ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາ ຕ້ອນຮັບ ທູດພິເສດຂອງສະຫະລັດ


ຜູ້ຕາງໜ້າພິເສດແລະຜູ້ປະສານນະໂຍບາຍກ່ຽວກັບເລື່ອງມຽນມາທ່ານ Derek Mitchell
ຜູ້ຕາງໜ້າພິເສດແລະຜູ້ປະສານນະໂຍບາຍກ່ຽວກັບເລື່ອງມຽນມາທ່ານ Derek Mitchell

ທູດພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບເລື່ອງມຽນມາໄດ້ເດີນທາງໄປເຖິງປະເທດດັ່ງ
ກ່າວເພື່ອເຈລະຈາຫາລືກັບພວກຜູ້ນຳຂອງລັດຖະບານພົນລະເຮືອນພຽງແຕ່ໃນນາມທໍ່ນັ້ນ.

ທ່ານ Derek Mitchell ຈະໃຊ້ເວລາໃນວັນສຸກມື້ນີ້ ພົບປະກັບ ລັດຖະມົນຕີການຕ່າງປະ
ເທດມຽນມາ ແລະເຈົ້າໜ້າທີ່ຄົນອື່ນໆ ທີ່ນະຄອນຫຼວງເນປີດໍ. ນອກນັ້ນທ່ານຍັງຈະໄດ້ພົບ
ປະກັບທ່ານນາງອອງຊານຊູຈີຜູ້ນຳຝ່າຍຄ້ານຂອງມຽນມາ ຕະຫຼອດທັງຜູ້ຄົນໃນຂອບເຂດທີ່
ກວ້າງຂວາງ ທັງຈາກກຸ່ມການເມືອງແລະສັງຄົມພົນລະເຮືອນຂອງມຽນມາ.

ນີ້ແມ່ນການຢ້ຽມຢາມມຽນມາເທື່ອທຳອິດ ຂອງທ່ານ Mitchell ນັບແຕ່ທ່ານໄດ້ຖືກຮັບຮອງ ໃຫ້ເຂົ້າຮັບຕຳແໜ່ງດັ່ງກ່າວໂດຍສະພາສູງສະຫະລັດໃນເດືອນແລ້ວ. ປະທານາທິບໍດີບາຣັກ
ໂອບາມາ ໄດ້ແຕ່ງຕັ້ງໃຫ້ທ່ານເຂົ້າຮັບຕຳແໜ່ງ ໃນຖານະທີ່ເປັນພາກສ່ວນນຶ່ງຂອງແຜນຍຸດ
ທະສາດຂອງລັດຖະບານສະຫະລັດທີ່ຈະທຳການພົວພັນເພີ່ມຕື່ມກັບມຽນມາ. ທ່ານໂອບາມາ ໄດ້ປ່ຽນທ່າທີຂອງວໍຊິງຕັນຫຼັງຈາກທ່ານໄດ້ຮັບຄຳແນະນຳໃນປີ 2009 ວ່າການລົງໂທດຂອງ
ສະຫະລັດຕໍ່ອຳນາດການປົກຄອງທະຫານມຽນມາໃນເວລານັ້ນບໍ່ໄດ້ຮັບຜົນ.

XS
SM
MD
LG