ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາຊົມເຊີຍ ການເຂົ້າມາພົວພັນ ຂອງສະຫະລັດ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (ຊ້າຍ) ແລະປະທານາທິບໍດີມຽນມາ ທ່ານ Thein Sein ໃນ
ລະຫວ່າງການຖ່າຍຮູບຮ່ວມກັນ ຂອງພວກທີ່ເຂົ້າຮ່ວມກອງປະຊຸມສຸດຍອດເຂດເອເຊຍຕາເວັນອອກ ທີ່ເກາະບາຫຼີ ປະເທດອິນໂດເນເຊ (19 ພະຈິກ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (ຊ້າຍ) ແລະປະທານາທິບໍດີມຽນມາ ທ່ານ Thein Sein ໃນ ລະຫວ່າງການຖ່າຍຮູບຮ່ວມກັນ ຂອງພວກທີ່ເຂົ້າຮ່ວມກອງປະຊຸມສຸດຍອດເຂດເອເຊຍຕາເວັນອອກ ທີ່ເກາະບາຫຼີ ປະເທດອິນໂດເນເຊ (19 ພະຈິກ 2011)

ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້ສະແດງຄວາມຊົມເຊີຍແລະຍິນດີນໍາການ ພົວພັນຂອງສະຫະລັດແລະໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນງານຮ່ວມກັບທ່ານນາງອອງ ຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ. ນອກນັ້ນປະທານາທິບໍດີ Thein Sein ຍັງ ໄດ້ຮັບຮູ້ເຖິງການຮຽກຮ້ອງທີ່ຢາກໃຫ້ມີການປະຕິຮູບເພີ່ມຕື່ມ ແຕ່ກໍປະຕິເສດ ທີ່ຈະຍອມ ຮັບວ່າ ລັດຖະບານຂອງທ່ານ ໄດ້ຄຸມຂັງພວກນັກໂທດການເມືອງນັ້ນ. ຜູ້ສື່ຂ່າວວີໂອເອ Daniel Schearf ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ

ໃນກອງປະຊຸມຖະແຫຼງຂ່າວເທື່ອທຳອິດຂອງທ່ານ ນັບແຕ່ໄດ້ເຂົ້າຮັບຕຳແໜ່ງເປັນປະທານາ
ທິບໍດີມຽນມາເມື່ອເດືອນມີນາຜ່ານມານັ້ນທ່ານ Thein Sein ໄດ້ສະແດງຄວາມຍິນດີຕໍ່ແຜນ ການຂອງປະທານາທິບໍດີ ບາຣັກໂອບາມາ ທີ່ຈະສົ່ງລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ໄປຢ້ຽມຢາມມຽນມາ ຢ່າງເປັນທາງການເທື່ອທຳອິດ ໃນເດືອນ
ໜ້ານີ້.

ໃນການຖະແຫຼງຢູ່ຂ້າງນອກກອງປະຊຸມສຸດຍອດຂອງສະມາຄົມບັນດາປະຊາຊາດໃນເຂດເອ
ເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ທີ່ເກາະບາຫຼີປະເທດອິນໂດເນເຊຍໃນມື້ວັນເສົາກ່ອນນັ້ນ ທ່ານໄດ້ແຈ້ງໃຫ້ພວກນັກຂ່າວຊາບວ່າການຢ້ຽມຢາມນີ້ຈະເປັນໃນອັນທີ່ທ່ານເອີ້ນວ່າການໃຫ້ ພອນແກ່ປະເທດຂອງທ່ານ.

ທ່ານ Thein Sein ເວົ້າວ່າປະທານາທິບໍດີໂອບາມາໄດ້ຮັບຮູ້ເຖິງການເຄື່ອນໄຫວທາງການ
ເມືອງຢູ່ໃນມຽນມາ. ໃນອີກດ້ານນຶ່ງທ່ານກໍກ່າວວ່າ ທ່ານໂອບາມາເວົ້າວ່າສິ່ງທີ່ກຳລັງເກີດຂຶ້ນ
ຢູ່ໃນມຽນມາແມ່ນຍັງບໍ່ທັນຢູ່ໃນຂັ້ນດີເລີດເທື່ອ ຊຶ່ງທ່ານກ່າວວ່າ ທ່ານໂອບາມາໄດ້ຊຸກຍູ້ໃຫ້
ມຽນມາດຳເນີນການປະຕິຮູບເພີ່ມຕື່ມ ແລະສະຫະລັດຈະຈັບຕາເບິ່ງຢ່າງໃກ້ຊິດເພື່ອຕິດຕາມ
ສະຖານະການ.

