ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດ ພົບຜູ້ນຳຝ່າຍຄ້ານ ຂອງມຽນມາ


ຮອງລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະເທດສະຫະລັດ ທ່ານ Joseph Yun (ຂວາ) ພົບປະກັບທ່ານ ນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ (19 ພຶດສະພາ 2011)
ຮອງລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະເທດສະຫະລັດ ທ່ານ Joseph Yun (ຂວາ) ພົບປະກັບທ່ານ ນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ (19 ພຶດສະພາ 2011)

ພວກຜູ້ຊ່ອຍທ່ານນາງອອງຊານຊູຈີກ່າວວ່າຜູ້ນຳປະຊາທິ
ປະໄຕມຽນມາມີກຳນົດທີ່ຈະພົບປະກັບທູດພິເສດຂອງສະ
ຫະລັດທ່ານ Joseph Yun ທີ່ນະຄອນຢ່າງກຸ້ງໃນຕອນ
ແລງຂອງວັນພະຫັດມື້ນີ້.

ໂຄສົກ Nyan Win ກ່າວຕໍ່ວິທະຍຸ VOA ພາກພາສາ
ມຽນມາວ່າທ່ານນາງອອງຊານຊູຈີແລະສະມາຊິກພັກສັນ
ນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນ່າງຫວັງ
ວ່າ ຈະໄດ້ຮັບຟັງຈາກທ່ານ Yun ກ່ຽວກັບການສົນທະ
ນາຫາລືຂອງທ່ານກັບລັດຖະບານຊຸດໃໝ່ຂອງມຽນມາ.

ທ່ານ Yun ແມ່ນຮອງລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດໄດ້
ເດີນທາງໄປນະຄອນຫຼວງເນປີດໍ ທີ່ຕັ້ງຢູ່ສອກຫຼີກຫ່າງໄກໃນວັນພຸດວານນີ້ ເພື່ອພົບປະ ກັບພວກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານມຽນມາເປັນເທື່ອທຳອິດ ນັບແຕ່ພວກເຈົ້າໜ້າ
ທີ່ເຫຼົ່ານີ້ໄດ້ເຂົ້າຮັບຕຳແໜ່ງໃນທ້າຍເດືອນມີນາຜ່ານມາ.

ສື່ມວນຊົນຂອງທາງການມຽນມາ ລາຍງານວ່າ ທ່ານ Yun ໄດ້ພົບປະກັບລັດຖະມົນຕີ
ການຕ່າງປະເທດມຽນມາ ທ່ານ Wunna Maugn Lwin ແລະຮອງປະທານສະພາຕໍ່
ຂອງມຽນມາ ແຕ່ບໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບລາຍລະອຽດໃນການສົນທະນາຫາລື.
ແຕ່ແນວໃດກໍຕາມກະຊວງການຕ່າງປະເທດສະຫະລັດ ກ່າວກ່ອນໜ້າການເດີນທາງໄປ
ຢ້ຽມຢາມ ເປັນເວລາ 4 ມື້ຂອງທ່ານ Yun ວ່າ ທ່ານຈະກົດດັນໃຫ້ລັດຖະບານຊຸດໃໝ່
ປະຕິຮູບກ່ຽວກັບເລື່ອງສິດທິມະນຸດ.

ພວກເຈົ້າໜ້າທີ່ຂອງພັກຝ່າຍຄ້ານອີກ 2 ພັກໃຫ້ການຢືນຢັນຕໍ່ VOA ວ່າ ພວກເຂົາ
ເຈົ້າມີໝາຍກຳນົດການ ທີ່ຈະພົບປະກັບທ່ານ Yun ທີ່ນະຄອນຢ່າງກຸ້ງໃນ ມື້ວັນເສົາ
ຈະມານີ້.

XS
SM
MD
LG