ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຢືນຢັນ ການເດີນທາງ ໄປຢ້ຽມຢາມ ມຽນມາ ຂອງ ປ. ໂອບາມາ


ປະທານາທິບໍດີໂອບາມາ ພົບປະກັບຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານ ຊູຈີ (19 ກັນຍາ 2012)
ປະທານາທິບໍດີໂອບາມາ ພົບປະກັບຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານ ຊູຈີ (19 ກັນຍາ 2012)
ທຳນຽບຂາວກ່າວວ່າ ປະທານາທິບໍດີບາຣັກ ໂອບາມາ ຈະເປັນ
ຜູ້ນຳສະຫະລັດຄົນທຳອິດເດີນທາງໄປຢ້ຽມຢາມມຽນມາໃນທ້າຍ
ເດືອນນີ້ ແຕ່ພວກນັກເຄື່ອນໄຫວ ເຕືອນວ່າ ການຢ້ຽມຢາມ ດັ່ງ
ກ່າວແມ່ນສ່ຽງຕໍ່ເປັນການໃຫ້ລາງວັນແກ່ລັດຖະບານທີ່ຍັງສືບຕໍ່
ມີປະວັດໃນການເຄົາລົບນັບຖືສິດທິມະນຸດທີ່ບໍ່ດີນັ້ນ.

ຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນພະຫັດວານ
ນີ້ເວົ້າວ່າ ທ່ານໂອບາມາຈະເດີນທາງໄປຢ້ຽມຢາມມຽນມາພ້ອມ ກັບກຳປູເຈຍແລະປະເທດໄທໃນລະຫວ່າງວັນທີ 17 ຫາ 20 ພະ ຈິກເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພູມີພາກ ຂອງສະມາຄົມ
ບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາ
ຊ່ຽນ.

ຖະແຫຼງການກ່າວຕໍ່ໄປວ່າ ປະທານາທິບໍດີໂອບາມາຈະພົບປະກັບທ່ານເທນ ເຊນ ປະທາ
ນາທິບໍດີມຽນມາ ຜູ້ນຳຝ່າຍຄ້ານ ທ່ານນາງອອງຊານ ຊູຈີແລະເຈົ້າໜ້າທີ່ຄົນອື່ນໆເພື່ອຊຸກ ຍູ້ກ່ຽວກັບການຫັນປ່ຽນໄປສູ່ປະຊາທິປະໄຕຂອງມຽນມາ ທີ່ກຳລັງດຳເນີນຢູ່ໃນເວລານີ້.

ລັດຖະບານມຽນມາ ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນສຸກວານນີ້ວ່າ ຕົນຂໍຕ້ອນຮັບ ການໄປຢ້ຽມຢາມດັ່ງກ່າວ ດ້ວຍຄວາມອົບອຸ່ນ ໂດຍເວົ້າວ່າ ການສະໜັບສະໜຸນຂອງສະ ຫະລັດຈະເສີມຂະຫຍາຍຄວາມໝາຍໝັ້ນຂອງຕົນໃນການປະຕິຮູບ.

ນັບແຕ່ໄດ້ເຂົ້າກຳອຳນາດ ໃນປີກາຍນີ້ ລຸນຫຼັງການປົກຄອງຂອງພວກທະຫານມາເປັນເວ ລາຫຼາຍໆທົດສະວັດແລ້ວນັ້ນ ລັດຖະບານພົນລະເຮືອນພຽງແຕ່ໃນນາມຂອງປະທານາທິ ບໍດີເທນເຊນກໍໄດ້ປ່ອຍພວກນັກໂທດການເມືອງຈຳນວນນຶ່ງຜ່ອນຜັນການຈຳກັດຮັດແຄບ ກ່ຽວກັບການລາຍງານຂ່າວຂອງສື່ມວນຊົນແລະອະນຸຍາດໃຫ້ບັນດາພັກຝ່າຍຄ້ານເຂົ້າມາ ມີສ່ວນພົວພັນຫຼາຍຂຶ້ນ.

ແຕ່ພວກນັກເຄື່ອນໄຫວບາງຄົນກ່າວວ່າ ການເດີນທາງໄປຢ້ຽມຢາມຂອງທ່ານໂອບາມາ ອາດຈະເປັນໄພອັນຕະລາຍຕໍ່ອັນທີ່ພວກເຂົາເຈົ້າເວົ້າວ່າ ການປະຕິຮູບທີ່ບອບບາງແຕກ ຫັກງ່າຍ ແລະຍັງບໍ່ທັນສຳເລັດນັ້ນ. ທ່ານ Phil Robertson ຮອງຜູ້ອຳນວຍການຝ່າຍເອ ເຊຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວຕໍ່ວີໂອເອວ່າການເດີນ ທາງໄປຢ້ຽມຢາມດັ່ງກ່າວນີ້ແມ່ນຍັງບໍ່ທັນເຖິງເວລາອັນຄວນເທື່ອ.

ກ່ຽວຂ້ອງກັນ

XS
SM
MD
LG