ທີ່ກອງປະຊຸມສຸດຍອດ ພວກຜູ້ຂອງສະມາຄົມອາຊ່ຽນ ໄດ້ລົງຄະແນນສຽງອະນຸຍາດໃຫ້ມຽນ
ມາເປັນເຈົ້າພາບຈັດກອງປະຊຸມປະຈຳປີຂອງທາງສະມາຄົມໃນປີ 2014 ຫຼັງຈາກກ່ອນໜ້ານີ້
ໄດ້ຖືກຂ້າມມາແລ້ວ ຍ້ອນມີປະວັດບໍ່ດີໃນການນັບຖືສິດທິມະນຸດ.

ລັດຖະມົນຕີການຕ່າງປະເທດ ສຫລ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານນາງ Hillary Clinton

ການເດີນທາງໄປຢ້ຽມຢາມ ຂອງທ່ານນາງ
Clinton ຈະເປັນການຢ້ຽມຢາມມຽນມາໃນ
ລະດັບສູງສຸດຂອງເຈົ້າໜ້າທີ່ສະຫະລັດ ໃນ
ຮອບເຄິ່ງສັດຕະວັດ ແລະມີຂຶ້ນຫຼັງຈາກລັດ
ຖະບານທີ່ໄດ້ຮັບການສະໜັບສະໜຸນຈາກ
ພວກທະຫານ ເອົາບາດກ້າວ ຈຳນວນນຶ່ງ
ເພື່ອໃຫ້ມີອິດສະຫຼະເສລີຫຼາຍຂຶ້ນ.

ພວກເຈົ້າໜ້າທີ່ມຽນມາ ໄດ້ຜ່ອນຜັນກ່ຽວ
ກັບການຄວບຄຸມ ສື່ມວນຊົນຢ່າງເຄັ່ງຄັດ
ອະນຸຍາດໃຫ້ມີສະຫະພັນກຳມະບານ ໂຈະ
ການສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ໄດ້ຮັບ
ການສະໜັບສະໜຸນຈາກຈີນ ແຕ່ບໍ່ໄດ້ຮັບ
ຄວາມນິຍົມ ຈາກປະຊາຊົນຊາວມຽນມາ
ປ່ອຍພວກນັກໂທດການເມືອງຫຼາຍກວ່າ 200 ຄົນແລະຈັດການພົບປະໂດຍກົງກັບຜູ້ນຳພັກ
ຝ່າຍຄ້ານທ່ານນາງອອງຊານຊູຈີ.

ໃນສັບປະດາແລ້ວນີ້ ທ່ານນາງອອງຊານຊູຈີແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານນາງປະກາດວ່າ ພວກເຂົາເຈົ້າຈະກັບຄືນ ເຂົ້າສູ່ວົງການເມືອງອີກຄັ້ງນຶ່ງ ໃນການ
ເລືອກຕັ້ງສ້ອມຄັ້ງຈະມາ.

ນາງ Kelly Currie ນັກຄົ້ນຄວ້າດ້ານສິດທິມະນຸດ ແລະປະຊາທິປະໄຕໃນມຽນມາ ສຳລັບ
ໂຄງການຂອງສະຖາບັນ 2049 ທີ່ກຸງວໍຊິງຕັນກ່າວໃນການໃຫ້ສຳພາດຕໍ່ວີໂອເອໂດຍຜ່ານ
ທາງຕາໜ່າງ Skype ວ່າການປະກອບສ່ວນເຂົ້າຮ່ວມໃນການເລືອກຕັ້ງຂອງພັກສັນນິບາດ
ແຫ່ງຊາດເພື່ອປະຊາທິປະໄຕຈະໃຫ້ເຮັດໃຫ້ການກ່າວອ້າງກ່ຽວກັບການປະຕິຮູບຂອງລັດຖະ
ບານມີຄວາມໜ້າເຊື່ອຖືຫຼາຍ ຂຶ້ນ.

