ທູດພິເສດສະຫະລັດກ່ຽວກັບມຽນມາກ່າວວ່າ ທ່ານໄດ້ທໍາການໂອ້ລົມສົນທະນາກັນກັບ
ລັດຖະບານໃໝ່ຂອງມຽນມາທີ່ນະຄອນຫລວງ ໄນປີອິຕໍ ກ່ຽວກັບເງື່ອນໄຂຕ່າງໆ ທີ່ຈະ
ອໍານວຍໃຫ້ມີການຍົກເລີກການລົງໂທດຂອງສະຫະລັດ ໄດ້ນັ້ນ.
ທ່ານ Derek Mitchell ທີ່ເດີນທາງໄປຮອດນະຄອນຫລວງຂອງມຽນມາໃນທ້າຍສັບປະ
ດາຜ່ານມານີ້ ບໍ່ໄດ້ແຈ້ງລາຍລະອຽດໃຫ້ຊາບກ່ຽວກັບວ່າທ່ານໄດ້ບອກຄະນະນໍາພາຂອງ
ມຽນມາວ່າ ພວກເຂົາເຈົ້າຈະຕ້ອງເຮັດຫຍັງແດ່ນັ້ນ. ແຕ່ທ່ານ Mitchell ກ່າວຕໍ່ນັກຂ່າວ
ວີໂອເອພະແນກພາສາມຽນມາວ່າ ໄດ້ມີຮ່ອງຮອຍຕ່າງໆທີ່ໃຫ້ກໍາລັງໃຈແລະສະຫະລັດ ຈະ
ຕິດຕາມສິ້ງຊອມເບິ່ງວ່າ ມຽນມາຈະຕອບສະໜອງແບບໃດໃນຂັ້ນຕໍ່ໄປ.
ຮ່ອງຮອຍການປ່ຽນແປງອັນນຶ່ງທີ່ໄດ້ມີຂຶ້ນນັ້ນ ກໍແມ່ນການຕັດສິນໃຈຂອງລັດຖະບານ ທີ່
ໄດ້ອະນຸຍາດໃຫ້ນັກຂ່າວວີໂອເອ ພະແນກພາສາມຽນມາ ເຂົ້າໄປໃນປະເທດໄດ້ນັ້ນ. ນັກ
ຂ່າວວີໂອເອ Khin Soe Win ທີ່ໄດ້ໂອ້ລົມກັບທ່ານ Mitchell ຢູ່ນະຄອນຢັ້ງກຸ້ງ ແມ່ນ
ເປັນນັກຂ່າວຄົນທໍາອິດຈາກພະແນກພາສາມຽນມາ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນມຽນ
ມາໃນລະຍະເກືອບ 16 ປີຜ່ານມາ.
ທ່ານ Mitchell ໄດ້ໄປຢ້ຽມຢາມມຽນມາເປັນເທື່ອທໍາອິດ ນັບແຕ່ໄດ້ ຖືກຮັບຮອງເອົາໂດຍ
ສະພາສູງສະຫະລັດໃຫ້ດໍາລົງຕໍາແໜ່ງດັ່ງກ່າວໃນເດືອນແລ້ວນີ້. ບັນດາເຈົ້າໜ້າທີ່ກະຊວງ
ການຕ່າງປະເທດສະຫະລັດກ່າວວ່າ ທ່ານ Mitchell ໄດ້ພົບປະກັບພວກລັດຖະມົນຕີກະ
ຊວງການຕ່າງປະເທດ ພ້ອມທັງກະຊວງແຮງງານ ສະຫວັດດີການສັງຄົມ ຖະແຫລງຂ່າວ
ແລະກະຊວງຮັກສາຊາຍແດນ ຢູ່ທີ່ນະຄອນຫລວງຂອງ ມຽນມາໃນວັນສຸກຜ່ານມານີ້. ເວ
ລານີ້ ທ່ານ Mitchell ກໍາລັງຢູ່ທີ່ນະຄອນຢັ້ງກຸ້ງ ເພື່ອທໍາການໂອລົມສົນທະນາກັນກັບທ່ານ
ນາງອອງຊານຊູຈີ ຜູ້ນໍາເພື່ອປະຊາທິປະໄຕໃນມຽນມາແລະບຸກຄົນອື່ນໆ.