ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເພີ່ມການຊ່ອຍເຫລືອ ແກ່ມຽນມາ


ທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດ ເພື່ອປະຊາທິປະໄຕ ໃນມຽນມາ.
ທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດ ເພື່ອປະຊາທິປະໄຕ ໃນມຽນມາ.


















ສະຫະລັດ​ປະກາດ​ໃຫ້ການ​ຊ່ອຍ​ເຫລືອ​ເພີ່ມ​ເຕີມ​ໃນ​ດ້ານ​ເຂົ້າປາ​ອາຫານ​ເປັນມູນ​ຄ່າ
1 ລ້ານ 5 ​ແສນ​ໂດ​ລາ​ແກ່​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ພາຍຸ​ບ້າໝູGiri ທີ່​ໄດ້​ພັດປະ
ທະລັດ Rakhine ຂອງ​ມຽນມາ​ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້.

ສະຖານທູດ​ສະຫະລັດ​ທີ່ນະຄອນ​ຢ້າງ​ກຸ້ງ​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນອັງຄານ
ວານ​ນີ້ ​ໂດຍ​ກ່າວ​ວ່າການ​ໃຫ້ການ​ຊ່ອຍ​ເຫລືອ​ເພີ່ມ​ເຕີມນີ້ມີ​ຂຶ້ນ​ຫລັງ​ຈາກໄດ້ມີການ
ບໍລິຈາກ​ເງິນ​ຊ່ອຍ​ເຫລືອ​ຂອງ​ສະຫະລັດ​ກ້ອນ​ທໍາ​ອິດ 3 ​ແສນໂດ​ລາ​ສໍາລັບ​ຊື້ສະບຽງ​
ບັນ​ເທົາ​ທຸກ​ໃນ​ພາວະ​ສຸກ​ເສີນ​ນັ້ນ.

ຖະ​ແຫລ​ງການ​ສະບັບ​ນີ້​ກ່າວ​ວ່າ ອົງການ​ຊ່ອຍ​ເຫລືອ​ສໍາລັບ​ການ​ພັດທະນາ​ລະຫວ່າງ​ຊາດ​
ຂອງ​ສະຫະລັດ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ໂຄງການ​ອາຫານໂລກ​ສະຫະ​ປະຊາ​ຊາດ​ເປັນ​
ມູນ​ຄ່າ 1 ລ້ານ 5 ​ແສນ​ໂດ​ລາ​ເພື່ອ​ຊື້​ເຂົ້າປາ​ອາຫານ​ສໍາລັບ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​
ລົມພາຍຸ​ດັ່ງກ່າວ.

ພາຍຸ​ບ້າ​ໜູ Giri ​ໄດ້​ພັດຖະຫຼົ່ມຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ​ໃນ​ວັນ​ທີ 22
ຕຸລາ​ປີແລ້ວ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 45 ຄົນ​ແລະເຮັດ​ໃຫ້​ປະຊາຊົນ 81
ພັນ​ຄົນ​ບໍ່ມີທີ່​ຢູ່​ອາ​ໄສ. ນອກ​ນັ້ນ​ລົມພາຍຸ​ຫົວນີ້​ຍັງ​ໄດ້​ສ້າງຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້
ແກ່​ນາ​ປູກ​ເຂົ້າ​ໃນ​ຈໍານວນ​ເກືອບ​ເຄິ່ງນຶ່ງ​ໃນລັດ Rakhine ນັ້ນ. ອົງການນ​ອາຫານ​ສະ
ຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ປະຊາຊົນ​ໃນ​ຈໍານວນ 260 ພັນ​ຄົນ​ຈະ​ປະສົບ​ກັບ​ການ
ຂາດ​ແຄນ​ເຂົ້າປາ​ອາຫານ​ຍ້ອນ​ໄພພິບັດ​ດັ່ງກ່າວ​ຊຶ່ງ​ໃນ​ນີ້ 2 ​ແສນ​ຄົນ​ຕ້ອງການ​ການ
ຊ່ອຍ​ເຫລືອ​ເຂົ້າປາ​ອາຫານ.

ກ່ອນ​ໜ້າ​ນີ້ ສະຫະລັດ​ໄດ້​ເງິນ​ຊ່ອຍ​ເຫລືອ​ໃນ​ດ້ານ​ມະນຸດສະ​ທໍາ​ຈໍານວນ​ຫລາຍກວ່າ
83 ລ້ານ​ໂດ​ລາ​ແກ່​ພວກ​ທີ່ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລົມພາຍຸບ້າ​ໝູ Nargis ໃນ​ປີ 2008
ນັ້ນ.

XS
SM
MD
LG