ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຮ່ອງຮອຍ ທີ່ພາໃຫ້ ມີການຄາດຫວັງ ໄປໃນແງ່ດີ ຢູ່ໃນມຽນມາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ມີພື້ນຖານ
ສຳລັບຄວາມຫວັງໄປໃນແງ່ດີກ່ຽວກັບມຽນມາ ບ່ອນທີ່ລັດຖະບານຊຸດໃໝ່ໃຫ້ຄຳໝັ້ນສັນຍາ
ວ່າຈະດຳເນີນການປະຕິຮູບໄປສູ່ປະຊາທິປະໄຕນັ້ນ.

ທ່ານນາງ Clinton ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດອອສເຕຣເລຍທ່ານ Kevin
Rudd ທີ່ນະຄອນ San Francisco ໃນມື້ວັນພະຫັດວານນີ້.

ທ່ານນາງເວົ້າວ່າ ພວກຜູ້ນຳຂອງມຽນມາໄດ້ໃຫ້ສັນຍານຕ່າງໆທີ່ໜ້າສັນລະເສີນ ຮວມທັງ
ການເຈລະຈາກັບຜູ້ນຳຝ່າຍຄ້ານທ່ານນາງອອງຊານຊູຈີແລະອະນຸຍາດໃຫ້ທ່ານນາງກ່າວຄຳ
ປາໄສໃນສັບປະດານີ້ ເນື່ອງໃນໂອກາດການສະຫຼອງວັນປະຊາທິປະໄຕຂອງອົງການສະຫະ
ປະຊາຊາດທີ່ນະຄອນຢ່າງກຸ້ງ.

ແຕ່ທ່ານນາງ Clinton ເວົ້າວ່າ ສະຫະລັດຍັງມີຄຳຖາມທີ່ສຳຄັນ ກ່ຽວກັບການປະຕິບັດຕໍ່
ພວກຊົນກຸ່ມນ້ອຍຂອງມຽນມາ ຖານະຂອງພວກນັກໂທດການເມືອງຫຼາຍກວ່າ 2,000
ຄົນແລະຄວາມສຳພັນຂອງມຽນມາກັບເກົາຫຼີເໜືອ.

ທ່ານ Rudd ກ່າວວ່າ ກໍສັນລະເສີນຄືກັນກ່ຽວກັບການເຄື່ອນໄຫວຂອງມຽນມາເມື່ອໄວໆ
ມານີ້ ແຕ່ຂະນະດຽວກັນທ່ານກໍເວົ້າວ່າຖ້າມຽນມາຫາກຕ້ອງການຢາກກັບຄືນເຂົ້າມາຮ່ວມ ປະຊາຄົມນາໆຊາດຄືນໃໝ່ ມຽນມາຕ້ອງໄດ້ປ່ອຍພວກນັກໂທດຈິດສຳນຶກທັງໝົດແລະອະ ນຸຍາດໃຫ້ມີອິດສະຫຼະພາບທາງດ້ານການເມືອງເພີ່ມຂຶ້ນ.

ລັດຖະບານພົນລະເຮືອນໃນມຽນມາໄດ້ເຂົ້າຮັບໜ້າທີ່ເມື່ອເດືອນມີນາຜ່ານມາຫຼັງຈາກການ
ປົກຄອງຂອງພວກທະຫານເປັນເວລາຫຼາຍໆທົດສະວັດ. ແຕ່ລັດຖະບານຊຸດໃໝ່ຂອງມຽນ
ມານີ້ກໍຍັງຄອບງຳໂດຍອະດີດພວກນາຍທະຫານ ແລະພວກຕຳໜິຕິຕຽນເວົ້າວ່າ ຕົນຍັງມີ
ຄວາມສົງໄສບໍ່ແນ່ໃຈກ່ຽວກັບວ່າ ລັດຖະບານມຽນມາມີຄວາມໝາຍໝັ້ນຕັ້ງໃຈຕໍ່ປະຊາທິປະ
ໄຕທີ່ແທ້ຈິງຫຼືບໍ່.

XS
SM
MD
LG