ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກໍາລັງ ພິຈາລະນາ ຂະຫຍາຍ ທຸລະກິດ ຢູ່ໃນມຽນມາ (ວີດີໂອລາວກັບອັງກິດ)


ປະທານາທິບໍດີ ໂອບາມາ ຂະນະກ່າວຊີ້ແຈງເລຶ່ອງທຸລະກິດ ຕໍ່ບັນດາ ຜູ້ຕ່າງໜ້າບໍລິສັດໃຫຍ່ໃນສະຫະລັດ
ປະທານາທິບໍດີ ໂອບາມາ ຂະນະກ່າວຊີ້ແຈງເລຶ່ອງທຸລະກິດ ຕໍ່ບັນດາ ຜູ້ຕ່າງໜ້າບໍລິສັດໃຫຍ່ໃນສະຫະລັດ

ສະຫະລັດພິຈາລະນາ ຈະເສີມຂະຫຍາຍ ທຸລະກິດ ຢູ່ໃນ ມຽນມາຕື່ມອີກ ລຸນຫຼັງການຢ້ຽມຢາມ ຄັ້ງປະຫວັດສາດ ຂອງປະທານາທິບໍດີ ໂອບາມາ.

ຂະນະນີ້ສະຫະລັດກໍາລັງພິຈາລະນາຈະເສີມຂະຫຍາຍທຸລະກິດ
ຢູ່ໃນ ມຽນມາຕື່ມອີກ ລຸນຫຼັງການຢ້ຽມຢາມຄັ້ງປະຫວັດສາດຂອງ
ປະທານາທິບໍດີ ໂອບາມາແລະການຜ່ອນຜັນ ການລົງໂທດທາງ ດ້ານເສດຖະກິດຕໍ່ປະເທດດັ່ງກ່າວ ແຕ່ຂໍ້ຈໍາກັດຮັດແຄບບາງ
ຢ່າງຍັງມີຜົນບັງຄັບໃຊ້ຢູ່ແລະບັນດານັກລົງ ທຶນອະເມຣິກັນກໍພາ ກັນດໍາເນີນການກ່ຽວກັບເລື່ອງນີ້ ຢ່າງລະມັດລະວັງ. Daniel
Schearf ຜູ້ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້ຈາກນະຄອນ ຢ່າງກຸ້ງ ຊຶ່ງທອງປານ ຈະນໍາລາຍລະອຽດ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ສະຫະລັດໄດ້ໂຈະຂໍ້ຈໍາກັດຮັດແຄບຕ່າງໆດ້ານການນໍາເຂົ້າຈາກ
ມຽນມາໄວ້ ບໍ່ດົນກ່ອນ ໜ້າການເດີນທາງຢ້ຽມຢາມ ຂອງປະທາ
ນາທິບໍດີໂອບາມາ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ


ທ່ານໂອບາມາ ເວົ້າວ່າ: “ອະເມຣິກາກໍາລັງຍົກເລີກຄຳສັ່ງຫ້າມພວກບໍລິ ສັດຕ່າງໆ ທີ່ປະກອບທຸລະກິດຢູ່ໃນມຽນມາ ແລະລັດຖະບານຂອງທ່ານໄດ້ຍົກເລີກຂໍ້ບັງຄັບ ດ້ານການລົງທຶນ ແລະໄດ້ເອົາບາດກ້າວຕ່າງໆ ເພື່ອເປີດກວ້າງເສດຖະກິດຂອງ ພວກທ່ານແລະບັດນີ້ໃນຂະນະທີ່ຄວາມມັ່ງຄັ້ງພວມຫຼັ່ງໄຫຼເຂົ້າໄປໃນເຂດຊາຍ ແດນຂອງພວກທ່ານນັ້ນ ພວກເຮົາກໍຫວັງແລະ ຄາດຫວັງວ່າມັນຈະຊ່ວຍຍົກລະ ດັບການເປັນຢູ່ຂອງຫຼາຍໆຄົນໃຫ້ດີຂຶ້ນ.”

