ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາປະກາດ ພາວະສຸກເສີນ ໃນລັດຣາຄີນ (ສະໄລດ໌)


ການລຸກຮືຂຶ້ນຂອງຊາວ Rakhine ຊົນກຸ່ມນ້ອຍໃນ ມຽນມາ
ການລຸກຮືຂຶ້ນຂອງຊາວ Rakhine ຊົນກຸ່ມນ້ອຍໃນ ມຽນມາ

ປະທານາທິບໍດີ​ມຽນມາ​ໄດ້​ປະກາດສະພາວະ​ສຸກ​ເສີນ ໃນ​ແລງວັນ​ອາທິດ​ວານ​ນີ້ຢູ່ໃນລັດ
ຣາຄີ​ນ ທາງ​ພາກ​ຕາເວັນຕົກຂອງ​ປະ​ເທດ ທີ່ໄດ້​ປະສົບ​ກັບ​ການ​ກໍ່​ຈະລາຈົນ ຍ້ອນຄວາມ
ຮຸນ​ແຮງເຖິງຂັ້ນມີ​ຄົນ​ເສຍ​ຊີວິດ ລະຫວ່າງຊາວພຸດ​ກັບ​ຊາວມຸສ ລິ​ມນັ້ນ.

ທ່ານ Thein Sein ​ໄດ້​ປະກາດ​ເຕືອນ​ປະ​ເທດ​ຊາດທາງ​ໂທລະ​ພາບ​ວ່າ ຖ້າ​ຫາກ​ວ່າ ຄວາມຮຸນ​ແຮງ​ໃນ​ລັດຣາຄີ​ນ ​ຂະຫຍາ​ຍວົງ​ກວ້າງ​ອອກ​ໄປ​ຕື່ມ​ອີກ​ ມັນ​ອາດ​ສາມາດເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂອງປະ​ເທດເພື່ອ​ກ້າວ​ໄປ​ສູ່​ປະຊາທິປະ​ໄຕ​ນັ້ນ ​ຕົກ​ຢູ່​ໃນ​ອັນຕະລາຍ.

ທ່ານ​ໄດ້ປະກາດ​ໃຊ້ພາວະ​ສຸກ​ເສີນ ລຸນ​ຫລັງ​ທີ່​ໄດ້​ເກີດຄວາມຮຸນ​ແຮ​ງ​ເປັນ​ເວລາ 3 ມື້ ​ໃນລັດ
ຣາຄີ​ນ ລະຫວ່າງຊາວ​ແລະ​ສະມາຊິກ​ຂອງ​ຊົນ​ເຜົ່າມຸສລິ​ມ ​ໂຣຮິງ​ຢາ ​ກຸ່ມ​ນ້ອຍ ​ທີ່ຍັງ​ຜົນ
​ໃຫ້​ມີ​ຢ່າງ​ນ້ອຍ 7 ຄົນ ​ເສຍ​ຊີວິດ​ແລະ​ບ້ານ​ເຮືອນ ຫຼາຍຮ້ອຍ​ຫຼັງ​ ຖືກຈູດ​ເຜົາ.

ຜູ້​ນໍາ​ມຽນມາກ່າວ​ຕື່ມວ່າ ການ​ໂຈມ​ຕີ​ຢ່າງຮຸນ​ແຮງ ທີ່​ໄດ້​ຮັບ​ການ​ຊຸກຍູ້​ ຍ້ອນ“ຄວາມກຽດ​ຊັງແລະການລ້າງ​ແຄ້ນ​ ບົນ​ພື້ນຖານ​ທາງ​ດ້ານສາສະໜາ​ແລະ​ເຊື້ອ​ຊາດ” ​ນັ້ນ ອາດ​ສາມາດແຜ່​ລາມ​ອອກ​ໄປ​ຍັງ​ເຂດ​ອື່ນໆ​ຂອງ​ປະ​ເທດ​ໄດ້. ທ່ານ​ກ່າວ​ອີກ​ວ່າ ຖ້າ​ມັນ​ເກີດ​ຂຶ້ນ​ແລ້ວ​ ຄວາມ​ທຸ່ນທ່ຽງ​ ຄວາມ​ສະ​ງົບ ຂັ້ນ​ຕອນ​ຂອງ​ການຫັນປ່ຽນໄປ​ສູ່ປະຊາທິປະ​ໄຕ ແລະ​ການ​ພັດ​ທະ​ນາ​ສ້າງສາ​ປະເທດ ຊຶ່ງໃນ​ຂະນະ​ນີ້ແມ່ນກໍາລັງ​ຢູ່​ໃນ​ໄລຍະ​ຂ້າມ​ຜ່ານ​ນັ້ນ​ ກໍ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກໜ່ວງ.

​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ທາງ​ລັດຖະບານ​ມຽນມາ ​ໄດ້​ສົ່ງ​ກອງ​ກໍາ​ລັງ​ຮັກສາ​ຄວາມ​ປວດ​ໄ​ພ​ໄປ​ຍັງ​ລັດຣາຄີ​ນ ທີ່​ມີ​ຊາຍ​ແດນ​ຕິດ​ກັບ Bangladash ​ເພື່ອ​ຮັກສາ​ຄວາມ​ສະ​ງົບແລະຫ້າມ​ສັນຈອນ ​ອອກ​ນອກ​ບ້ານ​ໃນ​ຍາມ​ຄໍາ​ຄືນ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ທະ​ກັນ​ໃນ​ຄືນ​ວັນ​ສຸກ ລະຫວ່າງພວກ​ຊົນ​ກຸ່ມ​ນ້ອຍ​ຊາວໂຣຮິງ​ຢາ ​ແລະຊາວ​ພຸດທ້ອງ​ຖິ່ນ​.

ຄວາມ​ເຄັ່ງ​ຕຶງ​ໄດ້​ມີ​ຢູ່​ໃນລະດັບສູງ ​ໃນ​ລັດຣາຄີ​ນ ນັບ​ຕັ້ງ​ແຕ່​ວັນອາທິດແລ້ວ​ນີ້ ​ເວລາຊາວ​ພຸດທີ່​ໂມ​ໂຫຮ້າຍ​ກຸ່ມ​ນຶ່ງ​ໄດ້​ໂຈມ​ຕີ​ລົດ​ເມຄັນ​ນຶ່ງ ແລະ​ໄດ້​ສັງຫານ​ຊົນ​ເຜົ່າ​ໂຣຮິງ​ຢາ 10 ຄົນ ຍ້ອນເຂົ້າ​ໃຈ​ຜິດ​ວ່າ​ ພວກ​ເຂົ​າ​ເຈົ້າ​ເປັນ​ຕົວ​ການໃນ​ການລວມຫົວ​ກັນຂົ່ມຂືນແລະ​ສັງຫານ​ແມ່ຍິງ​ຊາວ​ພຸດ​ຄົນ​ນຶ່ງ ກ່ອນ​ໜ້ານັ້ນ.

ແຜນທີ່ປະເທດມຽນມາ ກັບທີ່ຕັ້ງຂອງລັດຣາຄີນ (ສີເຫລືອງ):

XS
SM
MD
LG