ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງແມັກເຄນ ຢ້ຽມຢາມມຽນມາ


ທ່ານ ຈອນ ແມກເຄນພົບປະກັບນາຍົກລັດຖະມົນຕີໄທທ່ານ ອະພິສິດ
ເວດຊາວີວະ ເມື່ອວັນທີ່ 30 ພຶດສະພາ ກ່ອນເດີນທາງຕໍ່ໄປຍັງມຽນມາ
ທ່ານ ຈອນ ແມກເຄນພົບປະກັບນາຍົກລັດຖະມົນຕີໄທທ່ານ ອະພິສິດ ເວດຊາວີວະ ເມື່ອວັນທີ່ 30 ພຶດສະພາ ກ່ອນເດີນທາງຕໍ່ໄປຍັງມຽນມາ

ສະມາຊິກສະພາສູງສະຫະລັດ ທ່ານ ຈອນ ແມັກເຄນ ໄດ້ເດີນທາງໄປເຖິງມຽນມາສໍາລັບການຢ້ຽມຢາມສາມວັນ ທີ່ທ່ານຫວັງວ່າຈະໄດ້ພົບປະກັບພວກເຈົ້າໜ້າທີ່ອາວຸໂສ ຂອງມຽນມາ ແລະກັບຜູ້ນໍາປະຊາທິປະໄຕທ່ານນາງອອງ ຊານ ຊູຈີ.

ຄາດວ່າ ທ່ານ ຈອນ ແມກເຄນ ຈະພົບປະກັບພວກເຈົ້າ ໜ້າທີ່ລັດຖະບານມຽນມາ ໃນວັນພຸດມື້ນີ້ ທີ່ເມືອງ Naypyitaw ເມືອງຫລວງການປົກຄອງຂອງມຽນມາ ແລະທ່ານມີແຜນການຈະພົບປະກັບທ່ານນາງ ອອງຊານ ຊູຈີ ໃນວັນພະຫັດມື້ອື່ນນີ້ ທີ່ນະຄອນຢາງກຸ້ງ.

ທີ່ບາງກອກ ເມື່ອວັນອັງຄານວານນີ້ ທ່ານ ຈອນ ແມັກເຄນ ໄດ້ບອກພວກນັກຂ່າວວ່າ ທ່ານຈະຮຽກຮ້ອງໃຫ້ພວກຜູ້ນໍາຂອງລັດຖະບານໃໝ່ມຽນມາ ໃຫ້ປ່ອຍຕົວພວກນັກໂທດ ການເມືອງທີ່ປະມານວ່າມີຈໍານວນ 2,200 ຄົນນັ້ນ.

ນອກນີ້ແລ້ວ ທ່ານຍັງເວົ້າວ່າ ທ່ານຈະຮຽກຮ້ອງໃຫ້ລັດຖະບານມຽນມາ ບໍ່ເຂົ້າໄປແຊກແຊງ ແຜນການທີ່ຈະໄປຢ້ຽມຢາມແຂວງຕ່າງໆຂອງມຽນມາ ທີ່ໄດ້ປະກາດໃນອາທິດນີ້ ໂດຍທ່ານ ນາງອອງຊານ ຊູຈີ ນັ້ນ.

ທ່ານນາງ ອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນເບລ ຂະແໜງສັນຕິພາບ ກ່າວວ່າທ່ານນາງ ຈະອອກໄປຢ້ຽມຢາມເຂດແຂວງຕ່າງໆໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຊຶ່ງເປັນການອອກໄປ ຢ້ຽມຢາມເທື່ອທໍາອິດຂອງທ່ານນາງ ນັບຕັ້ງແຕ່ການຢ້ຽມຢາມທໍານອງດຽວກັນເມື່ອປີ 2003 ທີ່ຈົບລົງດ້ວຍການທີ່ທ່ານນາງໄດ້ຖືກຈັບ.

ລ່ວງໜ້າການເດີນທາງຂອງທ່ານນັ້ນ ທ່ານ ຈອນ ແມັກເຄນ ໄດ້ໄປຢ້ຽມຢາມສູນອົບພະຍົບ ຊາວມຽນມາທີ່ໃຫຍ່ທີ່ສຸດ ທີ່ເມືອງແມ່ສອດ ປະເທດໄທ. ທີ່ສູນດັ່ງກ່າວນີ້ ມີຊາວອົບພະຍົບ ຫລາຍສິບພັນຄົນ ທີ່ກໍາລັງລໍຄອຍຈະກັບຄືນ ສູ່ບ້ານເກີດເມືອງນອນຂອງພວກເຂົາເຈົ້າ ຫລືໄປຕັ້ງຖິ່ນຖານໃໝ່ຢູ່ໃນປະເທດທີ 3.

XS
SM
MD
LG