ແຕ່ການລົງໂທດຕໍ່ຢົກແລະຫີນແກ້ວພິລາຂອງມຽນມາ ທີ່ຖືວ່າເປັນຫີນແກ້ວທີ່ບໍລິສຸດທີ່ສຸດ ຂອງໂລກນັ້ນ ຍັງມີຜົນບັງຄັບໃຊ້ຕໍ່ໄປຢູ່.

ບັນດາສະມາຊິກຂອງອະດີດລັດຖະບານທະຫານມຽນມາ ແລະພັກພວກໃກ້ ຊິດຂອງເຂົາ ເຈົ້າຍັງໄດ້ຮັບຜົນກໍາໄລຈາກອຸດສາຫະກໍາເພັດນິນຈິນດາ ທີ່ຍັງຄົງມີມົນທິນຈາກປະຫວັດ ຂອງພວກເຂົາທີ່ບັງຄັບໃຊ້ແຮງງານ ແລະ ແຮງງານເດັກນັ້ນຢູ່.

ທ່ານ Aung Kyaw Zin ເຈົ້າຂອງແລະພໍ່ຄ້າເພັດນິນຈິນດາກ່າວອ້າງວ່າ ການບັງຄັບໃຊ້ ແຮງ ງານນັ້ນມັນເປັນອະດີດໄປແລ້ວ ແລະໂຕ້ແຍ້ງວ່າຂໍ້ຈໍາ ກັດຮັດແຄບຂອງສະຫະລັດ ບໍ່ສາມາດຫຼຸດຜ່ອນການຄ້າຢົກໄດ້ ໃນຂະນະ ທີ່ຂໍ້ຈຳກັດດັ່ງກ່າວ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ທຸລະກິດທີ່ຄອບຄົວເປັນເຈົ້າຂອງ ຄ້າຍຄືກັນກັບທຸລະກິດຂອງທ່ານນີ້.

ທ່ານອອງ ຈໍ ຊິນ ເວົ້າວ່າ: “ຢົກເປັນເພັດນິນຈິນດາພິເສດຊະນິດນຶ່ງທີ່ນິ ຍົມຫຼາຍ ໃນຕະຫຼາດຈີນແລະກໍບໍ່ແມ່ນຕະຫຼາດອະເມຣິກັນ. ສະນັ້ນການລົງ ໂທດໃນປັດຈຸ ບັນນີ້ ບໍ່ໄດ້ຜົນຫຍັງເລີຍ ໃນດ້ານຕະຫຼາດແລະທຸລະກິດຢົກ. 95 ເປີເຊັນຂອງ ລາຍໄດ້ປະຈໍາປີຈໍານວນ 2-3 ພັນລ້ານໂດລາຈາກການຂາຍຫີນແກ້ວນັ້ນ ແມ່ນ ມາຈາກການຂາຍຢົກ. ກໍາໄລທີ່ໄດ້ຈາກຫີນແກ້ວ ຕ່າງໆ ເຊັ່ນຫີນແກ້ວພິລາ ແລະຫີນແກ້ວນິນ ການຂາຍແມ່ນປະກອບເປັນ ບໍ່ຮອດ 5 ເປີເຊັນຊໍ້າ ສະນັ້ນ ການລົງໂທດດັ່ງກ່າວສົ່ງຜົນກະທົບສະເພາະ ແຕ່ພວກນາຍໜ້າຂາຍເພັດນິນ ຈິນດາແລະຫີນແກ້ວສີອື່ນໆເທົ່ານັ້ນ.”

ເຖິງແມ່ນຈະມີຄວາມເປັນຫ່ວງຢູ່ຕໍ່ມາກ່ຽວກັບການສວຍໃຊ້ແຮງງານທີ່ບໍ່ຖືກຕ້ອງກໍຕາມ ແຕ່ກໍມີສັນຍານຕ່າງໆທີ່ສະແດງໃຫ້ເຫັນວ່າມົນທິນໃນການປະ ກອບທຸລະກິດໃນມຽນມາ ກໍາລັງຈືດຈາງໄປ ແລະບໍລິສັດຕ່າງໆຂອງອະເມຣິ ກັນກໍາລັງເຂົ້າໄປເຮັດທຸລະກິດດັ່ງກ່າວ.

