ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳສູງສຸດຂອງມຽນມາ ນາຍພົນ Than Shwe ຢ້ຽມຢາມຈີນ


ຜູ້ນຳສູງສຸດຂອງມຽນມາ ນາຍພົນ Than Shwe ໄດ້ເດີນທາງໄປເຖິງກຸງປັກ ກິ່ງໃນ
ວັນອັງຄານມື້ນີ້ ເພື່ອທຳການຢ້ຽມຢາມຈີນຢ່າງເປັນທາງການ ກ່ອນໜ້າ ການເລືອກຕັ້ງ
ແຫ່ງຊາດໃນລະດູໃບໄມ້ຫຼົ່ນທີ່ຈະມາເຖິງນີ້.

ຈີນເປັນຜູ້ໜຸນຫຼັງມຽນມາຢ່າງແຂງຂັນ ແລະໃຫ້ການສະໜັບສະໜຸນທີ່ສຳຄັນ ທັງໃນດ້ານ
ເສດຖະກິດແລະດ້ານການທູດ. ບັນດາປະເທດຕາເວັນຕົກສ່ວນໃຫຍ່ ​ແມ່ນ​ໄດ້​ຫລີກ​ລ່ຽງ
ບໍ່ຍອມຕິດຕໍ່ຄ້າຂາຍກັບມຽນມາ ຍ້ອນປະເທດດັ່ງກ່າວມີປະວັດການເຄົາລົບນັບຖືສິດທິ
ມະນຸດທີ່ບໍ່ດີ ແລະບໍ່ຍອມມອບອຳນາດໃຫ້ພັກຝ່າຍຄ້ານ ທີ່ໄດ້ຊະນະການເລືອກຕັ້ງເມື່ອ
20 ປີກ່ອນ.

ເປັນທີ່ຄາດກັນວ່າ ນາຍພົນ Than Shwe ຈະໄດ້ພົບປະກັບປະທານປະເທດຈີນ ທ່ານ
ຫູຈິນເທົາ ນາຍົກລັດຖະມົນຕີເຫວັນເຈຍບາວແລະເຈົ້າໜ້າທີ່ອະວຸໂສຄົນອື່ນໆຂອງຈີນ
ໃນລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ 5 ມື້​ເທື່ອ​ນີ້..

ເຖິງແມ່ນບໍ່ໄດ້ມີການເປີດເຜີຍໃຫ້ຊາບກ່ຽວກັບຫົວຂໍ້ຂອງການປະຊຸມໃນຄັ້ງນີ້ກໍຈິງ ແຕ່ພວກ
ນັກຊ່ຽວຊານຄາດວ່າການເຈລະຈາຫາລືຈະເພັ່ງເລັງໃສ່ການເລືອກຕັ້ງຄັ້ງຈະມາຂອງມຽນມາ
ແລະຂໍ້ຕົກລົງທາງດ້ານເສດຖະກິດ ທີ່ທ່ານເຫວັນ ເຈຍ ບາວ ໄດ້ລົງນາມໃນຕົ້ນປີນີ້.

ນອກນັ້ນແລ້ວ ນາຍພົນ Than Shwe ຍັງໄດ້ເດີນທາງໄປຊົມງານມະຫະກຳ ສະແດງ
ສິນຄ້າໂລກທີ່ນະຄອນຊຽງໄຮ້ແລະເຂດເສດຖະກິດພິເສດ Shenzhen ທີ່ແຂວງກວາງ
ຕຸ້ງໃນພາກໃຕ້ຂອງຈີນ ກ່ອນຈະເດີນທາງກັບຄືນສູ່ປະເທດມຽນມາໃນມື້ວັນເສົາຈະມານີ້.

XS
SM
MD
LG