ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ແທນສະຫະລັດໂອ້ລົມກັບ ຜູ້ນໍາຝ່າຍຄ້ານມຽມາ


ທ່ານ Joseph Crowley ຜູ້ແທນສະພາຕໍ່າສະຫະລັດ ຈາກລັດນີວຢອກ.
ທ່ານ Joseph Crowley ຜູ້ແທນສະພາຕໍ່າສະຫະລັດ ຈາກລັດນີວຢອກ.


















ສະມາຊິກ​ລັດຖະສະພາ​ສະຫະ​ລັດທ່ານ​ນຶ່ງ​ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັນ​ກັບທ່ານ ​ນາງ​ອອງຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ ​ແລະ​ໄດ້​ຮຽກຮ້ອງ​ໄປ​ຍັງ​ປະຊາ​ຄົມນາໆ​ຊາດ ໃຫ້​ລະມັດລະວັງ​ຫລາຍ​ຂຶ້ນ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ສໍາລັບ​ທ່ານ​ນາງ​ນັ້ນ.

ທ່ານ Joseph Crowley ຜູ້​ແທນ​ສະພາ​ຕໍ່າຈາກ​ລັດ​ນີວຢອກ ກ່າວ​ວ່າ ທ່ານ​ໄດ້ໂອ້​ລົມ​ກັນ
ທາງ​ໂທລະສັບ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ​ໃນ​ວັນ​ອັງຄານ
ວານນີ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ປ່ອຍ​ໂຕ​ທ່ານ​ນາງ​ອອງຊານ​ຊູ​ຈີໃນ​ຫວ່າງ​ບໍ່​ດົນ​ມາ​ນີ້ ອອກ​
ຈາກ​ການ​ກັກ​ໂຕ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ​ນັ້ນ ​ແມ່ນ​ເປັນບາດກ້າວ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ
ອັນ​ນຶ່ງ ແຕ່​ກໍຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຢູ່ທີ່​ຈະ​ຕ້ອງ​ໄດ້​ເຮັດ​ອີກ​ໃນ​ມຽນມາ​ນັ້ນ.

ຄາດ​ກັນ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ​ຈະ​ພົບ​ປະ​ກັບ​ທ່ານ Joseph Yun ​ຮອງ​ລັດມົນຕີ​
ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ວ່າ​ດ້ວຍກິດຈະການ​ເອ​ເຊຍຕາ​ເວັນ​ອອກ​ແລະປາຊີ​ຟິກ​ໃນ​ວັນ​ສຸກ​ສັບປະດາ​ນີ້ ຊຶ່ງ​ຜູ້​ກ່ຽວ​ໄດ້​ເດີນທາງ​ໄປ​ຮອດ​ມຽນມາ​ໃນ​ວັນ​ອັງຄານ​ວານ​ນີ້ ອັນ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທໍາ​ອິດໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ​ໃນ​ຫວ່າງ​ໄວໆຜ່ານ​ມາ​ນີ້.

XS
SM
MD
LG