ທາງການມຽນມາໄດ້ສົ່ງກໍາລັງຮັກສາຄວາມປອດໄພ ໄປປະຕິບັດໜ້າທີ່ຢູ່ໃນເຂດຕາເວັນຕົກຂອງປະເທດ ໃກ້ຊາຍແດນຕິດກັບບັງກລາເດສ ເພື່ອກອບກູ້ເອົາຄວາມສະຫງົບ ຢູ່ທີ່ນັ້ນຄືນມາ ຫຼັງຈາກເກີດເຫດການກໍ່ຄວາມຮຸນແຮງລະຫວ່າງຊົນເຜົ່າທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນນັ້ນ.
ໜ່ວຍຕໍາຫຼວດແລະທະຫານ ໄດ້ກອບກູ້ສະຖານະການໃຫ້ກັບຄືນສູ່ຄວາມ ສະຫງົບ ແລະຫ້າມການສັນຈອນໃນຍາມຄໍ່າຄືນຢູ່ໃນລັດ Rakhine ເມື່ອວັນເສົາວານນີ້ ຫຼັງ
ຈາກເກີດເຫດການກໍ່ການຈະລາຈົນຕະຫຼອດຄືນລະຫວ່າງຊົນເຜົ່າມຸສລິມໂຣຮີງຢາ ແລະຊາວພຸດທ້ອງຖິ່ນ.
ສື່ມວນຊົນລັດກ່າວວ່າ ຢ່າງໜ້ອຍເຈັດຄົນເສຍຊີວິດໃນການສູ້ລົບກັນ ແລະຕຶກອາຄານຫຼາຍຮ້ອຍແຫ່ງຖືກຈູດເຜົາ.
ສະຫະລັດໄດ້ສະແດງຄວາມເປັນຫ່ວງ ນໍາລາຍງານຕ່າງໆກ່ຽວກັບເຫດ ການກໍ່ຄວາມຮຸນແຮງທີ່ກໍາລັງດໍາເນີນໄປຢູ່ໃນລັດ Rakhine ນັ້ນ.
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດ ກ່າວວ່າ ວໍຊິງຕັນກໍາລັງຕິດຕາມເບິ່ງສະຖານະການ ແລະຮຽກຮ້ອງໃຫ້ທຸກຝ່າຍຍຸຕິການໂຈມຕີທີ່ຮຸນແຮງນັ້ນໂດຍທັນທີ.
ຖະແຫຼງການທີ່ອອກເມື່ອວັນເສົາວານນີ້ ຍັງໄດ້ຮຽກຮ້ອງໃຫ້ລັດຖະບານ ຈົ່ງທໍາການສືບສວນສອບສວນໄປຕາມຕົວບົດກົດໝາຍ.
ຄວາມເຄັ່ງຕຶງໄດ້ມີຢູ່ໃນລະດັບສູງ ໃນ
ລັດ Rakhine ນັບຕັ້ງແຕ່ວັນອາທິດ
ແລ້ວນີ້ ເວລາແກ໊ງຊາວພຸດໄດ້ໂຈມຕີ
ລົດບັສຄັນນຶ່ງ ແລະໄດ້ສັງຫານຊົນເຜົ່າ
ໂຣຮິງຢາ 10 ຄົນ ຍ້ອນເຂົ້າໃຈຜິດວ່າ
ພວກເຂົາເຈົ້າເປັນຕົວການໃນການ
ລວມຫົວກັນຂົ່ມຂືນແລະສັງຫານ
ແມ່ຍິງຊາວພຸດຄົນນຶ່ງເມື່ອບໍ່ດົນມານີ້.
ມຽນມາບໍ່ຖືວ່າຊົນເຜົ່າໂຣຮິງຢາເປັນພົນ
ລະເມືອງມຽນມາ ເຖິງແມ່ນພວກເຂົາ
ເຈົ້າຈະອາໃສຢູ່ໃນເຂດຕາເວັນຕົກຂອງ
ມຽນມາ ແລະມີຈໍານວນຫຼາຍເຖິງ 800,000 ຄົນກໍຕາມ ອີງຕາມອົງການສະຫະປະ
ຊາຊາດ.
ເມື່ອບໍ່ນານມານີ້ ລັດຖະບານມຽນມາໄດ້ເລິ່ມທໍາການປະຕິຮູບການເມືອງຫຼາຍຢ່າງ ທີ່ສົ່ງຜົນໃຫ້ໄດ້ຮັບການສະໜັບສະໜຸນໂດຍບັນດາປະເທດຕາເວັນຕົກ ທີ່ໄດ້ຮຽກຮ້ອງໃຫ້ມີການປ່ຽນແປງມາດົນນານແລ້ວນັ້ນ. ສື່ຂອງລັດໄດ້ເຜີຍແຜ່ຂໍ້ມູນຢ່າງຫລວງຫຼາຍ ແບບຜິດປົກກະຕິວິໄສ ກ່ຽວກັບເຫດການກໍ່ຄວາມຮຸນແຮງຕ່າງໆຂອງອາທິດນີ້.