ນາງ Currie ເວົ້າວ່າ “ມັນເປັນເລື່ອງສຳຄັນຫຼາຍແລະຍັງສະແດງໃຫ້ເຫັນເຖິງລະດັບ ການໃຫ້ຄວາມສະໜັບສະໜຸນຂອງທ່ານນາງ ຕໍ່ສິ່ງທີ່ກຳລັງດຳເນີນໄປ ກັບອຳນາດ
ການປົກຄອງ ແລະທ່ານນາງໄດ້ມີຄວາມເຊື່ອໝັ້ນໃນລະດັບໃດລະດັບ ນຶ່ງກ່ຽວກັບ
ຂັ້ນຕອນທີ່ວ່ານີ້. ຂ້າພະເຈົ້າບໍ່ຄິດວ່າທ່ານນາງຈະນຳເອົາໂຕເອງແລະພັກຂອງທ່ານ ນາງເຂົ້າໄປຍຸ່ງກ່ຽວຖ້າທ່ານນາງຫາກບໍ່ມີຄວາມເຊື່ອໝັ້ນໃນລະດັບໃດລະດັບນຶ່ງວ່າ ພວກເຂົາເຈົ້າຈະໄດ້ຮັບໂອກາດ ໃຫ້ດຳເນີນການຈົນສຳເລັດເສັດສິ້ນ ຢ່າງເປັນທຳ. ແລະຂ້າພະເຈົ້າຄິດວ່າ ເປັນສິ່ງທີ່ສະຫະລັດແລະປະເທດອື່ນໆ ທີ່ໃຫ້ຄວາມສະໜັບ
ສະໜຸນປະຊາທິປະໄຕຢູ່ໃນມຽນມາຄວນຈະມອງເບິ່ງຢ່າງຈິງຈັງດ້ວຍຄວາມລະມັດ
ລະວັງນັ້ນ.”

ແຕ່ນາງ Currie ແລະພວກນັກວິເຄາະຄົນອື່ນໆໄດ້ເຕືອນກ່ຽວກັບບາດກ້າວຕ່າງໆທີ່ດຳເນີນ ມາຈົນຮອດປັດຈຸບັນນີ້ສາມາດມີການຕ່າວປີ້ນໄດ້ດັ່ງທີ່ໄດ້ເກີດຂຶ້ນມາແລ້ວໃນອະດີດແລະການ ດຳເນີນການຂອງລັດຖະບານຕ້ອງໄດ້ມີການຈັບຕາເບິ່ງຢ່າງລະມັດລະວັງ.

ນອກນັ້ນແລ້ວພວກທ່ານຍັງໄດ້ຊີ້ໃຫ້ເຫັນວ່າ ຍັງມີພວກນັກໂທດການເມືອງອີກຈຳນວນຫຼາຍ
ຮ້ອຍຄົນ ຍັງຖືກຄຸມຂັງຢູ່ໃນຄຸກຂອງມຽນມມາ. ຫຼາຍໆຄົນຂອງຈຳ ນວນນີ້ແມ່ນພົວພັນກັບ ການປະທ້ວງຮຽກຮ້ອງເອົາປະຊາທິປະໄຕທີ່ຖືກປາບປາມຢ່າງໂຫດຮ້າຍທາລຸນໂດຍພວກທະ
ຫານ.

ປະທານາທິບໍດີ Thein Sein ເອງນັ້ນຊຶ່ງເຄີຍເປັນນາຍພົນມາກ່ອນໄດ້ປະຕິເສດບໍ່ຍອມຮັບ
ຮູ້ວ່າ ມີພວກນັກໂທດການເມືອງຢູ່ໃນມຽນມາ.

ທ່ານ Thein Sein ເວົ້າວ່າ ລັດຖະບານໄດ້ປ່ອຍພວກນັກໂທດທັງໝົດ ເກືອບ 20,000
ຄົນອັນເປັນພາກສ່ວນນຶ່ງ ໃນການໃຫ້ອະໄພຍະໂທດໂດຍທົ່ວໄປ ແຕ່ແນວໃດກໍຕາມທ່ານ
ເວົ້າວ່າພວກເຂົາເຈົ້າບໍ່ໄດ້ຍອມຮັບວ່າເຂົາເຈົ້າເປັນພວກນັກໂທດແຫ່ງຈິດສຳນຶກ. ທ່ານເວົ້າ
ວ່າພວກເຂົາເຈົ້າໄດ້ຖືກຈັບ ແລະຖືກຕັດສິນລົງໂທດ ຍ້ອນວ່າ ພວກເຂົາເຈົ້າໄດ້ລະເມີດກົດ
ໝາຍທີ່ມີຢູ່ໃນເວລານີ້.

