ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄວາມຮຸນແຮງ ໃນມຽນມາ ແຜ່ລາມ ອອກໄປອີກ (ສະໄລດ໌)


ສະພາບຂອງເມືອງ Meikhtila ທີ່ຖືກທໍາລາຍ ນັບແຕ່ອາທິດແລ້ວນີ້ເປັນຕົ້ນມາ ຍ້ອນຄວາມຮຸນແຮງທາງສາສະໜາ ທີ່ກໍາລັງແຜ່ລາມອອກໄປ
ສະພາບຂອງເມືອງ Meikhtila ທີ່ຖືກທໍາລາຍ ນັບແຕ່ອາທິດແລ້ວນີ້ເປັນຕົ້ນມາ ຍ້ອນຄວາມຮຸນແຮງທາງສາສະໜາ ທີ່ກໍາລັງແຜ່ລາມອອກໄປ
ຄວາມຮຸນແຮງທາງສາສະໜາກໍາລັງແຜ່ລາມອອກໄປສູ່ໃຈກາງ
ປະເທດມຽນມາ ໃນວັນອັງຄານມື້ນີ້ ຊຶ່ງເຈົ້າໜ້າທີ່ລາຍງານວ່າ ຢ່າງໜ້ອຍວັດມຸສລິມສອງແຫ່ງ ແລະເຮືອນຫລາຍກວ່າ 20
ຫລັງ ຖືກທໍາລາຍໄປ ຢູ່ໃນການກໍ່ຄວາມວຸ້ນວາຍຕ່າງໆ.

ຕໍາຫລວດແລະຜູ້ເຫັນເຫດການເວົ້າວ່າ ບໍ່ມີລາຍງານວ່າ ມີຄົນ
ບາດເຈັບ ແລະ ເສຍຊີວິດໃນການກໍ່ຄວາມຮຸນແຮງໃນຄືນຜ່ານມາ ລະຫວ່າງປະຊາຄົມສອງກຸ່ມ ຢູ່ໃນເຂດ Pegu ຢູ່ທາງເໜືອຂອງ
ນະຄອນຢ້າງກຸ້ງ.

ຄວາມຮຸນແຮງໄດ້ແຜ່ລາມອອກໄປທາງໃຕ້ຈາກເມືອງ Meikhtila
ໃນເຂດພາກກາງຂອງປະເທດ ບ່ອນທີ່ມີການປະທະກັນເກີດຂຶ້ນໃນອາທິດແລ້ວນີ້ ຊຶ່ງພາ
ໃຫ້ມີການປະກາດພາວະສຸກເສີນ ຢູ່ໃນເມືອງນັ້ນ.

ການກໍ່ຄວາມວຸ້ນວາຍຍັງບໍ່ທັນລາມໄປຮອດນະຄອນຢ້າງກຸ້ງ ຊຶ່ງເປັນຫົວເມືອງ ທີ່ໃຫຍ່
ທີ່ສຸດຂອງມຽນມານັ້ນເທື່ອ. ແຕ່ຄວາມເຄັ່ງຕຶງແມ່ນສູງ ແລະຮ້ານຄ້າຫລາຍແຫ່ງຖືກບອກ
ໃຫ້ປິດແຕ່ເວັນ ເພາະມີຂ່າວລືວ່າ ຈະມີການປະທະກັນ.

ຂ່າວສານຂອງລັດເວົ້າວ່າ ຈໍານວນຄົນເສຍຊີວິດຍ້ອນການກໍ່ຄວາມຮຸນແຮງໃນເມືອງ
Meikhtila ໄດ້ເພີ້ມສູງຂຶ້ນເຖິງ 40 ຄົນ ລຸນຫລັງທີ່ສົບຂອງອີກ 8 ຄົນ ຖືກພົບເຫັນ ຢູ່ໃນ
ຂະນະທີ່ມີການທໍາຄວາມສະອາດຕົວເມືອງທີ່ຖືກທໍາລາຍໂດຍການກໍ່ຄວາມວຸ້ນວາຍນັ້ນ.

ໃນຕອນແລງຂອງວັນຈັນວານນີ້ລັດຖະບານຂອງປະທານາທິບໍດີ Thein Sein ສັນຍາວ່າ
ຈະເຮັດທຸກສິ່ງທຸກຢ່າງ ເທົ່າທີ່ເປັນໄປໄດ້ ເພື່ອຍຸຕິການກໍ່ຄວາມຮຸນ ແຮງດັ່ງກ່າວ. ນອກ
ນັ້ນລັດຖະບານ ຍັງໃຫ້ຄໍາໝັ້ນສັນຍາອີກວ່າ ຈະຊ່ວຍປະ ຊາຊົນ 10 ພັນຄົນ ທີ່ອົບ
ພະຍົບລົບໜີຈາກເມືອງ Meikhtila ຊຶ່ງສ່ວນໃຫຍ່ ແມ່ນຊາວມຸສລິມນັ້ນ ໃຫ້ໄດ້ໄປຕັ້ງ
ຖິ່ນຖານໂດຍໄວ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG