ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ຢ້ຽມຢາມມຽນມາ


ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Vijay Nambiar ເດີນທາງໄປຢ້ຽມຢາມມຽນມາ
ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Vijay Nambiar ເດີນທາງໄປຢ້ຽມຢາມມຽນມາ

ກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນກຸ່ມນຶ່ງ ພວມຮຽກຮ້ອງໃຫ້ທູດພິເສດ ຂອງອົງການສະ
ຫະປະຊາຊາດທ່ານ Vijay Nambiar ທຳການກົດດັນເພື່ອໃຫ້ມຽນມາສ້າງຄວາມກ້າວ
ໜ້າໃນດ້ານສິດທິມະນຸດໃນທັນທີແລະປ່ອຍພວກນັກໂທດການເມືອງ 2,000 ຄົນໃນລະ ຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມມຽນມາໃນສັບປະດານີ້.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ນະຄອນນິວຢອກ
ກ່າວໃນວັນພະຫັດມື້ນີ້ວ່າທ່ານ Nambiar ບໍ່ຄວນອະນຸຍາດໃຫ້ລັດຖະບານຊຸດໃໝ່ຂອງ
ມຽນມາສວຍໃຊ້ການຢ້ຽມຢາມຂອງທ່ານເພື່ອເສີມສ້າງຄວາມໜ້າເຊື່ອຖືຂອງຕົນ. ໃນມື້ວັນ
ພຸດວານນີ້ ທ່ານ Nambiar ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ທ່ານ Wun-
na Maung Lwin ແລະລັດຖະມົນຕີກະຊວງພາຍໃນພົນໂທ Ko Ko ທີ່ນະຄອນຫຼວງ
ເນປີດໍ ອີງຕາມໜັງສືພິມຂອງທາງການ New Light of Myanmar.

ທ່ານ Nambiar ຊຶ່ງເປັນທີ່ປຶກສາອະວຸໂສຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ
ທ່ານ Ban Ki-moon ໄດ້ເດີນທາງໄປຍັງນະຄອນຢ່າງກຸ້ງໃນຕອນບ່າຍຂອງມື້ວານນີ້ເພື່ອ ພົບປະກັບຜູ້ນຳປະຊາທິປະໄຕຂອງມຽນມາ ທ່ານນາງອອງຊານຊູຈີແລະເຈົ້າໜ້າທີ່ອະວຸໂສ
ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານນາງ. ໃນວັນສຸກມື້ອື່ນທີ່ຈະໄດ້
ພົບປະກັບພວກເຈົ້າໜ້າທີ່ ຈາກ 11 ພັກການເມືອງຝ່າຍຄ້ານທີ່ໄດ້ເຂົ້າຮ່ວມການເລືອກຕັ້ງ
ເມື່ອວັນທີ 7 ພະຈິກປີກາຍ.

XS
SM
MD
LG