ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ມຽນມາ ປັບປຸງ ການນັບຖືສິດທິມະນຸດ


ຮອງລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທ່ານ Joseph Yun ພົບປະກັບທ່ານນາງ ອອງຊານຊູຈີ
ຜູ້ນຳພັກຝ່າຍຄ້ານຂອງມຽນມາ ທີ່ນະຄອນຢ່າງກຸ້ງ (19 ພຶດສະພາ 2011)
ຮອງລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທ່ານ Joseph Yun ພົບປະກັບທ່ານນາງ ອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາ ທີ່ນະຄອນຢ່າງກຸ້ງ (19 ພຶດສະພາ 2011)

ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດ ໄດ້ແຈ້ງໃຫ້
ລັດຖະບານມຽນມາຊາບວ່າ ວໍຊິງຕັນເຕັມໃຈທີ່ຈະປັບປຸງ
ຄວາມສຳພັນ ແຕ່ຄວາມກ້າວໜ້າໃດໆກໍຕາມແມ່ນຈະຂຶ້ນ
ຢູ່ກັບການປະຕິຮູບທາງດ້ານການເມືອງແລະການປັບປຸງ
ການເຄົາລົບນັບຖືສິດທິມະນຸດຂອງມຽນມາ.

ໃນມື້ວັນສຸກ ວານນີ້ ຮອງລັດຖະມົນຕີຊ່ອຍວ່າການ ກະ
ຊວງການຕ່າງປະເທດສະຫະລັດ ທ່ານ Joseph Yun
ໄດ້ເສັດສິ້ນການຢ້ຽມຢາມມຽນມາເປັນເວລາ 3 ມື້ຊຶ່ງເປັນ
ການຢ້ຽມຢາມເທື່ອທຳອິດ ຂອງເຈົ້າໜ້າທີ່ອະວຸໂສສະຫະ
ລັດນັບແຕ່ລັດຖະບານຊຸດໃໝ່ຂອງມຽນມາ ເຂົ້າຮັບໜ້າທີ່
ໃນເດືອນມີນາຜ່ານມາ.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ນອກນັ້ນທ່ານ
Yun ຍັງໄດ້ຮຽກຮ້ອງໃຫ້ລັດຖະບານມຽນມາປ່ອຍພວກນັກ
ໂທດການເມືອງທັງໝົດແລະເອົາບາດກ້າວຕ່າງໆທີ່ມີຄວາມໝາຍ
ໜັກແໜ້ນເພື່ອກ້າວໄປສູ່ການປົກຄອງແບບປະຊາທິປະໄຕ.

ທ່ານ Yun ໄດ້ພົບປະກັບພວກເຈົ້າໜ້າທີ່ລັດຖະບານມຽນມາ ຮວມທັງລັດຖະມົນຕີການຕ່າງ
ປະເທດທີ່ນະຄອນຫຼວງເນປີດໍໃນລະຫວ່າງການຢ້ຽມຢາມຂອງທ່ານ. ໃນມື້ວັນພະຫັດຜ່ານມາ ທ່ານໄດ້ພົບປະກັບທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ ແລະບັນດາຜູ້ນຳ ຂອງພວກຊົນກຸ່ມນ້ອຍຕ່າງໆ.

ຫຼັງຈາກການພົບປະດັ່ງກ່າວ ທ່ານ Yun ເວົ້າວ່າ ທ່ານຈະນຳເອົາເລື່ອງຕ່າງໆທີ່ທ່ານໄດ້ຮຽນ
ຮູ້ຈາກທ່ານນາງອອງຊານຊູຈີ ແລະພວກເຈົ້າໜ້າທີ່ລັດຖະບານ ທີ່ທ່ານໄດ້ພົບປະນັ້ນ ກັບຄືນ
ໄປຍັງກຸງວໍຊິງຕັນ.

ທ່ານນາງອອງຊານຊູຈີເວົ້າວ່າ ທ່ານນາງເຂົ້າໃຈວ່າສະຫະລັດ ຈະຕ້ອງໄດ້ລໍຖ້າກ່ຽວກັບການ
ຍົກເລີກການລົງໂທດ ທາງດ້ານເສດຖະກິດຕໍ່ລັດຖະບານມຽນມາ ຈົນກວ່າມີການປ່ຽນແປງທີ່
ສຳຄັນເກີດຂຶ້ນຢູ່ໃນມຽນມາ.

XS
SM
MD
LG