ລັດຖະບານຂອງປະທານາທິບໍດີ Thein Sein ໄດ້ເຂົ້າກຳຕຳແໜ່ງໃນເດືອນມີນາຜ່ານມາ
ຫຼັງຈາກການເລືອກຕັ້ງໃນທົ່ວປະເທດ ທີ່ຖືກຕຳໜິຕິຕຽນວ່າ ເປັນແຜນການຫຼອກລວງທີ່
ແນໃສ່ເພື່ອໃຫ້ພວກທະຫານໄດ້ກຳອຳນາດຕໍ່ໄປນັ້ນ.

ເຖິງແມ່ນກ່ອນມີການປ່ອນບັດເລືອກຕັ້ງລັດຖະທຳມະນູນທີ່ຮ່າງຂຶ້ນໂດຍພວກທະຫານກໍ
ໃຫ້ການຄໍ້າປະກັນວ່ານຶ່ງສ່ວນສີ່ຂອງບ່ອນນັ່ງທັງໝົດຢູ່ໃນສະພາແຫ່ງຊາດເປັນຂອງຕົນ.

ທ່ານ David Steinberg ເປັນນັກວິເຄາະກ່ຽວກັບມຽນມາທີ່ມະຫາວິທະຍາໄລ George-
town ໃນກຸງວໍຊິງຕັນກ່າວວ່າ ພວກທະຫານບໍ່ມີຄວາມຕັ້ງໃຈເລີຍທີ່ຈະຍອມສະລະອຳນາດ
ຂອງຕົນ ແຕ່ອາດຈະສູນເສຍອຳນາດໄດ້ດັ່ງລັດຖະບານທະຫານຢູ່ໃນອິນໂດເນເຊຍແລະເກົາ
ຫຼີໃຕ້.

ທ່ານ Steinberg ເວົ້າວ່າ “ບັນຫານີ້ກໍໍເປັນບັນຫາພື້ນຖານອັນນຶ່ງແລະໃນເມື່ອວ່າ
ທຸກ ສັ້ນທາງຂອງການເຄື່ອນໄຫວທາງດ້ານສັງຄົມຢູ່ໃນສັງຄົມນັ້ນໆໄດ້ຖືກຄວບ
ຄຸມໂດຍພວກທະຫານ ແລະເມື່ອມັນມີການປ່ຽນແປງ ມັນຈະໃຊ້ເວລາເຊັ່ນຄົນນຶ່ງ
ສຳລັບການປ່ຽນແປງດັ່ງກ່າວ ດັ່ງນັ້ນທ່ານສາມາດຖີບໂຕໃຫ້ສູງຂຶ້ນໂດຍ ຜ່ານ
ການເມືອງ ຜ່ານເສດຖະກິດ ຜ່ານສັງຄົມພົນລະເຮືອນເວລາ ສິ່ງເຫຼົ່ານີ້ເກີດຂຶ້ນ
ບົດບາດຂອງພວກທະຫານກໍຈະຫຼຸດນ້ອຍລົງ.”

ທ່ານ Steinberg ກ່າວວ່າ ໄດ້ມີການເຂົ້າໃຈຢ່າງຈິງຈັງເພີ່ມຂຶ້ນຢູ່ໃນມຽນມາທີ່ວ່າ ການປົກ
ຄອງເປັນເວລາຫຼາຍໆທົດສະວັດຂອງພວກທະຫານ ໄດ້ເຮັດໃຫ້ປະເທດດັ່ງກ່າວ ຊຶ່ງເປັນປະ
ເທດຮັ່ງມີທີ່ສຸດປະເທດນຶ່ງຢູ່ໃນຂົງເຂດກາຍເປັນປະເທດທີ່ທຸກຍາກທີ່ສຸດປະເທດນຶ່ງນັ້ນ.

ທ່ານເວົ້າວ່າການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊ່ຽນໃນປີ 2014 ຈະຊ່ອຍທຳການ
ກົດດັນພາຍໃນເພີ່ມຂຶ້ນໃຫ້ມຽນມາສືບຕໍ່ດຳເນີນການປະຕິຮູບ.

XS
SM
MD
LG