ອົງການອົບພະຍົບຂອງສະຫະປະຊາຊາດ ຮຽກຮ້ອງໃຫ້ບັງກລາແດັສເປີດຊາຍແດນຂອງ
ຕົນ ຮັບເອົາພວກທີ່ຫລົບໜີຈາກຄວາມຮຸນແຮງລະຫວ່າງເຜົ່າຣາຄີນທີ່ນັບຖືສາສະໜາພຸດ
ແລະເຜົ່າໂຣຮິງຢາທີ່ນັບຖືສາສະໜາອິສລາມໃນມຽນມາ.
ໃນຖະແຫລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້ ອົງການອົບພະຍົບສະ
ຫະປະຊາຊາດກ່າວວ່າ ພວກທີ່ພະຍາຍາມຫລົບໜີ ບໍ່ສາມາດທີ່ຈະ “ໄດ້ຮັບຄວາມປອດໄພ
ແລະຄວາມໝັ້ນຄົງ ທີ່ພວກເຂົາເຈົ້າຕ້ອງການທີ່ສຸດ”.
ນອກນັ້ນ ອົງການອົບພະຍົບຂອງສະຫະປະຊາຊາດຍັງກ່າວວ່າ ຕົນມີຂໍ້ມູນທີ່ໜ້າເຊື່ອຖື
ໄດ້ຢັ້ງຢືນວ່າ ເຮືອຫລາຍລໍາທີ່ມາຈາກມຽນມາບໍ່ໄດ້ຮັບອະນຸຍາດໃຫ້ແລ່ນເຂົ້າໄປໃນເຂດ
ແດນຂອງບັງກລາແດັສແລະກ່າວຕື່ມວ່າ ພວກແມ່ຍິງ ເດັກນ້ອຍແລະຜູ້ທີ່ໄດ້ຮັບບາດເຈັບ
ແມ່ນຮ່ວມຢູ່ໃນບັນດາເຮືອເຫຼົ່ານັ້ນ.
ໃນຕົ້ນອາທິດນີ້ ບັນດາເຈົ້າໜ້າທີ່ບັງກລາແດັສ ຊຶ່ງປະຊາຊົນສ່ວນໃຫ່ຍເປັນຊາວມຸສລິມ
ນັ້ນ ກ່າວວ່າ ພວກຕຳຫຼວດຊາຍແດນໄດ້ສົ່ງຊາວມຸສລິມເຜົ່າໂຣຮິງຢາຫລາຍຮ້ອຍຄົນທີ່
ພະຍາຍາມໜີການສູ້ຫລົບໃນມຽນມາກັບຄືນໄປ. ລັດຖະມົນຕີການຕ່າງປະເທດບັງກລາ
ແດັສກ່າວວ່າ ມັນບໍ່ແມ່ນຜົນປະໂຫຍດທີ່ດີສຳຫຼັບບັງກລາແດັສຈະຮັບເອົາຊາວໂຣຮິງຢາ.
ມີຊາວໂຣຮິງຢາ ປະມານ 300,000 ຄົນໄດ້ພາກັນອາໄສຢູ່ໃນບັງກລາແດັສເວລານີ້. ປະ
ມານສິບເປີເຊັນຂອງຈຳນວນດັ່ງກ່າວ ແມ່ນຢູ່ທີ່ສູນອົບພະຍົບ 2 ແຫ່ງຂອງທາງການບັງ
ກລາແດັສ.
ບັນດາເຈົ້າໜ້າທີ່ມຽນມາກ່າວວ່າ ການສູ້ລົບລະຫວ່າງ ເຜົ່າຣາຄີນທີ່ນັບຖືສາສະໜາພຸດ
ແລະເຜົ່າໂຣຮິງຢາ ທີ່ນັບຖືສາສະໜາອິສລາມ ໃນລັດຣາຄີນ ທາງພາກຕາເວັນຕົກຂອງ
ມຽນມານັ້ນ ເຮັດໃຫ້ 30 ຄົນເສຍຊີວິດ.
ທາງການມຽນມາກ່າວວ່າ ຫຼາຍສິບພັນຄົນໄດ້ຖືກຍົກຍ້າຍບໍ່ມີບ່ອນຢູ່ ແລະເຮືອນຫຼາຍ
ກວ່າ 2,500 ຫລັງ ໄດ້ຖືກໄຟໄໝ້.