ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທູດພິເສດສະຫະລັດ ຮຽກຮ້ອງ ໃຫ້ມຽນມາ ທໍາການປະຕິຮູບ


ທ່ານ Derek Mitchell. ທູດພິເສດວ່າດ້ວຍນະໂຍບາຍກ່ຽວກັບ ມຽນມາ
ຂອງສະຫະລັດ.
ທ່ານ Derek Mitchell. ທູດພິເສດວ່າດ້ວຍນະໂຍບາຍກ່ຽວກັບ ມຽນມາ ຂອງສະຫະລັດ.


















ທ່ານ Derek Mitchell ທູດ​ພິ​ເສດ​ສະຫະລັດ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ມຽນມາ​ກ່າວ​ອ້າງ​ວ່າ ​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ທໍາ​ການ​ປະຕິ​ຮູບ ​ແຕ່​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ທີ່​ພວກ​ເຂົາ​ເຈົ້າ​ໃຫ້​ໄວ້ດ້ວຍ​ການດຳເນີນການທີ່​ເປັນ​ຮູບ​ປະທຳ.

ທ່ານ Mitchell ຜູ້​ປະສານ​ງານ​ຄົນ​ໃໝ່​ວ່າ​ດ້ວຍ​ນະ​ໂຍບາຍ​ມຽນມາ​ຂອງ​ສະຫະລັດ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານ ​ເສັດ​ສິ້ນ​ການ​ຢ້ຽມຢາມ​ມຽນມາເປັນ​ເວລາ 5 ມື້​ຂອງ​ທ່ານ​. ທ່ານ​ກ່າວ​ວ່າ​ທ່ານ​ມີ​ກໍາລັງ​ໃຈ​ນໍາ​ການ​ເປີດ​ກວ້າງ​ກ່ຽວກັບ​ການ​ໂອ້​ລົມ​ສົນທະນາ​ຂອງ​ທ່ານ​ແລະ​ນໍ້າ​ສຽງ​ໃນ​ທາງ​ເສີມ​ສ້າງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານມຽນມາ​ນັ້ນ ​ຊຶ່ງ​ທ່ານ​ກ່າວ​ວ່າ ​ໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັນ​ນັ້ນ​ພວກຄູ່​ສົນທະນາ​ຝ່າຍ​ລັດຖະບານ​ ໄດ້​ກ່າວ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ ມຽນມາ​ໄດ້​ເປີດ​ຂັ້ນ​ຕອນ​ໃໝ່​ກ່ຽວກັບ​ໂຄງ​ຮ່າງ​ການ​ປົກຄອງແບບ​ປະຊາທິປະ​ໄຕພາຍ​ໃຕ້ການ​ນໍາພາ​ຂອງ​ພວກ​ພົນລະ​ເຮືອນ​ແລະ​ໄດ້​ສະ​ແດງ​ອອກ​ມາ​ວ່າ​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນໝາຍ​ອັນ​ແທ້​ຈິງ​ເພື່ອ​ຈະ​ທໍາ​ການປະຕິ​ຮູບ​ນັ້ນ.

ແຕ່​ທ່ານ Mitchell ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ​ຍັງ​ມີ​ຄວາມ​ເປັນ​ຫ່ວງຢູ່​ກ່ຽວ​ກັບ​ການ​ຄຸມ​ຂັງ​ພວກ​ນັກ​ໂທດ​ການ​ເມືອງ​ແລະ​ການ​ປະຕິບັດ​ຕໍ່​ຊົນກຸ່ມ​ນ້ອຍ​ຂອງ​ລັດຖະບານ​ມຽນມາ​ນັ້ນ.

ທ່ານ Mitchell ເວົ້າຕື່ມ​ວ່າ ທ່ານ​ໄດ້​ກ່າວ​ຕໍ່​ພວກເຈົ້າໜ້າທີ່ມຽນມາ​ວ່າ ພວກ​ເຂົາ​ເຈົ້າ​ຄວນ​ຈະ​ທໍາ​ການ​ເຄື່ອນ​ໄຫວ​ໂດຍ​ໄວ​ ເພື່ອ​ສະ​ແດງອອກເຖິງ​ຄວາມ​ຈິງ​ໃຈຂອງ​ພວກ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ປະຕິ​ຮູບ​ນັ້ນ.

XS
SM
MD
LG