ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ McCain ພົບຜູ້ນຳຝ່າຍຄ້ານ ຂອງມຽນມາ


ສະມາຊິກສະພາສູງສະຫະລັດ ທ່ານ John McCain ພົບກັບທ່ານ ນາງອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ ທີ່ນະຄອນຢ່າງກຸ້ງ (2 ມິຖຸນາ 2011)
ສະມາຊິກສະພາສູງສະຫະລັດ ທ່ານ John McCain ພົບກັບທ່ານ ນາງອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ ທີ່ນະຄອນຢ່າງກຸ້ງ (2 ມິຖຸນາ 2011)

ສະມາຊິກສະພາສູງສະຫະລັດ ທ່ານ John McCain ກຳລັງຢູ່ທີ່ນະຄອນຢ່າງກຸ້ງເພື່ອພົບ ປະກັບທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ.

ໃນຕອນເຊົ້າຂອງວັນພະຫັດມື້ນີ້ ທ່ານ McCain ຍັງໄດ້ໄປຢ້ຽມຢາມສຳນັກງານຂອງສະ
ມາຄົມບໍລິການ ການສົ່ງສະການແບບບໍ່ເສຍເງິນ ທີ່ນະຄອນຢ່າງກຸ້ງ. ໂຄສົກຄົນນຶ່ງຂອງ
ພວກຝ່າຍຄ້ານກ່າວຕໍ່ວີໂອເອພາກພາສາມຽນມາວ່າ ສະມາຊິກສະພາສູງ McCain ຍັງ
ມີແຜນການພົບປະກັບພວກຜູ້ຕາງໜ້າພັກຊົນຊາດຊົນເຜົ່ານ້ອຍໆອີກ 5 ພັກ.

ການເດີນທາງໄປຢ້ຽມຢາມນະຄອນຢ່າງກຸ້ງ ຂອງທ່ານ McCain ມີຂຶ້ນລຸນຫຼັງການພົບ
ປະໃນມື້ວັນພຸດວານນີ້ກັບຮອງປະທານາທິບໍດີ Aung Myint Oo ລັດຖະມົນຕີການຕ່າງ
ປະເທດ Wunna Maung Lwin ແລະເຈົ້າໜ້າທີ່ອື່ນໆອີກຂອງມຽນມາ ທີ່ນະຄອນຫຼວງ
ການປົກຄອງ Naypyidaw.

ໜັງສືພິມ New Light of Myanmar ຂອງທາງການລາຍງານວ່າ ທ່ານ McCain
ແລະລັດຖະມົນຕີການຕ່າງປະເທດມຽນມາໄດ້ສົນທະນາຫາລືກ່ຽວກັບຄວາມສຳພັນແລະ
ຜົນປະໂຫຍດຮ່ວມກັນຂອງປະເທດທັງສອງ ແຕ່ບໍ່ໄດ້ໃຫ້ການອະທິບາຍເພີ່ມຕື່ມ.

ແຕ່ແນວໃດກໍຕາມສະມາຊິກສະພາສູງ McCain ​ໄດ້ກ່າວກ່ອນເດີນທາງໄປເຖິງມຽນມາວ່າ ທ່ານຈະຮຽກຮ້ອງໃຫ້ເຈົ້າໜ້າທີ່ມຽນມາ ບໍ່ໃຫ້ແຊກແຊງ ເຂົ້າໃນການເດີນທາງໄປຢ້ຽມຢາມ
ທົ່ວປະເທດຂອງທ່ານນາງອອງຊານຊູຈີ ຊຶ່ງໄດ້ມີການປະກາດໃຫ້ຊາບໃນສັບປະດານີ້.

ນອກນັ້ນແລ້ວ ທ່ານ McCain ຍັງເວົ້າວ່າທ່ານຈະຮຽກຮ້ອງໃຫ້ພວກຜູ້ນຳຂອງລັດຖະບານ
ຊຸດໃໝ່ມຽນມາປ່ອຍພວກນັກໂທດການເມືອງປະມານ 2,200 ຄົນທີ່ຖືກຄຸມຂັງຢູ່ໃນເວລານີ້.

XS
SM
MD
LG