ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມ້າພົບຊ້າງເຜືອກອີກ ໂຕນຶ່ງ


ສື່ມວນຊົນຂອງລັດຖະບານມຽນມາ ພາກັນຮ້ອງໂຮສະ​ແດງ​ຄວາມ​ຊົມ​ເຊີຍໃນການຈັບໄດ້ຊ້າງເຜືອກທີ່ຫາຍາກໂຕນຶ່ງ​ໄດ້ ວ່າເປັນເຄຶ່ອງໝາຍຊີ້ບອກວ່າ ປະເທດມຽນມ້າຈະມີສັນຕິ ພາບ ສະຖຽນລະພາບແລະຄວາມຈະເຣີນຮຸ່ງເຮືອງ ວັດທະ ນາ​ຖາວອນ ຢູ່ພາຍໃຕ້ລັດຖະບານຊຸດໃໝ່ ທີ່ຈະ​ມີ​ການ ເລືອກຕັ້ງ​ເອົາ​ໃນ​ໄວໆ​ນີ້ ຄື​ກັນ​ກັບຢູ່ພາຍໃຕ້ການປົກຄອງ ໂດຍຝ່າຍທະຫານໃນປັດຈຸບັນ.

ໜັງສືພິມລາຍວັນ New Light of Myanmar ຫລືແສງ ສະຫວ່າງໃໝ່ຂອງມຽນມ້າ ຂອງລັດຖະບານກ່າວ​ໃນວັນເສົາ ວານນີ້ວ່າ ຊ້າງເຜືອກ ໂຕທີ່ຖືກຈັບໄດ້ເມື່ອວັນພະຫັດຜ່ານມາ ຢູ່ໃນ​ລັດຣາຄິນທາງກໍ້າ ຕາເວັນຕົກຂອງປະ​ເທດນັ້ນ ​ແມ່ນເປັນສັນຍະລັກແຫ່ງຄວາມພາກພູມ​ໃຈຂອງ​ປະ​ເທດ. ໜັງສືພິມກ່າວຕໍ່ໄປວ່າ ສັດໜັງໜາຫລືຊ້າງເຜືອກໂຕນີ້ ມີອາຍຸປະມານ 18 ປີແລະເປັນ ຊ້າງເຜືອກໂຕທີ່ຫ້າທີ່ຈັບໄດ້ນັບຕັ້ງ ແຕ່ປີ 2001 ເປັນຕົ້ນມາ.

ມຽນມາເປັນປະເທດທີ່ຕົກຢູ່ພາຍໃຕ້ການປົກຄອງອັນ​ເຂ້​ມງວດຂອງທະຫານ ມາຕັ້ງແຕ່ປີ 1962 ແລະການເລືອກຕັ້ງທົ່ວປະເທດ ທີ່ກໍານົດຈະຈັດຂຶ້ນໃນເດືອນພະຈິກປີນີ້ ແມ່ນໄດ້ ຖືກຕໍາໜິຕິຕຽນຢ່າງກວ້າງຂວາງໂດຍປະຊາຊົມນານາຊາດ ວ່າເປັນການ​ເລືອກ​ຕັ້ງ​ແບບ​ ຈອມ​ປອມ ​ເພື່ອ​ໃຫ້ຝ່າຍທະຫານ​ໄດ້ກໍາອໍານາດຢູ່ຕໍ່ໄປ.

XS
SM
MD
LG