ທ່ານ Thaw Tin ເວົ້າວ່າ ບໍລິສັດຂອງລາວ ມີແຜນຈະເປີດຕື່ມອີກສອງ ຮ້ານເພື່ອຂາຍ ຜະລິດຕະພັນຍີ່ຫໍ້ Apple ໂດຍສະເພາະ ຊຶ່ງທ່ານທິນເວົ້າ ວ່າເຖິງແມ່ນຍັງມີບັນຫາການ ນໍາເຂົ້າຢູ່ກໍຕາມ ແຕ່ສິນຄ້າຍີ່ຫໍ້ຕ່າງໆຂອງ ອະເມຣິກັນກໍມີຊື່ສຽງດີຫຼາຍ.

ທ່ານ ທິນ ເວົ້າວ່າ: “ມັນສໍາຄັນຢູ່ວ່າ ພວກເຮົາຈະສາມາດນໍາເຂົ້າຫຼາຍ ປານໃດ ແລະພວກເຮົາເອົາອອກວາງຂາຍໄດ້ຫຼາຍປານໃດ ມັນເປັນໄປ ຢູ່ໃນຕົວຂອງ ມັນເອັງ.”

ບັນດາບໍລິສັດລົງທຶນລາຍໃຫຍ່ໆຂອງສະຫະລັດ ກໍກໍາລັງພາກັນຈັບຕາເບິ່ງຕະຫຼາດຂອງ ມຽນມາ ເພື່ອຊອກຫາໂອກາດ ໃນການເຂົ້າໄປປະກອບທຸລະ ກິດ ແຕ່ກໍຈະດໍາເນີນການ ຢ່າງລະມັດລະວັງ.

ທ່ານ Thura Ko Ko ຜູ້ບໍລິຫານບໍລິສັດເງິນທຶນ YGA ພວມເປັນທີ່ປຶກ ສາໃຫ້ແກ່ບໍລິສັດ ຮຸ້ນໃຫຍ່ທີ່ສຸດຂອງອະເມຣິກາໃນໂລກ.

ທ່ານ ໂກ ໂກ ເວົ້າວ່າ: “ການລົງໂທດສາມາດຍົກເລີກ ຍົກເວັ້ນ ຫຼືໂຈະໄວ້ ໃນໄລຍະ ສັ້ນໆໄດ້. ແຕ່ຖ້າຫາກວ່າເຮົາບໍ່ສາມາດສົ່ງເງິນໂດລາເຂົ້າມາ ໄດ້ ບໍ່ສາມາດ ແລກປ່ຽນໄດ້ງ່າຍໆ ແລະກໍບໍ່ສາມາດສົ່ງເງິນທາງສາຍອອກ ນອກປະເທດໄດ້ ຂ້າພະເຈົ້າກໍຄິດວ່າພວກເຮົາຍັງຈະເຫັນສິ່ງທ້າທາຍຕ່າງໆ ຢູ່ ໃນຈັງຫວະຄວາມ ຄືບໜ້າຂອງການລົງທຶນຕ່າງປະເທດນັ້ນຢູ່.”

ການເດີນທາງໄປຢ້ຽມຢາມມຽນມາແບບທີ່ບໍ່ເຄີຍມີມາກ່ອນຂອງປະທານາທິບໍດີໂອບາມານັ້ນ ໄດ້ເນັ້ນຍໍ້າໃຫ້ເຫັນເຖິງພະລັງຄວາມບົ່ມຊ້ອນສູງທີ່ສະຫະ ລັດມອງເຫັນຢູ່ໃນມຽນມາ.

ແຕ່ຈາກກະແສຕອບຮັບຕໍ່ທ່ານໂອບາມາຢູ່ໃນມຽນມານີ້ກໍສະແດງໃຫ້ເຫັນ ເຊັ່ນດຽວກັນ ໃນຄວາມບົ່ມຊ້ອນທີ່ວ່າມຽນມາ ຊຶ່ງເຄີຍໄດ້ອາໄສເພິ່ງພາ ປະເທດເພື່ອນບ້ານ ເຊັ່ນ ຈີນ ແລະໄທ ມາດົນນານແລ້ວນັ້ນ ມອງເຫັນໃນສະຫະລັດ.

ເບິ່ງວີດິໂອລາຍງານີ້ເປັນພາສາອັງກິດ

XS
SM
MD
LG