ່ມີການປຸກລະດົມ
ແມ່ນບໍ່ມີການກໍ່ຄວາມຮຸນແຮງໃດໆເລີຍ ເພາະວ່າ ພວກໄປ
ປຸກລະດົມໄດ້ສອນໃຫ້ປະຊາຄົມຊາວພຸດປ້ອງກັນຕົວເອງ
ແບບຖືກຕ້ອງຕາມກົດໝາຍ ເມື່ອພວກເຂົາເຈົ້າຖືກກໍ່ກວນ
ໂດຍພວກນັບຖືສາສະໜາອື່ນ.

ຄູບາອູວີຣາທຸເອີ້ນຕົນເອງວ່າ "ບິນລາເດັນຂອງມຽນມາ” ທີ່ໝາຍເຖິງການອອກຫົວຄິດ
ບົງການໃນການໂຈມຕີສະຫະລັດເມື່ອວັນທີ 11 ເດືອນກັນຍາ ຊຶ່ງໄດ້ສັງຫານ 3 ພັນຄົນ
ນັ້ນ. ແຕ່ເຖິງແມ່ນວ່າ ຈະມີຖ້ອຍຄໍາສະແດງເຖິງຄວາມກຽດຊັງ ຊຶ່ງລວມມີຢູ່ໃນຄໍາເທດ
ສະໜາ, ໜັງສືຫລືສິ່ງພິມຕ່າງໆ, ແລະການພິມເຜີຍແຜ່ທາງອິນເຕີແນັດກໍຕາມ ແຕ່ເຈົ້າ
ໜ້າທີ່ກໍບໍ່ກ້າທີ່ຈະປິດ ການປຸກລະດົມຂອງຄູບາອົງດັ່ງກ່າວລົງ.

ທ່ານ Myo Win ຜູ້ນໍາຂອງຊາວມຸສລິມມຽນມາ ໄດ້ເລີ້ມດໍາເນີນການປຸກລະດົມ ເພື່ອ
ຕ້ານຢັນກັບກຸ່ມ 969 ໂດຍໃຊ້ປ້າຍ ປ່າວປະກາດໃຫ້ຜູ້ຄົນຮູ້ຈັກຜ່ອນສັ້ນຜ່ອນຍາວແກ່
ກັນແລະກັນ. ໃນວັນພະຫັດອາທິດແລ້ວນີ້ ເພິ່ນໄດ້ກ່າວຕໍ່ສະໂມສອນນັກຂ່າວຕ່າງປະ
ເທດທີ່ບາງກອກວ່າ ຊາວມຸສລິມໃນມຽນມາ ແມ່ນດໍາລົງຊີວິດຢູ່ໃນສະພາບທີ່ຢ້ານກົວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Burma Urged to Prosecute Perpetrators of Sectarian Unrest
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ

ທ່ານ Myo Win ເວົ້າວ່າ: ” ສະນັ້ນ .. ເປັນຫຍັງຈຶ່ງບໍ່ມີການລະບຸໃຫ້ຮູ້ກ່ຽວກັບ
ກຸ່ມ 969? ນັ້ນກໍຄືຄໍາຖາມຫລັກ, ອັນທີສອງກໍຄື ເປັນຫຍັງສະມາຊິກຂອງ
ກຸ່ມດັ່ງກ່າວຈຶ່ງບໍ່ຖືກຈັບ? ເປັນຫຍັງຈຶ່ງອະນຸຍາດໃຫ້ພວກເຂົາເຈົ້າສືບຕໍ່
ການປຸກລະດົມເພື່ອກະຈາຍຂໍ້ມູນທີ່ບໍ່ມີຄວາມຈິງ ກ່ຽວກັບຊາວມຸສລິມ ແລະ
ສາສະໜາອິສລາມຢູ່ໃນໝູ່ຊາວພຸດ ທີ່ເປັນຄົນກຸ່ມໃຫຍ່ຂອງປະເທດ?”


ອາຈານ ສຸລັກ ສີວະຣັກສາ ຊຶ່ງເປັນຜູ້ສ້າງຕັ້ງເຄືອຂ່າຍສາກົນຂອງຊາວພຸດທີ່ມີການພົວ
ພັນກັນເວົ້າວ່າ ຈຸດໝາຍອັນສຸດທ້າຍຂອງສາສະໜາພຸດກໍຄື ການສູ້ຊົນເອົາຊະນະຕໍ່
ຄວາມຢ້ານກົວ ແຕ່ວ່າຄວາມຢ້ານກົວແມ່ນເປັນສິ່ງທີ່ຜັກດັນໃຫ້ຊາວພຸດຢູ່ມຽນມາ ທໍາ
ການກໍ່ຄວາມຮຸນແຮງ. ອາຈານ ສຸລັກ ເວົ້າວ່າ:

“ເມື່ອຄົນເຮົາມີຄວາມຢ້ານກົວ ເຮົາຈະສາມາດກໍ່ຄວາມຮຸນແຮງໄດ້ ເຮົາສາ
ມາດທີ່ຈະເຫັນແກ່ຕົວໄດ້ ເຮົາສາມາດທີ່ຈະຖືກຫລອກລວງໄດ້. ແຕ່ບໍ່ເປັນ
ຈັ່ງບຸນ ບໍ່ພຽງແຕ່ຢູ່ໃນມຽນມາເທົ່ານັ້ນດອກ ຢູ່ປະເທດນີ້ ຄືຢູ່ໃນໄທ, ສີລັງກາ,
ບ່ອນທີ່ມີການນັບຖືສາສະໜາພຸດຢ່າງກວ້າງຂວາງນັ້ນ ເມື່ອຜູ້ຄົນມີຄວາມ
ຢ້ານກົວ ພວກເຂົາເຈົ້າຈະໄປທໍາຮ້າຍຜູ້ອື່ນ ບໍ່ແມ່ນທໍາຮ້າຍຕົວເອງ”


ໃນວັນຈັນຜ່ານມານີ້ ປະທານາທິບໍດີມຽນມາ ທ່ານ Thein Sein ເວົ້າວ່າ ມຽນມາຄວນ
ຊ່ວຍກັນແກ້ໄຂບັນຫາ ເພື່ອໃຫ້ມີການຢູ່ຮ່ວມກັນຢ່າງສັນຕິ ລະຫວ່າງຊາວພຸດ ແລະ
ຊາວມຸສລິມ.

ໃນການກ່າວຄໍາປາໄສອອກທາງໂທລະພາບນັ້ນ ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການ
ປົກປ້ອງສິດທິຂອງຊາວມຸສລິມ ໃນລັດຣາໄຄນ໌ ແລະໃນຂະນະດຽວກັນ ກໍຈະຕອບສະ
ໜອງຄວາມຕ້ອງການ ແລະຄວາມມຸ້ງຫວັງຂອງຊາວພຸດ ໃນລັດດັ່ງກ່າວອີກດ້ວຍ.
XS
SM
MD
LG