ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສປຊ ໄປເຖິງ ລັດຣາຄີນ ຂອງມຽນມາແລ້ວ (ສະໄລດ໌)


ທູດພິເສດ ອົງການສະຫະປະຊາຊາດ ທ່ານ Vijay Nambiar
ທູດພິເສດ ອົງການສະຫະປະຊາຊາດ ທ່ານ Vijay Nambiar

ຜູ້ຊ່ວຍລະດັບສູງຂອງທ່ານພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ໄປ ເຖິງພາກຕາເວັນຕົກຂອງມຽນມາ ບ່ອນທີ່ກໍາລັງຮັກສາຄວາມສະຫງົບ ໄດ້ຍາມຮັກ
ສາການຢູ່ ຖ້າມກາງຄວາມສະຫງົບ​ແຕ່​ຍັງ​ມີ​ຄວາມ​ເຄັ່ງ​ຕຶງ ລຸນຫລັງທີ່ມີການປະທະ
ກັນຢ່າງຮຸນແຮງມາຫລາຍວັນ ຍ້ອນຄວາມຂັດແຍ້ງທາງສາສະໜາ ລະຫວ່າງພວກ
ທີ່ຖືສາສະໜາພຸດ ແລະສາສະໜາອິສລາມ.

ເຈົ້າໜ້າທີ່ສະຫະປະຊາຊາດ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວີໂອເອວ່າ ທ່ານວີເຈ ນາມເບຍທູດ
ອະ​ວຸ​ໂສ​ຂອງ​ອົງການ​ສະຫະ​ປະຊາ​ຊາດສໍາລັບມຽນມາໄດ້ໄປເຖິງລັດຣາຄີ​ນທາງ​ພາກ
​ຕາ​ເວັນຕົກ​ຂອງ​ມຽນມາບ່ອນທີ່ເຈົ້າໜ້າທີ່ລັດຖະບານເວົ້າວ່າ ມີຫລາຍກວ່າ 20 ຄົນ
ຖືກຂ້າຕາຍ.

ປະທານາ​ທິບໍດີ​ມຽນມາ ທ່ານເທນເຊນ ໄດ້ປະກາດພາວະສຸກເສີນ ແລະສົ່ງກໍາລັງ
ທະຫານໄປຍັງລັດຣາຄີ​ນ ທີ່ກະແສຟອງຂອງການກໍ່ຈາລະຈົນແລະການວາງເພີງ
ໄດ້ທໍາລາຍ​ເຮືອນ​ຊານ​ບ້ານ​ຊ່ອງຫລາຍຮ້ອຍຫລັງ.

ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນທີ 3 ມິຖຸນາ ລຸນຫລັງທີ່ກຸ່ມຊົນເຜົ່າຣາຄີ​ນທີ່ ຖື ສາສະໜາພຸດໄດ້ລອບຍິງລົດເມຄັນນຶ່ງ ແລະສັງຫານພວກຄົນໂດຍສານ ທີ່ເປັນ​
ຊົນ​ເຜົ່າ​ໂຣຮິງ​ຢາ​ 10 ຄົນ ຊຶ່ງປາກົດວ່າ ເປັນການແກ້ແຄ້ນຕໍ່ການທີ່ຊາວອິສລາມ
ສາມຄົນ ຂົ່ມຂືນ ແລະຂ້າຜູ້ຍິງທີ່ຖືສາສະໜາພຸດຄົນນຶ່ງຕາຍ.

XS
SM
MD
LG